43 ປີ ມິຕພາບລາວ-ວຽດນາມ

ຈໍາປາທອງ
2020.07.17
F-Lao-Viet ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລິດ (L) ໄດ້ຈັບມື ທ່ານ ຫງວຽນ ຊວນ ຟຸກ ນາຍົກຣັຖມົນຕຣີ ວຽດນາມ ກ່ອນການເລີ່ມຕົ້ນ ກອງປະຊຸມ ຄະນະກັມມາທິການ ຮ່ວມມື ສອງຝ່າຍຄັ້ງທີ 42 ຢູ່ ຮ່າໂນ້ຍ ໃນວັນທີ 4 ມົກກະຣາ 2020
Nhac NGUYEN / AFP

ຜູ້ນໍາພັກປະຊາຊົນ ປະຕິວັດລາວ ແລະຜູ້ນໍາພັກຄອມມິວນິສວຽດນາມ ໄດ້ຮ່ວມກັນລົງນາມ ໃນສົນທິສັນຍາ ມິຕພາບ ແລະ ການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ໃນມື້ ວັນທີ 18 ກໍຣະກະດາ 1977. ມາເຖິງປີນີ້ກໍຄົບຮອບ 43 ປີ.

ສົນທີສັນຍາສະບັບນີ້ຣະບຸເອົາໄວ້ວ່າ ສອງຝ່າຍຈະຮ່ວມມື ແລະຊ່ອຍເຫລືອກັນບົນຫລັກການສເມີພາບ, ເຄົາຣົບ ເອກກະຣາດ ອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າໃນກິຈການ ພາຍໃນ ແລະເຄົາຣົບຜົລປະໂຫຍດຂອງກັນ ແລະ ຈະສນັບສນູນ ແລະ ຊ່ອຍເຫລືອຊຶ່ງກັນ ແລະກັນ ຢ່າງສຸດອົກສຸດໃຈ ແລະຮ່ວມມືກັນ ຢ່າງແໜ້ນແຟ້ນ ໃນການປົກປັກຮັກສາ ເອກກະຣາດ, ອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນ.

ແຕ່ເຖິງຢ່າງໃດກໍຕາມ ໃນໂອກາດຄົບຮອບ 43 ປີ ຂອງສົນທີສັນຍາດັ່ງກ່າວ ຫລາຍອົງການຈັດຕັ້ງຂອງຊຸມຊົນ ຊາວລາວ ຢູ່ປະເທດຕ່າງໆ ໃນໂລກ ທີ່ເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ຕ່າງກໍກ່າວປະນາມ.

ໃນນັ້ນພັນທະມິດເພື່ອ ປະຊາທິປະໄຕ ໃນລາວ ກໍໄດ້ອອກຖແລງການປະນາມ ສັນຍາພິເສດ ລາວ-ວຽດນາມ ປີ 1977 ຍ້ອນວ່າເປັນສັນຍາ ທີ່ຝ່າຍລາວເປັນຝ່າຍເສັຍປຽບ, ເປັນສັນຍາ ທີ່ວຽດນາມສ້າງເງື່ອນໄຂ ເພື່ອຄອບຄອງລາວ ໃນທຸກດ້ານ ທັງທາງດ້ານການເມືອງ ແລະ ການທະຫານ, ເຮັດໃຫ້ປະຊາຊົນລາວ ຂາດສິດເສຣີພາບ ແລະ ປະຊາທິປະໄຕ, ເຮັດໃຫ້ ປະເທດຊາດຫລົ້ມຈົມ.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການດັ່ງກ່າວ ທີ່ປະເທດເຢັຍຣະມັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ກໍຣະກະດາ 2020 ນີ້ວ່າ:

ເມື່ອເວົ້າເຖິງຜົລ ທີ່ລາວໄດ້ຮັບຈາກການປະຕິບັດສົນທິສັນຍານີ້ ທ່ານ ອິນຊີທອງ ຄະນະນໍາ ແລະທັງເປັນໂຄສົກອົງການ ລາວເສຣີ Free Laos Campaign ທີ່ສະຫະຣັຖ ອາເມຣິກາ ກໍກ່າວ ໃນມື້ດຽວກັນນັ້ນວ່າ:

ແຕ່ເຖິງຢ່າງໃດກໍຕາມ ເມື່ອເວົ້າເຖິງການພົວພັນຮ່ວມມື ລາວ-ວຽດນາມ ຕາມສົນທິສັນຍາມິຕພາບ ແລະການຮ່ວມມື ຣະຫວ່າງລາວ ແລະ ວຽດນາມ ນີ້ ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີ ເມື່ອໄວໆຜ່ານມານີ້ວ່າ:

ແລະປະຊາຊົນລາວທ່ານນຶ່ງ ຊຶ່ງເປັນນັກຮຽນຮູ້ປັນຍາຊົນ ຢູ່ພາຍໃນປະເທດ ກໍເວົ້າເຖິງການພົວພັນຮ່ວມມື ລາວ-ວຽດນາມ ນັ້ນວ່າວ່າ:

ສົນທິສັນມິຕພາບ ແລະການຮ່ວມມື ລາວ-ວຽດນາມ ປີ 1977 ມີຂຶ້ນໃນຂນະທີ່ຜູ້ນໍາວຽດນາມ ຂັດແຍ່ງກັນແຮງກັບຜູ້ນໍາຈີນ ຈົນຈີນບຸກຕີ ຂນາດໃຫຍ່ ສັ່ງສອນວຽດນາມ ໃນຕົ້ນປີ 1979 ຍ້ອນໄດ້ຮຸກຮານ ກໍາພູຊາ ຊຶ່ງ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ເວົ້າວ່າວຽດນາມໃຊ້ ສົນທິສັນຍາ ສະບັບນີ້ ເປັນຂໍ້ອ້າງ ໃນການເອົາລາວ ຂຶ້ນກັບຕົນເພື່ອຕ້ານຈີນ ຢ່າງຖືກຕ້ອງ ຕາມກົດໝາຍ:

ໃນໄລຍະ 43 ປີມານີ້ ອີງຕາມຂໍ້ມູນ ຈາກກອງປະຊຸມ ຄະນະກໍາມະການ ຮ່ວມມືສອງຝ່າຍ ຣະຫວ່າງຣັຖບານ ສປປ ລາວ ແລະຣັຖບານ ສສວຽດນາມ ຄັ້ງທີ 42 ທີ່ຮ່າໂນ່ຍ ໃນມື້ວັນທີ 4 ມົກກະຣາ 2020 ຄືຄັ້ງລ້າສຸດນີ້, ການຮ່ວມມື ຣະຫວ່າງລາວ ແລະວຽດນາມ ປີ 2020 ນີ້ ໃນການພົວພັນ ທາງດ້ານເສຖກິດ ຣະຫວ່າງສອງປະເທດ:

ມູນຄ່າການຄ້າສອງຝ່າຍເພິ່ມຂຶ້ນເປັນ 1,2 ຕື້ໂດລາສະຫະຣັຖ, ວຽດນາມລົງທຶນ ຢູ່ລາວເກືອບເຖິງ 430 ໂຄງການ ເປັນມູນຄ່າທັງໝົດ ເກືອບເຖິງ 5 ຕື້ໂດລາ ສະຫະຣັຖ. ປັດຈຸບັນ ມີນັກສຶກສາລາວ ຮຽນຢູ່ວຽດນາມ 17 ພັນຄົນ.

ແລະຫລັງການຣະບາດຂອງເຊື້ອພຍາດ ໂຄວິດ-19 ຢູ່ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍໄດ້ໄປພົບພໍ້ ກັບ ທ່ານ ຫງວຽນ ຊວນ ຟຸກ ນາຍົກຣັຖມົນຕຣີວຽດນາມ ທີ່ ນະຄອນ ດານັງ ວັນທີ 5 ແລະ ວັນທີ 6 ກໍຣະກະດາ ນີ້ ເພື່ອສົ່ງເສີມສາຍພົວພັນ ແລະການ ຮ່ວມມືຄືດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.