ມ.ຊຽງເງິນຂາດອຸປກອນການຮຽນ ການສອນ

ສິດນີ
2017.10.19
f-school ເດັກນ້ອຍນັກຮຽນ ໃນເຂດຊົນນະບົດ ທີ່ເມືອງຊຽງເງິນ ຍັງຂາດອຸປກອນ ການຮຽນການສອນຢູ່ ເປັນຕົ້ນບ້ານຫ້ວຍຮາວ
RFA/PN

ເດັກນ້ອຍນັກຮຽນ ໃນເຂດຊົນນະບົດ ທີ່ເມືອງຊຽງເງິນຫລາຍບ້ານຍັງຂາດ ອຸປກອນການຮຽນການສອນ ຢູ່ ເປັນຕົ້ນບ້ານຫ້ວຍຮາວ ແລະ ບ້ານໃກ້ຄຽງ ນອກຈາກຂາດປື້ມຮຽນ ປື້ມສອນແລ້ວ ບາງແຫ່ງຍັງຂາດຫ້ອງຮຽນ ຕ້ອງໄດ້ສອນກັນໃນໂຮງຮຽນແອອັດ ທີ່ເປ່ເພໃນແຕ່ລະມື້. ດັ່ງພໍ່ບ້ານຫ້ວຍຮາວ ເມືອງຊຽງເງີນ ກ່າວໃນວັນທີ 18 ຕຸລາ ນີ້ວ່າ:

"ຕອນນີ້ຢາກໄດ້ເປັນເຄື່ອງນັກຮຽນ ແລ້ວກໍເປັນເຄື່ອງກິລາມີນັກຮຽນ 96 ນາຍຄູ 4 ເປັນອາສາສມັກ 2 ກິນເງິນເດືອນ 2 ສະພາບໂຮງຮຽນ ນັ້ນຈະປັນຝາໄມ້ເຮັ້ຽ ຊຸດໂຊມຫລາຍ ແລ້ວກໍປູພື້ນນັ້ນ ກໍຍັງບໍ່ໄດ້ເທ ເປັນດິນແດງ ເປັນຂຸມຢູ່ຫັ້ນຫນ່າ"

ທ່ານກ່າວຕື່ມວ່າ ສິ່ງທີ່ທາງໂຮງຮຽນຕ້ອງການ ຫລາຍທີ່ສຸດ ແມ່ນປື້ມຮຽນ ຕຳຣາຮຽນ ປື້ມຂຽນ ສາດປູນັ່ງ ໃນປັດຈຸບັນ ມີປື້ມຕຳຣາຮຽນບໍ່ ຮອດ 5 ເຫຼັ້ມ ຕໍ່ນັກຮຽນນຶ່ງຫ້ອງ ເປັນການສອນທີ່ຊັກຊ້າ ແລະດົນນານຕ້ອງໄດ້ກ່າຍກັນ ໃນບົດຮຽນບົດນື່ງ. ນອກຈາກນັ້ນ ເຄື່ອງນຸ່ງຫົ່ມ ຂອງນັກຮຽນ ຊຸດນັກຮຽນ ເກີບ ກໍຍັງຂາດເຂີນ ແລະທຸກມື້ນີ້ ເດັກນ້ອຍມາຮຽນ ກໍບໍ່ມີເກີບໃສ່.

ໂຮງຮຽນປະຖົມບ້ານຫ້ວຍຮາວ ເລີ້ມຈາກຊັ້ນ ປ1 ຫາ ປ5 ມີນັກຮຽນທັງຫມົດ 96 ຄົນ ມີອາຄານຮຽນນຶ່ງຫລັງ ແຍກເປັນສີ່ຫ້ອງ 4 ຫ້ອງ ສຳລັບ ປ1 ຫາ ປ5 ມີ 3 ຫ້ອງແລະຫ້ອງນຶ່ງ ສຳລັບຊັ້ນອະນຸບານ ມີສະພາບເປ່ເພຫລາຍ ໃນຫ້ອງຮຽນ ຍັງເປັນພື້ນດິນ ຕ້ອງໄດ້ປູສາດ ນັ່ງພື້ນຮຽນ.

ຍ້ອນຄວາມທຸກຍາກ ແລະເປັນບ້ານຊົນເຜົ່າ ຫ່າງຈາກເມືອງຊຽງເງິນ ປະມານ 30 ກິໂລແມັດປາຍ ຖນົນຫົນທາງເຂົ້າໄປບ້ານ ກໍລຳບາກ ການຊ່ອຍເຫລືອ ຈາກຣັຖບານ ກໍບໍ່ຄ່ອຍມີ. ຖ້າມີການເຈັບໄຂ້ ກໍບໍ່ສາມາດ ເຂົ້າໄປປີ່ນປົວ ຢູ່ໂຮງພຍາບານຢູ່ໃນເມືອງ ໄດ້ທັນເວລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.