ການຈັບຂັງເດັກນ້ອຍ ອາຍຸ 15 ປີ ແມ່ນຜິດ ຫຼັກສາກົລ
2018.03.20
ເຈົ້າໜ້າທີ່ທາງການລາວ ຈັບເດັກນ້ອຍແມ່ຍິງ ອາຍຸ 15 ປີ ຢູ່ແຂວງເຊກອງ ພາກໃຕ້ຂອງລາວ ເມື່ອກາງປີ 2017 ຂນະທີ່ນາງ ໄປນໍາ ຄອບຄົວ ເພື່ອຮຽກຮ້ອງ ຂໍຄວາມເປັນທັມ ໃນເຣື່ອງທີ່ດິນນັ້ນ ເປັນການຣະເມີດ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ສິດທິຂອງ ເດັກນ້ອຍ ຫລື UNCRC; ຕາມຄໍາເວົ້າຂອງຍານາງ ຊໍມາລີ ເຈົ້າໜ້າທີ່ອົງການ Focus on the Global South ຊຶ່ງເປັນອົງການ ປົກປ້ອງສິດທິມະນຸດ ໃນມື້ວັນທີ 19 ມິນາ 2018 ນີ້:
"ເດັກນ້ອຍກໍມີສິດທິ ຕາມສົນທິສັນຍາ ຂອງສະຫະປະຊາຊາດ ວ່າດ້ວຍສິດທິເດັກນ້ອຍ ຫລື UNCRC (convention of the rights of the child) ເນາະ ອິງຕາມສົນທິສັນຍາສາກົລຕົວນີ້ ຈັບເດັກນ້ອຍເຂົ້າຄຸກ ອັນນີ້ກໍບໍ່ຖືກນະ ຖ້າຂະເຈົ້າເປັນ ເດັກນ້ອຍ ຈັບເດັກນ້ອຍເຂົ້າຄຸກ ຈັ່ງຊີ້ ອັນນີ້ບໍ່ຖືກຕ້ອງ ມີສົນທິສັນຍາກ່ຽວກັບ ສິດທິເດັກນ້ອຍ ອອກຈາກສະຫະປະຊາຊາດ ເນາະ ອີງຕາມກົດໝາຍໂຕນັ້ນ."
ຍານາງ ກ່າວຕໍ່ໄປວ່າ ເຣື່ອງນີ້ພາກສ່ວນກ່ຽວຂ້ອງ ຫລືຄອບຄົວເດັກນ້ອຍ ສາມາດສົ່ງຈົດໝາຍ ຮ້ອງຮຽນໄປຍັງໜ່ວຍງານ ຂອງສະຫະ -ປະຊາຊາດ ຫລືໂຄງການພັທນາ ຂອງສະຫະປະຊາຊາດ ຫລື UNDP ແລະໜ່ວຍງານທີ່ກ່ຽວຂ້ອງ ອື່ນໆໃນລາວໄດ້ ເພາະວ່າການຈັບ ເດັກນ້ອຍອາຍຸ ບໍ່ຮອດ 18 ປີ ເປັນການກະທໍາ ທີ່ຂັດຕໍ່ຫລັກການ ຂອງສົນທິສັນຍາສາກົລ ວ່າດ້ວຍສິດທິຂອງເເດັກ ຂັ້ນຮ້າຍແຮງ.
ແຕ່ພາກສ່ວນ ກ່ຽວຂ້ອງຂອງແຂວງເຊກອງ ໄດ້ເວົ້າວ່າກໍຣະນີດັ່ງກ່າວ ບໍ່ເຄີຍໄດ້ຍິນວ່າເກີດຂຶ້ນ ດັ່ງນັ້ນຈຶ່ງບໍ່ສາມາດ ໃຫ້ຣາຍລະອຽດ ກ່ຽວກັບ ເຣື່ອງນີ້ໄດ້. ທີ່ຜ່ານມາກໍມີແຕ່ ກໍຣະນີ ການໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍ ທີ່ເກີດຂຶ້ນ ພາຍໃນຄອບຄົວ ຊຶ່ງກໍາລັງແກ້ໄຂຢູ່; ດັ່ງເຈົ້າໜ້າທີ່ ຫ້ອງການປົກປ້ອງແມ່ຍິງ ແລະເດັກນ້ອຍແຂວງ ເຊກອງ ກ່າວໃນມື້ດຽວກັນນີ້ວ່າ:
"ກໍບໍ່ມີວ່າຜູ້ໃດ ເປັນບັນຫາໜັກ ພວກເຮົາກໍມີແຕ່ວ່າຄືກັນ ກັບຄວາມຮຸນແຮງ ພໍ່ແມ່ປະຊາຊົນ ຂະເຈົ້າບໍ່ເຂົ້າໃຈ ຢູ່ໃນຣະຍະກ່ອນ ວ່າ ຄວາມຮຸນແຮງ ມັນເປັນຫຍັງນໍ໊ ເຊັ່ນຕົວຢ່າງ ການຮ້າຍລູກຮ້າຍເຕົ້າ ແຕ່ກັບປັດຈຸບັນ ຄືດຽວນີ້ເພິ່ນກະ ເຂົ້າໃຈແລ້ວ ກໍບໍ່ມີບັນຫາ ຄືການສົ່ງເຂົ້າຮຽນເພີ່ມ ກະສົ່ງເຂົ້າຮຽນປົກຕິຶ ພາກບັງຄັບກໍຖືວ່າ ໄດ້ຮ້ອຍສ່ວນຮ້ອຍເນາະ ຖືວ່າພວກເຮົາ ທັງຄນະພາກບັງຄັບ ການປົກຄອງເພິ່ນ ກໍໄດ້ເອົາໃຈໃສ່ ລົງເຂດຫ່າງໄກຊອກຫລີກ ແຕ່ວ່າບໍ່ປາສຈາກ ບັນຫາ ເລັກໆນ້ອຍໆ ແຕ່ວ່າ ກໍເປັນພື້ນຖານ ທີ່ພວກເຮົາສິແກ້ບໍ່ໄດ້.
ເດັກນ້ອຍແມ່ຍິງ ອາຍຸ 15 ປີ ທີ່ຖືກທາງການລາວ ຈັບເມື່ອກາງປີ 2017 ເປັນນຶ່ງໃນຈໍານວນ ປະຊາຊົນ ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ທີ່ຖືກຈັບ ພາຍຫລັງໄປຮຽກຮ້ອງ ໃນເຣື່ອງທີ່ດິນ ຂອງຕົນທີ່ຖືກບໍຣິສັດ ປູກຢາງພາລາ ວຽດນາມ ຍຶດເອົາ.
ການກະທໍາ ຄືດັ່ງກ່າວ ຂອງທາງການລາວ ເປັນການຣະເມີດ ທັງຖແລງການຮ່ວມ ຂອງສະຫະພາບຢູໂຣບ ແລະ ທາງການສປປລາວ ໃນວັນທີ 16 ມີນາ ທີ່ເວົ້າເຖິງການປົກປ້ອງ ສິດທິແມ່ຍິງ ແລະເດັກນ້ອຍ.