ຊຸມຊົນຢາກເຫັນແມ່ຍິງ ມີບົດບາດ ຂຶ້ນຕື່ມ
2020.03.09

ຜູ້ປົກຄອງນັກຮຽນ ໂຮງຮຽນມັທຍົມ ເມືອງຮຸນ ແຂວງອຸດົມໄຊ ສເນີໃຫ້ພາກສ່ວນກ່ຽວຂ້ອງ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ດ້ວຍການ ກຳນົດອັດຕຣາສ່ວນຍິງໃຫ້ເທົ່າທຽມກັບຜູ້ຊາຍ ໂດຍສະເພາະໃນຕຳແໜ່ງ ຜູ້ອຳນວຍການໂຮງຮຽນ. ຜູ້ປົກຄອງນັກຮຽນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ເປັນຄະນະອຳນວຍການ ບໍ່ເປັນອຳນວຍການ ບໍ່ມີແຕ່ຜູ້ຊາຍ ກໍຢາກໃຫ້ມີຜູ້ຍິງເປັນອຳນວຍການ ໄດ້ເບິ່ງວ່າການເຮັດວຽກ ຫຼືການປະຕິບັດ ໜ້າທີ່ຄືກັນຢູ່ ຜູ້ຍິງຈະເຄັ່ງຄັດຄືຜູ້ຊາຍບໍ່ ແຕ່ປີກ່ອນນັ້ນ ມີຜູ້ຍິງຂຶ້ນມາກ້າວໜ້າ ກວ່າຜູ້ເກົ່າຢູ່ 10 ປີ ລາວໄປຢູ່ 2 ປີ."
ທ່ານກ່າວຕື່ມວ່າ ເຫດຜົນທີ່ສເນີເລື້ອງນີ້ ຍ້ອນວ່າ ມີຜູ້ຍິງຄົນນຶ່ງ ເຄີຍດຳລົງຕຳແໜ່ງ ເປັນຜູ້ອຳນວຍການໂຮງຮຽນມັທຍົມ ຕອນຕົ້ນ ມີແຕ່ ມໍ1 - ມໍ3 ຢູ່ເມືອງຮຸນ, ແຕ່ລາວໃຊ້ເວລາພຽງ 3 ປີ ລາວສາມາດຜັກດັນ ໃຫ້ມີໃຫ້ໂຮງຮຽນ ກາຍເປັນມັທຍົມ ສົມບູນໄດ້ຄືມີຫ້ອງ ມໍ4 ຫາ ມໍ7 ໄດ້ເພີ້ມອີກ.
ນອກຈາກນີ້ ຜູ້ອຳນວນການຄົນດັ່ງກ່າວ ຍັງສາມາດຊອກຫາແຫລ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາສ້າງຕຶກຮຽນ ສ້າງຫ້ອງນ້ຳ ສ້າງທາງຍ່າງ 4 ບ້ານ ໃຫ້ນັກຮຽນ ແລະ ສົ່ງນັກຮຽນເຂົ້າແຂ່ງຂັນ ທັກສະດ້ານວິຊາການລະດັບປະເທດ.
ສ່ວນວ່ານັກນຶກສາຢູ່ວິທຍາໄລ ອາຊິວະແຫ່ງນຶ່ງ ກໍສເນີໃຫ້ພາກສ່ວນກ່ຽວຂ້ອງ ຍົກສູງລະດັບການສຶກສາ ໃຫ້ແມ່ຍິງລາວ ໄດ້ທຽບເທົ່າກັບ ຜູ້ຊາຍ ຄືສົ່ງເສີມ ໃຫ້ແມ່ຍິງລາວ ມີໂອກາດເຂົ້າເຖິງການຮຽນອຸດົມສຶກສາ ລະດັບປຣິນຍາຕຣີ ເພື່ອໃຫ້ເຂົາເຈົ້າ ມີໂອກາດນຳວຸດທິການ ສຶກສານັ້ນ ຍື່ນສະມັກຮຽນ ຕໍ່ປຣິນຍາໂທ ທີ່ຕ່າງປະເທດ ແລ້ວສອບເສັງຕຳແໜ່ງຣັຖກອນ. ດັ່ງນັກສຶກສາວິທຍາໄລ ອາຊີວະ ໄດ້ກ່າວວ່າ:
"ຢາກຍົກສູງລະດັບໃຫ້ຜູ້ຍິງ ໃຫ້ໄປຮຽນສູງຂຶ້ນຕື່ມ ກໍຢາກໃຫ້ມີທຶນ ການສຶກສາເຂົ້າມາແລ້ວກໍໃຫ້ຜູ້ຍິງໄປຮຽນ ເພື່ອໄດ້ຄວາມຮູ້ ເພື່ອຈະໃຫ້ ມີຄວາມຮູ້ ມາຮັບໃຊ້ຈຸຮຸ່ນດຽວກັນ ຜູ້ໃດໄປຮຽນສູງ ດຽວນີ້ໄດ້ດິບໄດ້ດີໝົດ."
ນອກຈາກນີ້ ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງ ຍັງສເນີໃຫ້ພາກສ່ວນກ່ຽວຂ້ອງ ເຂົ້າໄປເຈຣະຈາ ກັບບໍຣິສັດຮັບເໝົາກໍ່ສ້າງໃຫ້ ກຳນົດຄ່າແຮງງານ ໃຫ້ກັມມະກອນກໍ່ສ້າງຍິງແລະຊາຍ ເທົ່າທຽມກັນ.
ເຖິງຢ່າງໃດກໍຕາມ, ວັນແມ່ຍິງສາກົນ ປີ 2020 ນີ້ ຍັງຄົງສືບຕໍ່ແນວຄິດ ເລື້ອງຄວາມເທົ່າທຽມ ໂດຍອົງການສະຫະປະຊາຊາດກຳນົດຫົວຂໍ້ Each For Equal ຫຼືວ່າ ທຸກຄົນເທົ່າທຽມກັນ ແລະ ໄດ້ລະບຸວ່າ ມີຜູ້ຍິງທົ່ວໂລກ 2,700 ລ້ານ ຄົນ ຍັງຖືກຈຳກັດ ສິດທິການເຂົ້າເຖິງ ໜ້ອຍກວ່າຜູ້ຊາຍ ມີຜູ້ຍິງພຽງ 25 ເປີເຊັນ ທີ່ເປັນສະມາຊິກ ຣັຖສະພາທົ່ວໂລກ.