ກົດໝາຍທີ່ດິນສະບັບໃໝ່ ຊາວລາວ ບໍ່ຄາດຫວັງ
2018.09.24
ກະຊວງຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ອອກແຈ້ງການ ໃນວັນທີ 19 ກັນຍາ ເພື່ອເປີດໂອກາດ ໃຫ້ປະຊາຊົນ ປະກອບ ຄຳຄິດເຫັນ ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ. ແຕ່ປະຊາຊົນຜູ້ທີ່ເຄີຍໄດ້ຮັບ ຄວາມເສັຽຫາຍແລະອັປໂຍດ ຈາກການເສັຍທີ່ດິນ ໃຫ້ນັກລົງທຶນ ກໍຍັງຄິດວ່າ; ເຖິງວ່າຈະມີການປັບປຸງ ກົດໝາຍທີ່ດິນ ແຕ່ກໍຍັງບໍ່ມີຜົນສັກສິດ ໃນພາກປະຕິບັດ ຍ້ອນວ່າ ເຈົ້າໜ້າຣັຖ ຍັງໃຊ້ອຳນາດ ໄປຍາດເອົາທີ່ດິນຂອງປະຊາຊົນ. ດັ່ງພະນັກງານບຳນານ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 24 ກັນຍາ ນີ້ວ່າ:
"ດຽວນີ້ ເລື້ອງເກົ່າທີ່ຜ່ານມາ ລະກະຍັງບໍ່ທັນເຮັດ ຊິອອກກົດໝາຍແນວໃດອີກ ອອກມາແລ້ວ ມັນຊິສັກສິດແນວໃດ ເຈົ້າບໍ່ປະຕິບັດເດ້ ລະໄປ ປະຕິບັດ ແຕ່ຜູ້ນ້ອຍຜູ້ຢ້ານກົດໝາຍ ຜູ້ມັນບໍ່ຢ້ານກົດໝາຍ ຜູ້ມັນຢູ່ເໜືອກົດໝາຍລະເສີຍເມີຍ ຢູ່ດຽວນີ້ ບໍ່ເຫັນດີ ອອກຊິອອກ ແນວໃດກໍອອກ ໃຫ້ເຮັດຕົວຈິງກ່ອນກວດກາຄືນກ່ອນ ຖ້າບໍ່ກວດກາຄືນນີ້ ປະຊາຊົນມັນຊິມີຄວາມເຫັນຫຍັງຕົວຢ່າງເຈົ້ານາຍເອົາດິນເຂົາ ເຂົາກະ ປາກບໍ່ໄດ້ ເຂົາກະຢ້ານ."
ບັນຫາທີ່ດິນເກີດຂຶ້ນທີ່ຜ່ານມາ ຍ້ອນຜູ້ມີຖານະຕຳແໜ່ງໄປເອົາທີ່ດິນ ຂອງປະຊາຊົນ ແລະເຈົ້າໜ້າທີ່ຣັຖ ມີດິນຈຳນວນຫລາຍ, ດັ່ງທ່ານ ກ່າວຕື່ມອີກວ່າ:
"ເລື້ອງເກົ່າກໍຍັງບໍ່ທັນແກ້ໄຂ ເຈົ້ານາຍລະເອົາດິນຈັກເຮັກຕາ ດິນປະຊາຊົນປຸກເບີກມາຢູ່ແລ້ວ ແມ່ນຢູ່ເຈົ້າດິນລັດ ແຕ່ວ່າເຈົ້າເອົາເຈົ້າກະຕ້ອງ ຊົດເຊີຍເຂົາ ບາງບ່ອນກະເອົາລ້າໆ."
ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ກ່ຽວຂ້ອງ ເຫັນວ່າຮ່າງກົດໝາຍສະບັບປັບປຸງ ມີເນື້ອໃນຮັດກຸມຂຶ້ນຕື່ມ ແລະຈະໃຫ້ປະຊາຊົນ ໄດ້ຮັບຜົນປໂຍດ ຫລາຍກວ່າ ເສັຍຜົນປະໂຫຍດ. ດັ່ງ ທ່ານ ບຸຕີ ຫົວໜ້າຫ້ອງການ ກະຊວງຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 24 ກັນຍາ ວ່າ:
"ຄິດວ່າ ໄດ້ປະໂຫຍດຫລາຍກວ່ານີ້ແຫລະ ເພາະວ່າ ມັນເປັນຮ່າງນະກົດໝາຍ ທີ່ເປີດກວ້າງ ລະດົມຄວາມຄິດຄວາມເຫັນ ຂອງປະຊາຊົນ ຂຶ້ນມາ ໃຫ້ທຸກຄົນໄດ້ ປະກອບຄຳເຫັນໃສ່."
ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ປະກອບມີ 185 ມາດຕຣາ ຊຶ່ງຈະນຳສະເໜີຢູ່ໃນກອງປະຊຸມ ສະພາແຫ່ງຊາດ ໃນທ້າຍປີ 2018 ທີ່ຈະມາເຖິງນີ້ ເພື່ອໃຊ້ແທນກົດໝາຍ ວ່າດ້ວຍທີ່ດິນສະບັບ ປະຈຸບັນ ທີ່ມີທັງໝົດ 87 ມາດຕຣາ.
ຣັຖບານໄດ້ໃຫ້ນັກລົງທຶນ ສຳປະທານທີ່ດິນຫຼາຍກວ່າ 1 ລ້ານເຮັກຕາໃນທົ່ວປະເທດ ຊຶ່ງຍັງບໍ່ລວມເອົາເນື້ອທີ່ດິນ ສຳປະທານໂຄງການ ບໍ່ແຮ່ ແລະໂຄງການເຂື່ອນໄຟຟ້າ. ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ.
ຜ່ານມາການບຸກລຸກ ແລະເອົາທີ່ດິນຂອງຊາວບ້ານ ເກີດຂຶ້ນຫລາຍ ໂດຍເຈົ້າໜ້າທີ່ຂອງຣັຖ ແລະນັກລົງທຶນ ນັບແຕ່ມີນະໂຍບາຍຫັນດິນ ເປັນທຶນ. ຕົວຢ່າງກໍຣະນີ ທີ່ເກີດຂຶ້ນໃນປີ 2017 ທີ່ຜ່ານມາ ມີຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ຖືກທາງການ ແຂວງເຊກອງ ຈັບຂັງຄຸກ ຍ້ອນຂໍ້ຂັດແຍ່ງທີ່ດິນ ກັບນາຍທຶນ. ໃນນັ້ນຜູ້ເສັຍຊີວິດ ຢູ່ໃນຄຸກ 1 ຄົນ.