ແມ່ຍິງຈໍາປາສັກຫ້າຄົນຖືກ ເລືອກຕັ້ງ
2016.03.29
ຫ້ອງການ ສະຫະພັນ ແມ່ຍິງ ແຂວງ ຈຳປາສັກ ຍິນດີນຳ ແມ່ຍິງ ໃນເຂດ ເລືອກຕັ້ງ ຂອງຕົນ 5 ຄົນ ທີ່ໄດ້ຮັບ ເລືອກຕັ້ງ ເປັນ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ຊຶ່ງ ພວກເພິ່ນ ຈະເປັນຕົວແທນ ແມ່ຍິງລາວ ທົ່ວປະເທສ ໃນການ ປົກປ້ອງ ຜົລປໂຍດ ແລະ ສົ່ງເສີມ ສິດທິ ຂອງ ແມ່ຍິງ ແລະ ເດັກນອ້ຍ, ໃຫ້ ມີວຽກເຮັດ ງານທຳ ຫຼາຍຂຶ້ນ - ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ສະຫະພັນ ແຂວງ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 29 ມີນາ 2016:
"ເພາະວ່າ ແມ່ຍິງ ມັນກໍເປັນ ຕົວແທນ ອັນນຶ່ງ ໃຫ້ ແກ່ແມ່ຍິງ ທົ່ວປະເທສ ເພາະວ່າ ແມ່ຍິງ ພວກນີ້ ຈະເປັນຜູ້ ທີ່ວ່າ ຊ່ວຍ ປົກປ້ອງ ວຽກງານ ແມ່ຍິງ ທົ່ວປະເທສ ວ່າຊັ້ນຊະໄປ໋, ຖືວ່າເປັນ ຜູ້ປົກປ້ອງ ສິດທິຜົລປໂຍດ ໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ແຕ່ວ່າຜູ້ຊາຍ ນັ້ນ ກໍປົກປ້ອງ ຢູ່ດອກ ແຕ່ວ່າຄັນ ມີແມ່ຍິງ ເຮົາເອງຫັ້ນນະ ມັນຈະສະດວກ ແລະ ງ່າຍ ກວ່າເກົ່າ".
ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ນີ້ ແຂວງ ຈຳປາສັກ ໄດ້ຜູ້ແທນ ທີ່ເປັນເພດຍິງ ເພີ້ມຂຶ້ນ ເປັນ 5 ຄົນ ຊຶ່ງ ຊຸດ ປັດຈຸບັນ ມີ 2 ຄົນ, ດັ່ງທີ່ນາງ ກ່າວຕື່ມ ອີກວ່າ:
"ສມັກຫັ້ນ ທັງໝົດມີ 19 ທ່ານ ເພາະ ເພີ່ນເອົາແຕ່ 14 ທ່ານ ຢູ່ໃນນັ້ນ ມີແມ່ຍິງ 5 ທ່ານ ກໍຖືວ່າ ຍັງບໍ່ທັນພໍ ຢູ່ດີ ຍັງບໍ່ທັນ ເຖິງ 30% ບໍ ກໍຄິດວ່າມັນ ບໍ່ທັນພຽງພໍ ປານໃດ ຫັ້ນແຫຼະ".
ນາງເວົ້າ ຕໍ່ໄປວ່າ ແມ່ຍິງ ທີ່ໄດ້ຮັບ ເລືອກຕັ້ງ ທັງ 5 ຄົນ ນັ້ນເປັນຜູ້ ທີ່ສົນໃຈ ການເມືອງ, ມີ ປະສົພການ ວຽກງານ ຢູ່ ສູນກາງ ແລະ ມີຄຸນສົມບັດ ຮອບດ້ານ ເປັນຕົ້ນ ດ້ານ ການພັທນາ ແມ່ຍິງ ພັທນາ ສັງຄົມ ແລະ ພັທນາ ປະເທສຊາດ.
ກົມ ໂຄສະນາ ສູນກາງ ສະຫະພັນ ແມ່ຍິງ ເປີດເຜີຍຕໍ່ ເອເຊັຽເສຣີ ວ່າ, ສະພາ ແຫ່ງຊາດ ຊຸດທີ 8 ນີ້ມີ ສະມາຊິກ ເພດຍິງ 41 ຄົນ ເທົ່າກັບ 27.5% ຂອງຈຳນວນ ສະມາຊິກ ສະພາ ທັງໝົດ 149 ຄົນ ຊຶ່ງ ຖືວ່າໄດ້ຮັບ ຜົລ ເປັນທີ່ ໜ້າພໍໃຈ. ແຕ່ກໍຍັງ ຈະຕ້ອງໄດ້ ຊຸກຍູ້ ແລະ ພັທນາ ແມ່ຍິງ ຕື່ມອີກຫຼາຍດ້ານ ເພື່ອ ໃຫ້ແມ່ຍິງ ໄດ້ເຂົ້າເປັນ ຕົວແທນ ໃນ ສະພາ ແຫ່ງຊາດ ຮອດ 30% ໃນ ອະນາຄົດ.