ທາງການຈະງົດຄຣູອາສາ ຈັດເອົາ ຄຣູຣັຖ ໄປຊົນບົດ

ຈໍາປາທອງ
2018.04.13
f-teacher ນັກສຶກສາ ວິທຍາໄລຄຣູ ແຂວງຫຼວງນໍ້າທາ
RFA/VD

ທາງການລາວມີແຜນທີ່ຈະຫຼຸດຜ່ອນຄຣູອາສາສມັກລົງ ຈົນເຖິງຂັ້ນບໍ່ຮັບເອົາ ແລະມີແຜນທີ່ຈະສັບຊ້ອນຄຣູຣັຖ ທີ່ຢູ່ໃນເມືອງ ໄປສອນຢູ່ເຂດ ຊົນນະບົດແທນ ເພື່ອບໍ່ໃຫ້ມີການປິດໂຮງຮຽນ ພາຍຫຼັງທີ່ມີການສຳຣວດພົບວ່າ ຈຳນວນຄຣູອາສາສມັກ ທີ່ໄດ້ຖືກບັນຈຸ ເຂົ້າເປັນຣັຖກອນ ແລ້ວນັ້ນ ພາກັນອັ່ງອໍຢູ່ແຕ່ໃນເມືອງ, ສ່ວນວ່າຢູ່ເຂດຊົນນະບົດ ມີແຕ່ຄຣູອາສາສມັກ ທີ່ກຳລັງລໍຖ້າບັນຈຸ ເຂົ້າເປັນຣັຖກອນ ເຖິງ 10 ພັນ ປາຍຄົນ.

ດຣ.ກອງສີ ແສງມະນີ ຮອງຣັຖມົນຕຣີກະຊວງສຶກສາທິການແລະກິລາ ໄດ້ກ່າວຕໍ່ສື່ມວນຊົນ ທາງການລາວ ເມື່ອບໍ່ດົນມານີ້ວ່າ:

“ດຽວນີ້ກຳລັງເດີນສຳລວດຄຣູໃນທົ່ວປະເທສ ແລະມັນປະກົດເຫັນຄຣູເຫຼືອ ຢູ່ໃນເມືອງ ຄຣູບໍ່ພໍຢູ່ບ້ານນອກນີ້ຈຳນວນຫຼາຍ. ອາສາສມັກ ຂະເຈົ້າ ຜູ້ທີ່ຮັບຜິດຊອບ ກະເຫັນວ່າມີອາສາສມັກ ປະມານໝື່ນກວ່າດຽວນີ້ ທີ່ກຳລັງປະຕິບັດໜ້າທີ່ຢູ່. ຖ້າວ່າອາສາສມັກຊຸມນັ້ນ ຫາກພັກ ຫາກເຊົາ ບໍ່ຮັບຂະເຈົ້າອີກ ກະແມ່ນໂຮງຮຽນກະປິດ."

ໃນຂນະດຽວກັນ ອະດີດນາຍຄຣູ ທີ່ແຂວງວຽງຈັນທ່ານນຶ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ການຈະຍຸຕິຮັບເອົາ ຄຣູອາສາ ສມັກ ແລະຈະຫັນເອົາຄຣູຣັຖ ຢູ່ໃນເມືອງ ລົງໄປສອນແທນ ຄຣູອາສາສມັກ ໃນເຂດຊົນນະບົດນັ້ນ ຟັງຄືງ່າຍ, ແຕ່ອາຈຈະປະຕິບັດ ບໍ່ໄດ້:

“ເຣື້ອງງ່າຍມັນກະບໍ່ຂ້ອນຂ້າງຈະງ່າຍເນາະ ຄັນຜູ້ຢູ່ໃນຜູ້ຢູ່ສະບາຍແລ້ວ ມັນກະບໍ່ຢາກອອກມາທຸກເນາະ ຄັນເວົ້າ. ບາງຄົນວ່າ ອາຈານນີ້ ຖືກໂຍກຍ້າຍໄປຢູ່ເຂດ ຊົນນະບົດຫ່າງໄກ ຊີ້ເນາະ, ບາງທີໂອ້ບໍ່ໄປບໍ່ໄດ້ ຈຳເປັນ ກະບາງທີເຮົາອາຈເສັຽ ບຸຄລາກອນ ໄປກະມີ ເຊັ່ນ ລາອອກບໍ່ ຈັ່ງຊີ້ ມັນກະມີຜົລລົບ ຫຼາຍກວ່າຜົລບວກ."

ທ່ານກ່າວຕື່ມວ່າ ຖ້າບໍ່ມີຄຣູອາສາສມັກ ກໍອາຈເຮັດໃຫ້ໂຮງຮຽນຫຼາຍແຫ່ງ ຢູ່ຊົນນະບົດ ຕ້ອງໄດ້ປິດໂຮງຮຽນ ແລະຜູ້ທີ່ໄດ້ຮັບຜົລກະທົບ ໂດຍກົງ ກໍຄືເດັກນ້ອຍນັກຮຽນນັ້ນເອງ. ສ່ວນວ່າຈະຫັນເອົາຄຣູໃນເມືອງ ໄປສອນຢູ່ຊົນນະບົດ ກໍຄົງເປັນເຣື້ອງ ທີ່ຕ້ອງໃຊ້ເວລາອີກດົນ ກວ່າຈະຈັດຕັ້ງປະຕິບັດໄດ້ ເພາະຄຣູຣັຖ ຫຼາຍຄົນ ອາຈເລືອກໄປເຮັດວຽກອື່ນ ຫຼາຍກວ່າຈະໄປສອນ ຢູ່ເຂດຊົນນະບົດຫ່າງໄກ ທີ່ມີຄວາມລໍາບາກ.

ຕາມການສຳຣວດຂອງກະຊວງສຶກສາທິການແລະກິລາ ເມື່ອທ້າຍປີ 2017 ທີ່ຜ່ານມາ, ໃນທົ່ວປະເທສ ມີພະນັກງານສຶກສາ ແລະກິລາ ປະມານ 86 ພັນ ປາຍຄົນ, ຊຶ່ງໃນນັ້ນເປັນຄຣູຣັຖ 70 ພັນປາຍຄົນ. ແລະມີຄຣູອາສາສມັກ 10 ພັນປາຍຄົນ ທີ່ສອນ ຢູ່ຕາມໂຮງຮຽນ ຕ່າງໆ ໃນເຂດຊົນນະບົດຂອງລາວ, ຊຶ່ງຈຳນວນນຶ່ງ ໄດ້ສອນມາເປັນເວລາຫຼາຍປີແລ້ວ, ແຕ່ບໍ່ຖືກບັນຈຸເຂົ້າເປັນຣັຖກອນ ຍ້ອນໂກ່ຕ້າ ຣັຖກອນ ທີ່ລົງມາທ້ອງຖິ່ນໃນແຕ່ລະປີ ມີຈຳນວນໜ້ອຍ ຈຶ່ງບໍ່ສາມາດບັນຈຸຄ ຣູອາສາສມັກ ເຂົ້າເປັນ ຄຣູຣັຖໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.