ເຈົ້າໜ້າທີ່ຕຳຣວດປ້ອງກັນຄວາມສງົບ ແລະທະຫານ ແຂວງສວັນນະເຂດ ຈຳນວນນຶ່ງ ໄດ້ຈັບຄົນຮ້າຍ 2 ຄົນ ທີ່ຍິງເຈົ້າໜ້າທີ່ ອັຍການ ແຂວງຄຳມ່ວນ ຈົນເສັຽຊີວິດ ໃນມື້ວັນທີ 14 ສິງຫາ, ຈັບໄດ້ຢູ່ ບ້ານນາແກ ນະຄອນໄກສອນ ພົມວິຫານ ໃນຕອນສວາຍ ຂອງມື້ວັນທີ 16 ໃນຂນະທີ່ຫລົບໜີໄປຢູ່ ນະຄອນໄກສອນ ພົມວິຫານ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ຕຳຣວດ ປກສ ແຂວງສວັນນະເຂດ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 16 ສິງຫາ ນີ້:
"ແມ່ນແລ້ວ ຢູ່ໃນຂອບເຂດນະຄອນໄກສອນນີ້ແຫລະ ຍັງບໍ່ທັນໄດ້ສືບສວນ ສອບສວນກ່ອນ ຍັງບໍ່ທັນຊາບຣາຍລະອຽດ ເພາະວ່າເອົາແລ້ວ ເຂົ້າ(ຄຸກ)ໄວ້ກ່ອນ."
ທ່ານເວົ້າວ່າ ພາຍຫລັງຜູ້ຕ້ອງຫາ 2 ຄົນນັ້ນຖືກຈັບ ກໍໄດ້ສົ່ງພວກກ່ຽວ ໄປຝາກຂັງຢູ່ກອງບັນຊາການ ປກສ ແຂວງສວັນນະເຂດ ແລະ ຈະບໍ່ສົ່ງໄປແຂວງຄຳມ່ວນ ຍ້ອນວ່າ ຈະຂໍເປັນຜູ້ສືບສວນສອບສວນ ຫາ ສາເຫດການຍິງ ເຈົ້າໜ້າທີ່ ອັຍການເສັຽຊີວິດນັ້ນອງ ເພາະຈັບໄດ້ ທີ່ແຂວງສວັນນະເຂດ.
ທ່ານກ່າວຕື່ມອີກວ່າ ສຳລັບຊື່, ນາມສະກຸນ ແລະທີ່ຢູ່ຕາມສຳມະໂນຄົວ ຂອງຄົນຮ້າຍ 2 ຄົນນັ້ນ ຍັງບໍ່ຂໍເປີດເຜີຍ ເພາະຍັງຢູ່ໃນຂັ້ນຕອນ ຂອງການສືບສວນສອບສວນ.
ຜູ້ຕາຍແມ່ນອັຍການສານເຂດ 1 ແຂວງຄຳມ່ວນ, ເປັນຄົນບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ, ຖືກຍິງເສັຽຊີວິດ ຢູ່ຂົວນ້ຳງາມ ເວລາປະມານ 9 ໂມງເຊົ້າ ຂອງມື້ວັນທີ 14 ສິງຫາ ໃນຂນະທີ່ກຳລັງ ຂັບຣົດໄປຫ້ອງການ. ການຍິງນັ້ນ ອາດຈະເປັນການຕັ້ງໃຈຂ້າ ໂດຍເຈຕນາ ຍ້ອນໃຊ້ອາວຸດສົງຄາມ AK47.
ຍາດພີ່ນ້ອງຂອງຜູ້ເສັຽຊີວິດ ຢູ່ໃນຣະຫວ່າງເສົ້າສລົດໃຈ ຮຽກຮ້ອງຂໍຄວາມເປັນທັມ ແລະໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການຈັບພວກ ກໍ່ເຫດມາລົງໂທດ.
ແຫຼ່ງຂ່າວທີ່ໃກ້ຊິດ ເຈົ້າໜ້າທີ່ອົງການອັຍການ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເອເຊັຽເສຣີ ໃນມື້ວັນທີ 15 ສິງຫາ ນີ້ວ່າຜູ້ເສັຽ ຊີວິດເຄີຍມີບັນຫາເຣຶ່ອງເງິນ ກັບຄົນອື່ນ ແລະເຄີຍຖືກປອງຮ້າຍ ມາຫລາຍຄັ້ງ ກ່ອນທີ່ຈະຖືກຍິງເສັຽຊີວິດ.
ອີງຕາມແຫລ່ງຂ່າວຫລ້າສຸດ ຈາກ ເວັບໄຊ One News Lao, ມືປືນທີ່ຮ່ວມກັນກໍ່ເຫດ ໃຊ້ປືນອາກາ ຍິງອັຍການສານປະຊາຊົນ ເຂດ I ແຂວງຄໍາມ່ວນ ເສັຽຊີວິດຄາລົດ ຟໍຈູນເນີ ສີຂາວ ບໍ່ມີໝາຍເລກທະບຽນ ຢູ່ສົ້ນຂົວບ້ານທ່າງາມ ເມືອງທ່າແຂກ ໃນມື້ວັນທີ 14 ສິງຫາ ແຕ່ຫຼົບໜີໄປບໍ່ລອດ ຖືກເຈົ້າໜ້າທີ່ຕໍາຫຼວດ ປກສ ແລະ ທະຫານ ຕິດຕາມຈັບຕົວໄດ້ທັງ 2 ຄົນ ພາຍຫຼັງຫລົບໜີ ໄດ້ພຽງ 2 ວັນ.
ເຈົ້າໜ້າທີ່ຕໍາຣວດ ສືບສວນສອບສວນ ແຂວງຄໍາມ່ວນ ເປີດເຜີຍໃຫ້ຮູ້ວ່າ ຄົນຮ້າຍ 2 ຄົນ ນັ້ນ ຊື່ທ້າວ ເພັດ ອາຍຸ 38 ປີ ຢູ່ບ້ານນາແກ ແລະທ້າວ ຄໍາບົດ ( ຕ໋ອງ ຫຼື ແປ່ມ ) ອາຍຸ 41 ປີ ຢູ່ບ້ານໂນນອຸດົມ ນະຄອນໄກສອນ ພົມວິຫານ.