ຂ.ຊຽງຂວາງຖ້າງົບປະມານ ສ້ອມແປງ ໂຮງຮຽນ
2019.01.30
ແຂວງຊຽງຂວາງ ຍັງລໍຖ້າງົບປະມານຈາກກອງທຶນຫລຸດຜ່ອນຄວາມທຸກຍາກ, ຈາກຣັຖບານປະຈຳປີ 2019 ຈຳນວນ 3 ຕື້ກີບເພື່ອສົມທົບ ກັບທຶນຊ່ອຍເຫລືອຂອງທະນາຄານໂລກ 4 ຕື້ກີບເພື່ອສ້າງ ແລະສ້ອມແປງໂຮງຮຽນແລະອະນຸບານ 10 ຫລັງ, ຮ່ວມທັງສ້ອມແປງຣະບົບ ນ້ຳລິນເກົ່າ ແລະຊື້ອຸປກອນ ການຮຽນການສອນໃຫ້ແກ່ໂຮງຮຽນຕ່າງໆນຳອີກ. ດັ່ງຄຳເວົ້າຂອງເຈົ້າຫນ້າທີ່ຜແນກ ສຶກສາທິການແຂວງ ຊຽງຂວາງ, ຕໍ່ເອເຊັຽເສຣີໃນມື້ວັນທີ 29 ມົກຣານີ້ວ່າ:
"ທຶນນີ້ແມ່ນແຈ້ງແລ້ວ, ແຕ່ວ່າເບື້ອງທຶນຂອງທະນາຄານໂລກ, ແຕ່ເບື້ອງທຶນຂອງຣັຖບານສົມທົບນັ້ນ, ຍັງບໍ່ທັນໄດ້ເທື່ອຕ້ອງລໍຖ້າຣັຖບານ ອະນຸມັດ ທັມມະດາເປັນແບບນັ້ນ ຕາມເອກສານໂຄງການ ກຳນົດດ້ວຍຊ້ຳ ຈ່າຍເງິນຕາມຄວາມຄືບຫນ້າຂອງວຽກທີ່ເຈົ້າຈັດຕັ້ງປະຕິບັດ."
ທ່ານກ່າວຕື່ມວ່າ, ງົບປະມານທີ່ຈະໄດ້ຈາກກອງທຶນພັທນາທະນາຄານໂລກນັ້ນ, ຈະບໍ່ພຽງພໍໃນການໃຊ້ສ້າງໂຮງຮຽນ ຣະບົບນ້ຳລິນ, ແລະຊື້ອຸປກອນ ການຮຽນການສອນ ຕ້ອງໄດ້ສົມທົບກັບທຶນ ຊ່ອຍເຫຼືອຈາກຣັຖບານຕື່ມ, ນອກຈາກນັ້ນ ກໍຍັງຕ້ອງການງົບປະມານ ອື່ນໆອີກ, ໃນການຊ່ອຍເຫລືອປະຊາຊົນໃຫ້ມີຣາຍໄດ້, ແລະວຽກເຮັດງານທຳເພື່ອຫລຸດຄວາມທຸກຍາກ ຂອງພວກຂະເຈົ້າ:
"ຣາຍຮັບກະຄືເວົ້າຕະກີ້ນີ້ແຫລະ, ເວົ້າເຣື້ອງການປູກ ການຝັງ, ເວົ້າເຣື້ອງການລ້ຽງສັດ, ສົ່ງເສີມດ້ານວິຊາການ, ສ່ວນຫລາຍເນາະ, ໃຫ້ງົບປະມານຈຳນວນນື່ງ ງົບປະມານຂະເຈົ້າໄປຊື້ພັນເຂົ້າ ເຮັດອີ່ຫຍັງຕ່າງໆ ຫັ້ນແຫລະບໍ່ທັນມີເທື່ອ."
ປັດຈຸບັນ ໂຄງການຕ່າງໆ ທີ່ກ່າວມາຂ້າງເທິງນີ້, ຍັງຢູ່ໃນຂັ້ນຕອນກະຕຽມ, ເປັນຕົ້ນການສ້າງແລະສ້ອມແປງໂຮງຮຽນ, ຣະບົບນ້ຳລິນ ແລະອື່ນໆ, ຍ້ອນຍັງລໍຖ້າທຶນຈາກຣັຖບານ ຫລັງຈາກນັ້ນ ຫນ່ວຍງານທີ່ກ່ຽວຂ້ອງ ກໍຈະໄດ້ລົງມືປະຕິບັດງານສະພາບຕົວຈິງ, ໃນກາງ ເດືອນກຸມພາ ເພື່ອໃຫ້ແລ້ວກ່ອນຣະດູຝົນປີນີ້.