ລາວ-ວຽດນາມ ສລອງວັນປວັດສາດ
2017.07.19

ເມື່ອວັນທີ 18 ກໍຣະກະດາ 2017 ຣັຖບານລາວ ແລະ ຣັຖບານວຽດນາມ ໄດ້ຮ່ວມກັນ ຈັດພິທີສະຫລອງ ວັນຄົບຮອບ 40 ປີ ສົນທິສັນຍາ ມິຕພາບ ແລະ ການຮ່ວມມື ລາວ- ວຽດນາມ, ແລະ ວັນຄົບຮອບ 55 ປີ ຂອງຄວາມສັມພັນ ທາງການທູດ ທີ່ນະຄອນຫລວງວຽງຈັນ ແລະ ທີ່ກຸງຮາໂນ່ຍ.
ຣັຖບານລາວແລະວຽດນາມ ເອີ້ນກັນວ່າ ເປັນຂີດໝາຍປວັດສາດ ທີ່ສໍາຄັນ ແລະຍິ່ງໃຫຍ່ ແລະເປັນຄວາມສັມພັນ ທີ່ຍືນຍາວ ຕລອດການ. ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ສປປລາວ ໄດ້ກ່າວໃນພິທີ ຕອນນຶ່ງວ່າ:
"ມື້ນີ້ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງ ທາງດ້ານປະຫວັດສາດ ຂອງສອງຊາດ ລາວ-ວຽດນາມ ທີ່ພວກເຮົາໄດ້ພ້ອມກັນ ຈັດພິທີງານໂຮມ ຊຸມໃຫຍ່ ຂຶ້ນຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫລີມສະຫລອງ ສອງວັນ ປະຫວັດສາດ ລາວ-ວຽດນາມ ຄືວັນເຊັນສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງ ສາຍພົວພັນ ການທູດ ຄົບຮອບ 55 ປີ".
ທ່ານ ບຸນຍັງ ໄດ້ກ່າວຮູ້ບຸນຄຸນ ນັກຣົບອາສາສມັກວຽດນາມ ທີ່ມາຊ່ວຍສູ້ຣົບ ເສັຽສຣະຢາດເລືອດ ແລະຢາດເຮື່ອ ຄຽງຄູ່ກັບນັກຣົບລາວ:
"ປະຊາຊົນລາວບັນດາເຜົ່າ ບໍ່ມີວັນລືມວ່າ ບົນຜືນແຜ່ນດິນ ເອກລັກບູຊາ ຂອງລາວລ້ວນແຕ່ມີ ຢາດເຮື່ອ ແລະ ຢາດເລືອດ ແຫ່ງການ ເສັຽສຣະ ຂອງພະນັກງານ ນັກຣົບ ອາສາສະໝັກ ວຽດນາມ ເຈືອຈານ ກັບຢາດເຮື່ອ ແລະ ຢາດເລືອດຂອງ ພະນັກງານ ນັກຣົບລາວ".
ລາວ ແລະ ວຽດນາມ ໄດ້ສະຖາປະນາສາຍສັມພັນ ທາງການທູດ ໃນວັນທີ່ 5 ເດືອນ ກັນຍາ ປີ 1962 ແລະ ເຊັນສົນທິສັນຍາ ມິຕພາບ ແລະການຮ່ວມມືໃນ ວັນທີ 18 ກໍຣະກະດາ ປີ 1977.