ລາວ,ກຳພູຊາ,ຂເມນຂຣອມ ຕ້ານວຽດ

ອະວາຣີ
2015.06.29
F-Laos-Cambodia ລາວ,ກຳພູຊາ,ຂເມນຂຣອມ ຕໍ່ຕ້ານ ການຮຸກຮານ ຂອງ ວຽດນາມ ຢູ່ຕໍ່ໜ້າຕຶກ ຣັຖສະພາ ສະຫະຣັຖ ນະຄອນຫລວງ ວໍຊິງຕັນ ດີຊີ
RFA

ຊາວລາວ, ກຳພູຊາ, ຂເມນຂຣອມ, ແລະ ຊາວ ພູດອຍ ວຽດນາມ, ໂຮມ ຊຸມນຸມ ປະທ້ວງ ວຽດນາມ ທີ່ ຄອບຄອງ ລາວ ແລະ ກຳພູຊາ. ພວກ ປະທ້ວງ ຊຶ່ງ ມີຫລາຍ ຮ້ອຍ ຄົນ ຮຽກຮ້ອງ ໃຫ້ ວຽດນາມ ສົ່ງ ດິນດອນ ຄືນ ໃຫ້ແກ່ ຄົນລາວ ແລະ ກຳພູຊາ, ໃຫ້ ວຽດນາມ ອອກຈາກ ປະເທດ ລາວ ແລະ ກຳພູຊາ ແລະ ໃຫ້ ວຽດນາມ ນັບຖື ສິດທິ ມະນຸດ, ເປັນຕົ້ນ ສິດທິ ຂອງ ຊາວ ພູດອຍ ຫລື Montagnards ໃນ ວຽດນາມ. ດັ່ງ ຊາວລາວ ຜູ້ ເຂົ້າຮ່ວມ ປະທ້ວງ ຄົນນຶ່ງ ເວົ້າກັບ ເອເຊັຽເສຣີ ວ່າ:

ຂໍໂທດ ຊື່ ຫຍັງ? “ຂ້າພະເຈົ້າ ຊື່ ບຸນຈັນ ແສງທະວົງ".

ມື້ນີ້ ເປັນຫຍັງ ຈຶ່ງມາ ປະທ້ວງ? "ດຽວນີ້ ຣັຖບານ ວຽດນາມ ມີ ບົດບາດ ຫລາຍຂື້ນ ນັບມື້ ໃນລາວ ແລະ ຂເມນ ລະເມີດ ສິດທິ ມະນຸດ, ທຳລາຍ ປ່າໄມ້, ຍາດເອົາ ດິນ ເອົາດອນ, ເພື່ອ ທຳການ ປູກຝັງ ອຸດສາຫະກັມ ຂະເຈົ້າ. ຂໍໃຫ້ ພວກເພິ່ນ ໂຈະ ການມາ ຄວບຄຸມ ສອງ ປະເທດ ນີ້, ໃຫ້ ເຮົາມີ ເອກກະຣາດ ອະທິປະໄຕ, ໃຫ້ເຮົາ ປົກຄອງ ເຮົາເອງ, ໂດຍ ບໍ່ໃຫ້ ພວກເພິ່ນ ເຂົ້າມາ ແຊກແຊງ ກິຈກັມ ຂອງ ສອງ ປະເທດ ນີ້.”

ພວກ ປະທ້ວງ ໄດ້ກ່າວ ຄຳປາໄສ ແລະ ຮ້ອງໂຮ ວ່າ, ວຽດນາມ ໃຫ້ ສິດ ເສຣີພາບ ຄືນ ໃຫ້ແກ່ ຊາວລາວ ກຳພູຊາ ແລະ ວຽດນາມ. ນອກຈາກ ນັ້ນ ພວກ ປະທ້ວງ ຍັງ ຍົກປ້າຍ ຄຳຂວັນ ເຊັ່ນ ຄຳຂວັນ ທີ່ວ່າ ລາວ ບໍ່ ຕ້ອງການ ວຽດນາມ, ຊາວລາວ ຕ້ອງ ເປັນ ເຈົ້າຂອງ ປະເທດ ລາວ, ແລະ ຊາວລາວ ຕ້ອງການ ເສຣີ ປະຊາທິປະໄຕ.

ຊາວລາວ ກຳພູຊາ ຂແມນຂຣອມ, ແລະ ຊາວພູດອຍ ວຽດນາມ, ໂຮມ ຊຸມນຸມ ເທື່ອນີ້ ເມື່ອວັນ ສຸກ ວັນທີ່ 26 ເດືອນ ມິຖຸນາ ປີ 2015 ຢູ່ ຕໍ່ໜ້າຕຶກ ຣັຖສະພາ ສະຫະຣັຖ ທີ່ ນະຄອນ ຫລວງ ວໍຊິງຕັນ ເມືອງຫລວງ ຂອງ ສະຫະຣັຖ ອະເມຣິກາ ເນື່ອງ ໃນ ໂອກາດ ທີ່ ຜູ້ນຳ ວຽດນາມ ຈະມາ ຢ້ຽມຢາມ ສະຫະຣັຖ ອະເມຣິກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.