ກອງປະຊຸມສຸດຍອດອາຊຽນ ເປີດແລ້ວ

ອະວາຣີ
2016.09.06
F-BounNhang ທ່ານບຸນຍັງ ວໍຣະຈິດ ປະທານປະເທດສປປລາວ ກ່າວເປີດກອງປະຊຸມ
RFA

ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ເປີດຂຶ້ນແລ້ວ ຢ່າງເປັນ ທາງການ ເມື່ອ ຕອນບ່າຍ ຂອງ ວັນທີ 6 ກັນຍາ ປີ 2016 ນີ້ ທີ່ ຫໍປະຊຸມ ແຫ່ງຊາດລາວ ນະຄອນຫຼວງ ວຽງຈັນ. ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ສປປລາວ ປະກາດ ເປີດ ກອງປະຊຸມ ຕອນນຶ່ງວ່າ:

“ໃນໂອກາດ ເລີກງາມຍາມດີນີ້ ຂ້າພະເຈົ້າ ຂໍປະກາດ ເປີດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມ ສຸດຍອດ ທີ່ກ່ຽວຂ້ອງ ຢ່າງ ເປັນທາງການ ແລະ ຂໍອວຍພອນ ໃຫ້ ກອງປະຊຸມ ສຸດຍອດ ຄັ້ງນີ້ ຈົ່ງປະສົບ ຜົນສຳເຣັດ ຢ່າງ ຈົບງາມ ຂໍຂອບໃຈ.”

ປະທານ ບຸນຍັງ ວໍຣະຈິດ ກ່າວອີກ ຕອນນຶ່ງວ່າ ອາຊຽນ ເປັນອົງການ ນຶ່ງ ທີ່ສໍາຄັນ ໃນພາກພື້ນ ທີ່ໄດ້ຜ່ານຜ່າ ບັນຫາ ທ້າທາຍ ຫຼາຍຢ່າງ ແຕ່ກໍປະສົບ ຄວາມສຳເຣັດ ໃນຫຼາຍດ້ານ ຈົນສາມາດ ກາຍເປັນ ປະຊາຄົມ ອາຊຽນ ໄດ້ ເມື່ອທ້າຍປີ 2015 ເປັນຕົ້ນມາ.

ສ່ວນທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ໄດ້ກ່າວ ຂອບໃຈ ປະເທດ ອາຊຽນ ຄູ່ເຈຣະຈາ ປະເທດ ເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ທີ່ໄດ້ໃຫ້ ການຮ່ວມມື ແລະ ການຊ່ວຍເຫລືອ ແກ່ ສປປລາວ ໃນການ ເປັນປະທານ ອາຊຽນ ປີ 2016 ນີ້.

ນອກຈາກ ຜູ້ນຳລາວ ທັງສອງ ເຂົ້າຮ່ວມ ພິທີເປີດ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງນີ້ ກໍຍັງມີ ປະມຸກຣັດ ຫົວໜ້າ ຣັຖບານ ຣັຖມົນຕຣີ ການຕ່າງ ປະເທດ ອາຊຽນ ແລະ ເລຂາທິການ ໃຫຍ່ ອາຊຽນ.

ອາວະຣີ ອາຣແອຟເອ ຣາຍງານ ຈາກ ນະຄອນຫຼວງ ວຽງຈັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.