ການປາບປາມ ທີ່ມິດງຽບ ຢູ່ ສປປລາວ

ມະນີຈັນ
2017.12.05
F-Anne-Sophie ຮູປໜ້າປົກຂອງປື້ມທີ່ຂຽນ ໂດຍ ມາດາມ ແອນນີ ໂຊຟີ Gindroz ທີ່ຊື່ວ່າ “ການປາບປາມ ທີ່ມິດງຽບ” ຢູ່ ສປປລາວ
Anne-Sophie Gindroz

ປຶ້ມທີ່ຊື່ວ່າ ‘The Silent Repression’ ຊຶ່ງພໍແປເປັນພາສາລາວໄດ້ວ່າ ການປາບປາມທີ່ມິດງຽບ ຢູ່ລາວ ຖືກນໍາອອກ ສູ່ສາຍຕາຂອງຜູ້ຄົນ ກ່ອນໜ້າຮອດມື້ຄົບຮອບ 5 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນໄປ ຈາກ ກາງນະຄອນຫຼວງ ວຽງຈັນ ໃນມື້ວັນທີ 15 ທັນວາ ປີ 2012.

ປື້ມຫົວນີ້ ເປັນປຶ້ມທີ່ຂຽນຂຶ້ນມາເພື່ອເປັນຫລັກຖານ ຄໍາໃຫ້ການຂອງ ມາດາມ Anne-Sophie Gindroz ພາຍຫລັງທີ່ ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ແລະກໍເປັນປຶ້ມທີ່ເຮັດໃຫ້ ມາດາມ ບໍ່ຍື່ນຄໍາຮ້ອງຂໍໃຫ້ຍົກເລີກ ຂໍ້ຫ້າມ ມາດາມ ບໍ່ໃຫ້ ກັບມາລາວ. ໃນການໃຫ້ສັມພາດ RFA ມາດາມ ກ່າວວ່າ:

"when I was expelled I was given the status of … permanent … ຕອນທີ່ຖືກເນຣະເທດນັ້ນ ທາງການລາວ ບອກວ່າ ມາດາມ ຈະບໍ່ໄດ້ຮັບ ອະນຸຍາດ ໃຫ້ກັບເຂົ້າມາລາວ ໄດ້ອີກ ເມື່ອຖາມວ່າ ເປັນເວລາດົນປານໃດນັ້ນ ຄໍາຕອບກໍຄື ຢ່າງໜ້ອຍ 3 ປີ ຈຶ່ງຍື່ນຄໍາຮ້ອງຂໍໃຫ້ ຍົກເລີກ ຂໍ້ຫ້າມນັ້ນໄດ້. ແຕ່ມາດາມ ກໍບໍ່ໄດ້ຍື່ນຄໍາຮ້ອງ ນັ້ນເລີຍ ເທົ່າຮອດມື້ນີ້ ເຫດຜົນນຶ່ງ ກໍຄືວ່າ ມາດາມໄດ້ຂຽນ ປຶ້ມເຣື່ອງ ການປາບປາມທີ່ມິດງຽບ ຢູ່ ລາວ ຫົວນີ້."

ຈຸດປະສົງຂອງປື້ມຫົວນີ້ ມາດາມ ເວົ້າວ່າ ແມ່ນຢາກອະທິບາຍກ່ຽວກັບ ການຈໍາກັດສິດທິ ພື້ນຖານ, ຂອບເຂດການປະຕິບັດ ວຽກງານ ຂອງອົງການພາກ ປະຊາຊົນ ທ້ອງຖິ່ນ ທີ່ຖືກຈໍາກັດ ຈາກທາງການລາວ, ແລະສິ່ງທີ່ຕາມມາ ພາຍຫລັງເກີດເຫດການ ລັກພາຕົວ ທ່ານ ສົມບັດ ສົມພອນ. ນັ້ນຄືການກົດດັນ ແລະການຂົ່ມຂູ່ ທີ່ເພີ່ມຂຶ້ນ. ມາດາມ Anne-Sophie ຖືກໃຫ້ອອກຈາກລາວ ພາຍໃນ 48 ຊົ່ວໂມງ ດັ່ງມາດາມ ກ່າວວ່າ:

"Well they accuse me of conducting an anti-govt campaign. They use the letter… ທາງການລາວກ່າວຫາ ຂ້ອຍວ່າ ໂຄສະນາຕ້ານ ຣັຖບານລາວ ແລະຣະເມີດ ຣັຖທັມນູນຂອງລາວ. ພວກເພິ່ນໃຊ້ ຈົດໝາຍທີ່ຂ້ອຍ ສົ່ງເຖິງຄູ່ຮ່ວມພັທນາ ແລະອົງການ ທີ່ໃຫ້ການ ຊ່ວຍເຫລືອ ຈໍານວນນຶ່ງ ໃນນະຄອນຫລວງວຽງຈັນ ຊຶ່ງເປັນຈົດໝາຍ ສ່ວນຕົວ ທີ່ເວົ້າເຖິງການ ເຮັດວຽກງານ ຂອງພວກຂ້ອຍ ໃນສະພາບແວດລ້ອມ ທີ່ທ້າທາຍ ແລະວ່າ ພວກທ່ານບໍ່ຄວນຕີຣາຄາຕໍ່າ ຕໍ່ທຸກການຈໍາກັດ ເສຣີພາບ ແລະສິດທິມະນຸດ ຂັ້ນພື້ນຖານ."

ເປັນທີ່ເຊື່ອກັນໂດຍທົ່ວໄປ ວ່າສິ່ງທີ່ເກີດຂຶ້ນກັບມາດາມ ແອັນນີ ໂຊຟີ Gindroz ແລະ ທ່ານ ສົມບັດ ສົມພອນ ໃນເວລາທີ່ໄລ່ເລັ່ຽກັນນັ້ນ ແມ່ນກ່ຽວຂ້ອງກັບ ກອງປະຊຸມ ເວທີປະຊາສັງຄົມ ເອເຊັຽ-ຢູໂຣບ ທີ່ຈັດຂຶ້ນແຕ່ວັນທີ 16 ຫາ 19 ຕຸລາ 2012 ທີ່ ນະຄອນຫລວງວຽງຈັນ.

ຕອນຖືກເນຣະເທດນັ້ນ ມາດາມ ບອກວ່າ ຍັງມີຄວາມຫວັງຫລາຍຢູ່ ຍ້ອນປາກົດວ່າ ມີຫລາຍສິ່ງທີ່ກ້າວໄປຂ້າງໜ້າ. ໃນ 48 ຊົ່ວໂມງ ສຸດທ້າຍ ທີ່ຢູ່ລາວນັ້ນ ມາດາມໄດ້ຮັບການສນັບສນູນ ແລະໃຫ້ກໍາລັງໃຈຫລາຍ ຊຶ່ງມາດາມ ກໍມີຄວາມຫວັງວ່າ ສິ່ງຕ່າງໆທີ່ ໄດ້ເລີ່ມມານັ້ນ ຈະສືບຕໍ່ໄປ:

"but one week later when SB was arrested it all fell apart and really it was a shock… ແຕ່ແລ້ວ ເມື່ອ ທ່ານ ສົມບັດ ສົມພອນ ຖືກຈັບ ແລະ ຫາຍສາບສູນໄປ 1 ອາທິດ ຕໍ່ມານັ້ນ ທຸກຢ່າງເພພັງລົງ ແລະກໍເກີດຄວາມຮູ້ສຶກ ຕົກສະເງີ້ ຢ່າງບໍ່ໜ້າເຊື່ອ ສໍາລັບທຸກຄົນ ຊຶ່ງມາດາມ ກໍຄິດວ່ານີ້ເປັນຍຸທສາດ ປິດປາກ ແລະຂຍາຍຄວາມຢ້ານກົວ ຊຶ່ງກໍໄດ້ຜົລສໍາລັບ ຣັຖບານລາວ ຍ້ອນວ່າເຮັດໃຫ້ ສັງຄົມ ມິດງຽບໄດ້ ຊຶ່ງປາກົດວ່າ ສໍາລັບມາດາມແລ້ວ ການໂຕ້ຕອບ ທີ່ດີທີ່ສຸດ ຄືການເວົ້າ ອອກມາເຖິງ ສິ່ງທີ່ຮູ້ເຫັນ ປະຈັກຕາ."

ຢູ່ລາວ ມາດາມ Anne-Sophie Gindroz ເປັນຜູ້ອໍານວຍການ Helvetas ຊຶ່ງເປັນ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ Switzerland, ເຮັດວຽກຢູ່ເຂດຊົນນະບົດ ຂອງລາວ ແຕ່ປີ 2009 ເຖິງປີ 2012 ຊຶ່ງເປັນປີທີ່ມາດາມ ຖືກທາງການລາວ ເນຣະເທດ ໃນເດືອນ ທັນວາ. ໃນເວລານັ້ນ Helvetas ແມ່ນຊ່ວຍສົ່ງເສີມການກະເສດ ປອດສານພິດ, ສົ່ງເສີມການພັທນາ ແບບປະສົມປະສານ ສໍາລັບຊຸມຊົນ ໃນເຂດ ຊົນນະບົດ, ຮ່ວມມືກັບຣັຖ ບານລາວ ປັບປຸງການ ບໍຣິການຕ່າງໆ, ການສຶກສາດ້ານ ການກະເສດ ແລະການເຂົ້າ ເຖິງພລັງງານທີ່ຍືນຍົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.