ເຈົ້າໜ້າທີ່ນໍາຈັບຄົນຮ້າຍ ສາຍ ໂທຣະສັບ

ສຸພັດຕາ
2018.05.04
F-Thakhek ເມືອງທ່າແຂກ ແຂວງຄຳມ່ວນ
Screen captured ເມືອງທ່າແຂກ ແຂວງຄຳມ່ວນ ແຫ່ງປະເທດລາວ FB page

ປກສ ເມືອງທ່າແຂກ ແຂວງຄຳມ່ວນ ເລັ່ງຊອກຫາຄົນຮ້າຍ ທີ່ເອົາສາຍໂທຣະສັບ ມັດກັບຕົ້ນໄມ້ ຂວາງສອງຝາກທາງ ເພື່ອຫວັງໃຫ້ຣົດລົ້ມ ແລ້ວຊິງຊັບຈາກປະຊາຊົນ. ເມື່ອວັນທີ 2 ພຶສພາ ຜ່ານມາປະຊາຊົນ ແລະຕຳຣວດປ້ອງກັນ ຄວາມສງົບ ເມືອງທ່າແຂກ ໄດ້ຊ່ວຍກັນກວດ ຄົ້ນບໍຣິເວນ ກຸ່ມບ້ານຈອມທອງ ເພື່ອຊອກຫາຄົນຮ້າຍ ທີ່ວ່ານັ້ນ ຊຶ່ງເຈົ້າໜ້າທີ່ຕຳຣວດ ຄາດວ່າ ຢ່າງໜ້ອຍແມ່ນມີ 2 ຄົນ ຂຶ້ນໄປ, ດັ່ງ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ເມືອງທ່າແຂກ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 3 ພຶສພາ ນີ້ວ່າ:

“ຢູ່ແຖວກຸ່ມຈອມທອງພຸ້ນນະ ຍັງຈັບບໍ່ທັນໄດ້ ຍັງຕິດຕາມຢູ່ ຍັງອັນນັ້ນຢູ່ ໂດຍສົມທົບກັບຫຼາຍພາກສ່ວນຢູ່ ຊໍ່ານີ້ມັນກໍ່ຕ້ອງ ຜູ້ນຶ່ງສອງຄົນ ຂຶ້ນໄປແຫລ້ວ ມັນເຮັດແນວນີ້ມັນ ຈັ່ງພາກັນໄປເຮັດ ຜ່ານມາບໍ່ເຄີຍມີເດ່ ໃນເມືອງທ່າແຂກ ເຮົານິ່ບໍ່ມີ ປັດຈຸບັນນີ້ ກະມີຢູ່ເລັກໆໜ້ອຍໆ ພວກລັກເລັກຂະໂມຍນ້ອຍ ເປັນສ່ວນຫຼາຍ ແຕ່ວ່າໂຕໃຫຍ່ໆແທ້ ບໍ່ວ່າຈະຮູ້ສຶກວ່າຈັ່ງໃດ.”

ທ່ານກ່າວຕື່ມວ່າ ກໍຣະນີນີ້ ຍັງບໍ່ມີໃຜໄດ້ຮັບຄວາມເສັຍຫາຍເທື່ອ ເພາະປະຊາຊົນໃນເຂດນັ້ນພົບເຫັນແລ້ວແຈ້ງ ໃຫ້ເຈົ້າໜ້າທີ່ຕຳຣວດ ຮູ້ກ່ອນ:

“ປະຊາຊົນໄປພົບເຫັນກ່ອນ ຍັງບໍ່ທັນໄດ້ເກີດຂຶ້ນເຫດການ ມີແຕ່ເບາະແສວ່ານັ້ນສື່ໆ ມັນກຳລັງສ້າງສະຖານະການ ຢູ່ນັ້ນ ມີອັນຕະລາຍ ແລ້ວເນາະ ເພາະວ່າ ຖ້າຫາກມີຄົນຂີ່ລົດຜ່ານໄປ ມັນກໍ່ເຖິງຊີວິດ ພຸ້ນເນາະ ບາງເທື່ອກໍ່ເຈັບກໍ່ໜັກແລ້ວເນາະ ບາງເທື່ອຄົນບໍ່ເຫັນ ແລ້ວ ຂີ່ລົດຜ່ານໄປ ມັນກໍ່ຕົກເຜ້ງແລ້ວຕິ ມັນກໍ່ອັນຕະລາຍແລ້ວເນາະ.”

ທ່ານກ່າວອີກວ່າ ກ່ຽວກັບເຫດການໃນຄັ້ງນີ້ ປກສ ບ້ານແລະເມືອງ ໄດ້ແນະນຳໃຫ້ ນາຍບ້ານ ແລະປະຊາຊົນ ກຸ່ມບ້ານຈອມທອງ ໃຫ້ມີ ສະຕິຣະວັງຕົວ ໃນການເດີນທາງໄປມາ ໃຫ້ຫຼາຍຂຶ້ນ ເພື່ອປ້ອງກັນຊີວິດ ແລະ ຊັບສິນຂອງຕົນ ຊື່ງລັກສນະຂອງຄົນຮ້າຍ ເທື່ອນີ້ຖືວ່າ ເຮັດໃຫ້ຜູ້ອື່ນ ອາດເກີດອັນຕລາຍເຖິງຊີວິດໄດ້.

ກ່ຽວກັບເຣື້ອງນີ້ເຈົ້າໜ້າທີ່ບ້ານເວົ້າວ່າ ຈະຕິດຕາມຊອກຫາຄົນຮ້າຍໃຫ້ໄດ້ ແລະຈະເອົາຕົວມາລົງໂທດຕາມຣະບຽບກົດໝາຍ ບ້ານເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.