ຢູ່ນະຄອນຫຼວງຂະໂມຍ ຫຼາຍຂຶ້ນ
2017.11.01
ປັດຈຸບັນ ການຂີ້ລັກມັກສົກ ຢູ່ນະຄອນຫລວງວຽງຈັນ ມີຫລາຍຂຶ້ນ ຊຶ່ງສ່ວນນຶ່ງແມ່ນ ເປັນຍ້ອນ ພວກທີ່ເຄີຍເປັນນັກໂທດ ຍ້ອນຄະດີນີ້ ຈຳນວນນຶ່ງ ກັບມາກໍ່ອາຊຍາກັມ ຄືນອີກ ຍ້ອນບໍ່ມີວຽກເຮັດງານທຳ ຊຶ່ງເຈົ້າໜ້າທີ່ ໃນນະຄອນຫລວງ ວຽງຈັນ ຢາກໃຫ້ ພາກສ່ວນທີ່ ກ່ຽວຂ້ອງ ຕິດຕາມ ການເຄື່ອນໄຫວ ຂອງພວກເຂົາເຈົ້າ ເພື່ອປ້ອງກັນບໍ່ໃຫ້ ພວກເຂົາເຮັດແນວບໍ່ດີ ອີກຕໍ່ໄປ. ດັ່ງທີ່ນາງກ່າວ ໃນມື້ວັນທີ 31 ຕຸລາ ນີ້ວ່າ:
"ຢ້ານຂະເຈົ້າມາເຄື່ອນໄຫວຫັ້ນແຫຼະ ຢາກໃຫ້ຕິດຕາມເບິ່ງການເຄື່ອນໄຫວ ຂອງພວກນັກໂທດຫັ້ນແຫລະ ສົມມຸດວ່າປ່ອຍມານີ້ ເຮົາກໍຕ້ອງ ໄດ້ຕິດຕາມຫັ້ນແຫຼະນໍ ເພາະວ່າປ່ອຍອອກມາຫຼາຍເດ ຮອດກໍານົດ ກໍຕ້ອງໄດ້ປ່ອຍເຂົານໍ ນັກໂທດຫັ້ນນະ ເຂົາສິມີການປັບປຸງ ປ່ຽນແປງບໍ ຈັກໜ່ອຍອອກມາ ກະມາເຄື່ອນໄຫວ ຄືເກົ່າ".
ນາງກ່າວຕື່ມວ່າ ເຖິງແມ່ນທາງການທີ່ກ່ຽວຂ້ອງ ປ່ອຍນັກໂທດອອກຈາກຄຸກ ແລ້ວສົ່ງຣາຍຊື່ພວກເຂົາ ໃຫ້ທາງການ ແຕ່ລະທ້ອງຖິ່ນ ເພື່ອ ຕິດຕາມພຶດຕິກັມ ຂອງພວກເຂົາກໍດີ ແຕ່ກໍຍັງເຫັນວ່າ ບໍ່ສາມາດຕິດຕາມ ໄດ້ຢ່າງໃກ້ຊິດເທົ່າທີ່ຄວນ. ດັ່ງນັ້ນຈຶ່ງຢາກ ໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ເພີ້ມມາຕການຕິດຕາມ ນີ້ຫລາຍຂຶ້ນ ພ້ອມທັງຊອກຫາ ວຽກເຮັດງານທຳ ໃຫ້ພວກເຂົາທຸກຄົນ ເພື່ອຮັບປະກັນວ່າ ພວກເຂົາຈະກາຍ ເປັນຄົນດີ ຢູ່ໃນສັງຄົມ ໄດ້ເປັນປົກກະຕິ.
ພ້ອມກັນນັ້ນ ນາງກໍເຕືອນວ່າແຕ່ນີ້ໄປຮອດທ້າຍປີ ຈະມີເທສການເກີດຂຶ້ນໃນລາວ ອີກຫຼາຍ ເປັນຕົ້ນງານບຸນທາດຫລວງ, ຄຣິສມາສ ແລະ ປີໃໝ່ສາກົນ ຊຶ່ງພວກຂີ້ລັກ ແລະຄົນບໍ່ດີສວຍໂອກາດ ກໍ່ເຫດລັກຊັພ ຫລາຍຂຶ້ນ. ດັ່ງນັ້ນຈຶ່ງໃຫ້ປະຊາຊົນ ມີສະຕິ ຣະວັງຕົວຫຼາຍຂຶ້ນ ແລະ ພຍາຍາມເກັບຊັພສິນເງິນຄຳ ໄວ້ບ່ອນປອດພັຍ.
ເມື່ອອາທິດທີ່ຜ່ານມາ ໜັງສືພິມ Vientiane Times ຣາຍງານວ່າ ຜແນກປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ ໄດ້ເຕືອນໃຫ້ ປະຊາຊົນ ເພີ້ມຄວາມຣະມັດຣະວັງ ບັນຫາການກໍ່ ອາຊຍາກັມ ໃຫ້ຫລາຍຂຶ້ນ ພາຍຫລັງນັກໂທດ ຈຳນວນນຶ່ງ ໄດ້ຖືກປ່ອຍຕົວ ອອກຈາກ ຄຸກ ໄປແລ້ວ.