ທາງການລາວ ວ່າບໍ່ຮູ້ເຣື້ອງ ທ.ໂກຕີ

ຈໍາປາທອງ
2017.08.02
f-kotee ທ່ານ ໂກຕີ ຫລື ວຸດທິພົງ ກົດທໍາມະຄຸນ ທີ່ຖືກຄົນກຸ່ມນຶ່ງ ເຂົ້າໄປຈັບຢູ່ບ້ານພັກ ຂອງຜູ້ກ່ຽວແຫ່ງນຶ່ງ ໃນປະເທສລາວ ເມື່ອວັນທີ 29 ກໍຣະກະດາ 2017
AFP

ເຈົ້າໜ້າທີ່ທາງການລາວ ເວົ້າວ່າ ບໍ່ຮູ້ເຣື້ອງ ກ່ຽວກັບ ທ່ານ ໂກຕີ ຫລື ວຸດທິພົງ ກົດທໍາມະຄຸນ ຜູ້ຕ້ອງຫາ ທີ່ທາງການໄທ ອອກໝາຍຈັບ ຊຶ່ງຖືກຄົນກຸ່ມນຶ່ງ ເຂົ້າໄປຈັບ ຢູ່ບ້ານພັກ ຂອງຜູ້ກ່ຽວແຫ່ງນຶ່ງໃນ ນະຄອນຫຼວງວຽງຈັນ ປະເທສລາວ ເມື່ອວັນທີ 29 ກໍຣະກະດາ 2017 ຕາມທີ່ຫລາຍ ສື່ສັງຄົມ ໃນປະເທສໄທ ຣາຍງານ ແລະວ່າ ເປັນໄປໄດ້ທີ່ຂ່າວ ດັ່ງກ່າວ ບໍ່ມີມູນຄວາມຈິງ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຕໍາຣວດລາວ ໃນວັນທີ 1 ສິງຫາ ນີ້:

"ໂຕນີ້ກະບໍ່ແນ່ ກະບໍ່ແນ່ວ່າ ມາຫລືບໍ່ມາ ກະບໍ່ໄດ້ຂໍ້ມູນໂຕນີ້ ຢ່າງລະອຽດ ດອກມັນບໍ່ໄດ້ມີ ຂໍ້ມູນຫຍັງດອກ ແຕ່ວ່າກະເວົ້າສຸມສີ່ ສຸມຫ້າ ໄປຊື່ໆຕິບໍ".

ເມື່ອກ່ອນໜ້ານີ້ ພົນເອກ ສະເຫລີມໄຊ ສິດທິສາດ ຜູ້ບັນຊາການທະຫານບົກຂອງໄທ ໄດ້ກ່າວຕໍ່ສື່ມວນຊົນ ວ່າບໍ່ໄດ້ຮັບ ຣາຍງານກ່ຽວກັບ ຂ່າວດັ່ງກ່າວ, ທ່ານບໍ່ຮູ້ໃນ ເຣຶ່ອງນີ້:

"ທ່ານກ່າວວ່າ ບໍ່ມີ,ບໍ່ມີ ຂ້າພະເຈົ້າບໍ່ຮູ້, ຖ້າຢູ່ໃນລາວ ຂ້າພະເຈົ້າ ກະບໍ່ຮູ້, ພຽງແຕ່ວ່າ ເຮົາບໍ່ຮູ້ຣາຍລະອຽດວ່າ ຂໍ້ມູນທີ່ໄດ້ຮັບ ຈະແທ້ຫຼືບໍ່ ຢ່າງໃດ, ແລະວ່າ ທີ່ສໍາຄັນກໍຄື ເປັນ ເຣຶ່ອງຣະຫວ່າງ ປະເທສ".

ສໍາລັບຂໍ້ຫາຕາມໝາຍຈັບ ໂກຕີ ທີ່ເປັນຜູ້ຕ້ອງຫາ ຂອງທາງການໄທ ນັ້ນຄືມີອາວຸດສົງຄາມ ໄວ້ໃນຄອບຄອງ ເພື່ອກໍ່ເຫດຮຸນແຮງ ທ.ໂກຕີ ອະດີດເຄີຍເປັນແກນນໍາ ຂອງກຸ່ມ ແນວຮ່ວມ ປະຊາທິປິໄຕ ຕໍ່ຕ້ານ ຜະເດັດການ ແຫ່ງຊາດ ຫລື ກຸ່ມຄົນເສື້ອແດງ ໃນ ປະເທສໄທ.

ຕາມກະແສຂ່າວວ່າ ໂກຕີ ໄດ້ຫລົບໜີໄປຢູ່ ສປປລາວ ຈົນກະທັ້ງຖືກ ຄົນໃສ່ຊຸດດໍາ ກຸ່ມນຶ່ງປະມານ 10 ຄົນ ໄປຈັບຢູ່ບ້ານພັກ ແລະນໍາ ຕົວຂ້າມໄປ ໄທແລ້ວ. ແຕ່ຂ່າວນັ້ນ ບໍ່ໄດ້ບອກ ໃຫ້ຮູ້ວ່າ ຈັບຢູ່ໃສ,ບ້ານໃດ,ເມືອງໃດ. ພຽງແຕ່ບອກວ່າ ຢູ່ນະຄອນຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.