ສຽງຮຽກຮ້ອງໃຫ້ປ່ອຍຄົນງານ ສາມຄົນ
2016.09.15

ຜູ້ຕາງໜ້າ ໝູ່ເພື່ອນ ຂອງ ຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຈັບຂັງຄຸກ ໃນ ນະຄອນຫຼວງ ວຽງຈັນ ໃນຂໍ້ຫາ ໃສ່ຮ້າຍປ້າຍສີ ພັກ-ຣັຖ ນັ້ນ ຮຽກຮ້ອງ ໃຫ້ອົງການ ຈັດຕັ້ງ ສາກົລ ໃນທົ່ວໂລກ ສືບຕໍ່ ຕິດຕາມ ຄະດີ ດັ່ງກ່າວ ແລະ ກົດດັນ ຣັຖບານລາວ ໃຫ້ສືບສວນ ສອບສວນ ຄະດີ ນີ້ໃໝ່ ເພາະເປັນ ຫົນທາງດຽວ ທີ່ ຈະເຮັດໃຫ້ ທັງ 3 ຄົນ ໄດ້ຮັບຄວາມ ຍຸຕິທັມ, ດັ່ງທ່ານກ່າວ ຕໍ່ RFA ໃນວັນທີ 15 ກັນຍາ ນີ້ ວ່າ:
"ຂໍຮ້ອງໃຫ້ ບັນດາ ອົງການ ຈັດຕັ້ງ ສາກົລເນາະ ອົງການ ຈັດຕັ້ງຕ່າງໆ ຕິດຕາມ ສືບສວນ ສອບສວນ ແລະ ກໍໃຫ້ ຜ່ອນຄາຍ ເນາະ ໃຫ້ມີ ຂະບວນການ ຍຸຕິທັມ ຂຶ້ນມາເນາະ ວ່າເຂົາເຮັດ ຜິດ ກົດຣະບຽບ ກົດວິນັຍ ຂອງ ຣັຖທັມນູນ ຂອງລາວ ບໍ່ ປະເທດຕ່າງໆ ກະສິຕ້ອງ ຫາວິທີ ກົດດັນ".
ທ່ານເວົ້າ ຕື່ມວ່າ ການທີ່ ທ້າວ ສົມພອນ ພິມມະສອນ, ທ້າວ ສຸກັນ ໃຈທັດ, ແລະ ນາງ ຫລອດຄໍາ ທໍາມະວົງ ຖືກ ເຈົ້າໜ້າທີ່ ຕໍາຣວດ ລາວ ຈັບໃສ່ຄຸກ ນັ້ນ ຍ້ອນວ່າ ພວກກ່ຽວ ພຽງແຕ່ໄດ້ ຍື່ນ ໜັງສື ຮຽກຮ້ອງ ເຣື່ອງສິດທິ ຢູ່ຕໍ່ໜ້າ ສະຖານທູດ ລາວ ໃນບາງກອກ ເມື່ອ ທ້າຍປີ ທີ່ແລ້ວ ແລະ ໄດ້ວິພາກ ວິຈານ ຣັຖບານ ຜ່ານ ສື່ສັງຄົມ ອອນລາຍ ຊຶ່ງ ເປັນສິດທິ ຂັ້ນພື້ນຖານ ຂອງ ຄົນທົ່ວໄປ ເທົ່ານັ້ນ ບໍ່ແມ່ນ ທໍາຜິດ ຮ້າຍແຮງ ເຖິງຂັ້ນ ໂຈມຕີ ຣັຖບານ ຫລື ເປັນອາຊຍາກອນ ທີ່ ເປັນອັນຕຣາຍ ຕໍ່ ປະເທດຊາດ. ດັ່ງນັ້ນ ການຈັບຕົວ 3 ຄົນ ດັງກ່າວ ຈຶ່ງຖືວ່າ ບໍ່ ຍຸຕິທັມ ແລະ ຂາດຄວາມ ເປັນສາກົລ.
ພ້ອມກັນນັ້ນ ທ່ານຍັງ ເວົ້າຍໍ້າອີກວ່າ ທາງການລາວ ຄວນເຄົາຣົບ ນັບຖື ສິດທິມະນຸດ ຂັ້ນພື້ນຖານ ໃຫ້ຫຼາຍກວ່າ ທີ່ຜ່ານມາ ໂດຍສະເພາະ ຄວນ ເປີດໂອກາດ ໃຫ້ ປະຊາຊົນ ສາມາດ ວິພາກ ວິຈານ ຫລື ສະແດງ ຄວາມຄິດເຫັນ ຜ່ານຊ່ອງທາງ ຕ່າງໆ ໄດ້.
ຕາມຂໍ້ມູນ ຫລ້າສຸດ ຄົນງານລາວ ທັງ 3 ຄົນນັ້ນ ຍັງຖືກ ຄຸມຂັງຢູ່ຄຸກ ໃນ ນະຄອນຫຼວງ ວຽງຈັນ, ຍັງຢູ່ ຣະຫວ່າງ ການສອບສວນ ແລະ ບໍ່ຮູ້ຄັກແນ່ ວ່າຈະຖືກ ນໍາຂຶ້ນສານ ເມື່ອໃດ ກັນແທ້. ເມື່ອ ທ້າຍເດືອນ ຜ່ານມາ ໝູ່ພວກ ຂອງຜູ້ກ່ຽວ ໄດ້ໄປຍື່ນ ໜັງສື ຮຽກຮ້ອງ ຂໍຄວາມ ເປັນທັມ ຢູ່ໜ້າ ສະຖານທູດລາວ ປະຈໍາ ປະເທດໄທ. ແຕ່ມາຮອດ ປັດຈຸບັນ ທາງການລາວ ກໍຍັງບໍ່ມີ ຄວາມເຫັນ ແຕ່ຢ່າງໃດ.