ເຂື່ອນປາກແບງ,ປາກລາຍ ຍັງຢູ່ ຕາມແຜນ

ຈໍາປາທອງ
2018.08.13
F-PAKBENG ແມ່ນໍ້າຂອງ ໃນເຂດປາກແບງ
RFA/NY

ໂຄງການເຂື່ອນປາກແບງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ແລະ ເຂື່ອນປາກລາຍ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ຊຶ່ງເປັນເຂື່ອນ ໄຟຟ້າຂະໜາດໃຫຍ່ ໃນແມ່ນໍ້າຂອງ ທີ່ຣັຖບານ ສປປລາວ ມີແຜນຈະສ້າງນັ້ນ, ປັດຈຸບັນ 2 ໂຄງການດັ່ງກ່າວ ຍັງສຳຣວດແລະສຶກສາ ຄວາມເປັນໄປໄດ້ ໃນການກໍ່ສ້າງຕໍ່ໄປ ຕາມແຜນ. ຍັງບໍ່ທັນໄດ້ຮັບຄຳສັ່ງ ຈາກຣັຖບາລ ໃຫ້ໂຈະ ຫລືກວດກາເທື່ອ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ກັບໂຄງການເຂື່ອນໄຟຟ້າ ປາກລາຍ ຢືນຢັນຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ສິງຫາ ນີ້ວ່າ:

"ເຄື່ອງຈັກສຳຣວດແລ້ວແຕ່ວ່າຍັງບໍ່ມີຄວາມຄືບໜ້າ ຫຍັງເທື່ອນີ້ນ່າ ເພາະວ່າມີຖແລງຂ່າວຂອງ ທ່ານ ນາຍົກ ມີແຕ່ສັ່ງໂຈະນັ້ນຊື່ໆ ແຕ່ວ່າ ບໍ່ເຫັນເປັນທາງການ ມາຈາກເມືອງ ທາງຫ້ອງການເຮົາໄດ້ໄປຕິດຕາມ ແຕ່ວ່າບໍ່ເຫັນເປັນທາງການມາ, ບໍ່ມີພາກສ່ວນ ໃດມາພົວພັນເຈົ້າ."

ແລະສໍາລັບເຂື່ອນປາກແບງ ເຈົ້າໜ້າທີ່ກ່ຽວຂ້ອງກໍກ່າວວ່າ ມາຮອດມືຶ້ນີ້ ທັງ ແຂວງແລະເມືອງ ຍັງບໍ່ໄດ້ຮັບຣາຍງານ ຈາກສູນກາງວ່າໃຫ້ ໂຈະແຜນການ ຫລື ກວດກາແຜນເຂື່ອນປາກແບງ ຄືນໃໝ່ເທື່ອ ມີແຕ່ວ່າໃຫ້ກວດກາ ເຂື່ອນອື່ນໆ ດັ່ງທີ່ທ່ານກ່າວວ່າ:

"ເຂື່ອນໄຟຟ້າປາກແບງບໍ່ມີນ່າ ເພິ່ນກໍບໍ່ໄດ້ແຈ້ງວ່າໃຫ້ກວດຄືນ ຢູ່ນີ້ເພິ່ນບໍ່ແຈ້ງມາກວດກາ ແຕ່ເພິ່ນບອກວ່າໃຫ້ກວດກາຄືນແຕ່ເຂື່ອນດິນ ເຂື່ອນຫຍັງ ແຕ່ເຮົາບໍ່ມີຫຍັງດອກ ຝົນຕົກກໍ່ບໍ່ມີບັນຫາຫຍັງດອກ ກວດຄືນມັນກໍ່ຍັງ ສະພາບຄືປົກກະຕິຈະໄປເປັນ ອີສັງ ບໍ່ມີຫຍັງດອກ."

ຢ່າງໃດກໍ່ຕາມ ໃນມື້ວັນທີ 7 ສິງຫາ ນີ້ ນາຍົກຣັຖມົນຕຣີ ສປປລາວ ກໍມີຄຳສັ່ງອອກມາວ່າ ໃຫ້ເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ເປັນຕົ້ນ ຂແນງພລັງງານແລະບໍ່ແຮ່ ຂແນງຊັພຍາກອນທຳມະຊາດ ແລະສິ່ງແວດລ້ອມ ແລະແຂວງຕ່າງໆ ຮ່ວມກັນກວດກາ ທັງເຂື່ອນທີ່ສ້າງແລ້ວ ເຂື່ອນທີ່ກໍາລັງກໍ່ສ້າງ ແລະເຂື່ອນທີ່ກໍາລັງ ຢູ່ໃນຣະຫວ່າງລໍການອະນຸມັດຈາກຣັຖບາລ ໃນທົ່ວປະເທດນັ້ນຄືນ ແລະຈະບໍ່ອະນຸມັດໂຄງການ ສ້າງເຂື່ອນໃໝ່ຊົ່ວຄາວ. ແຕ່ບໍ່ແມ່ນໂຄງການເຂື່ອນປາກແບງ ແລະເຂື່ອນປາກລາຍ ທີ່ກໍາລັງສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຢູ່ໃນຂນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.