ທາງການຍອມຮັບ ຂໍ້ສອບ ຮົ່ວ

ສິດນີ
2015.07.14
F-education ເຈົ້າຫນ້າທີ່ ກະຊວງສຶກສາທິການ ແລະ ກິລາ ກ່າວ ຍອມຮັບ ເຣື້ອງ ບົດສອບເສັງ ຊັ້ນ ມັທຍົມປາຍ ຮົ່ວ.
RFA

ໃນ ວັນທີ 9 ກໍຣະກະດາ 2015, ກະຊວງ ສຶກສາ ທິການ ແລະ ກິລາ, ໄດ້ ມີການ ຊີ້ແຈງ ຕໍ່ຄໍາ ຊັກຖາມ ຂອງ ປະຊາຊົນ ຜ່ານ ໂທຣະສັບ ສາຍດ່ວນ ສະພາ ແຫ່ງຊາດ, ນຶ່ງ ໃນບັນຫາ ກໍແມ່ນ ບົດ ສອບເສັງ ຈົບ ຊັ້ນ ມັທຍົມ ປາຍ ຮົ່ວ, ໃນ ວັນທີ 26 ມິຖຸນາ 2015. ຍານາງ ແສງເດືອນ ຫລ້າຈັນທະບູນ ຮອງ ຣັຖມົນຕຣີ ກະຊວງ ສຶກສາ ແລະ ກິລາ ເວົ້າວ່າ:

"ໄດ້ ມີການ ຕັດຊອງ ຫົວ ບົດ ສອບເສັງ ກ່ອນ ເວລາ ໃນ ສູນ ສອບເສັງ ແຫ່ງນຶ່ງ, ສະນັ້ນ ເພື່ອ ຄວາມ ໂປ່ງໄສ, ຈຶ່ງ ໄດ້ສັ່ງ ໃຫ້ ໂຈະ ການ ສອບເສັງ ໃນ ທົ່ວ ປະເທດ, ໃນ ມື້ນັ້ນ ເລີຍ, ແລ້ວ ກໍໄດ້ ແຈ້ງ ໃຫ້ ເລື່ອນໄປ ສອບເສັງ ສອງ ວິຊາ ໃນມື້ ໃຫມ່. ການເລື່ອນ ການ ສອບເສັງ ໄດ້ສົ່ງ ຜົລ ກະທົບ ໃຫ້ ສິ້ິ້ນເປືອງ ເວລາ, ເສັຽ ງົບປະມານ, ແລະ ເສັຽ ຄວາມຮູ້ສຶກ, ເສັຽ ຄວາມ ຕັ້ງໃຈ ຂອງ ທຸກຄົນ ທີ່ ຕັ້ງໃຈ ເຮັດວຽກ ງານ ໃຫ້ ອອກມາ ດີ. ດັ່ງນັ້ນ ເພື່ອ ປັບປຸງ ການ ສອບເສັງ ໃຫ້ ດີ ຂຶ້ນ ກວ່າເກົ່າ ໃນ ຕໍ່ຫນ້າ, ກະຊວງ ສຶກສາ ຈະ ຫາວິທີ ປ້ອງກັນ ແລະ ມີ ມາຕການ ທີ່ ຮັດກຸມ ກວ່າ ເກົ່າ".

ຕໍ່ ບັນຫາ ນີ້, ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ໄປຫາ ເຈົ້າຫນ້າທີ່ ກົມ ມັທຍົມ ກະຊວງ ສຶກສາ ທິການ ແລະ ກິລາ, ຊຶ່ງ ເປັນຜູ້ ຄຸ້ມຄອງ ການ ສອບເສັງ.  ເຈົ້າຫນ້າທີ່ ກົມ ມັທຍົມ ເວົ້າວ່າ, ເຖິງວ່າ ຮອງ ຣັຖມົນຕຣີ ກະຊວງ ສືກສາ ຈະກ່າວ ເຖິງການ ຮົ່ວ ຂອງ ບົດ ສອບເສັງ ນັ້ນ ກໍຕາມ, ແຕ່ ປັດຈຸບັນ ກໍຍັງ ບໍ່ສາມາດ ຢືນຢັນໄດ້, ຕ້ອງໃຫ້ ຄນະ ກັມມະການ ສະເພາະ ກິຈ ຈາກ ກະຊວງ ສຶກສາ ແລະ ກະຊວງ ປ້ອງກັນ ຄວາມສງົບ ສຳເຣັດ ການ ສອບສວນ ກ່ອນ, ແລ້ວ ຈະໄດ້ ຊີ້ແຈງ ໃຫ້ ສັງຄົມ ຮູ້. ດັ່ງ ທ່ານ ກ່າວວ່າ:

"ອັນນີ້ ມັນ ຢັ້ງຢືນ ບໍ່ທັນໄດ້ ເພິ່ນວ່າ ຢູ່ ແຕ່ຄນະ ກັມມະການ ສະເພາະກິຈ ຂະເຈົ້າ ຍັງ ສືບສວນ ສອບສວນ ຢູ່ເດ, ບໍ່ທັນ ຮູ້ຈັກວ່າ ເປັນ ແນວໃດ ຮົ່ວບໍ ຫລື ບໍ່ຮົ່ວ ກວດສອບ ໂດຍແມ່ນ ເພິ່ນ ແຕ່ງຕັ້ງ ຄນະ ກັມມະການ ກະຊວງ ແດ່ ກະຊວງ ພາຍໃນ ກະຊວງ ປ້ອງກັນ ຄວາມສງົບ ແດ່".

ເຖິງຢ່າງໃດ ກໍຕາມ ກ່ອນຫນ້າ ນີ້, ເຈົ້າຫນ້າທີ່ ກົມ ມັທຍົມ ກະຊວງ ສຶກສາ ທິການ ແລະ ກິລາ, ກໍໄດ້ ໃຫ້ການ ຢືນຢັນ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ: ການຮົ່ວ ຂອງ ບົດ ຂໍ້ ສອບເສັງ ຈົບຊັ້ນ ມັທຍົມ ປາຍ, ໃນ ວັນທີ 26 ມິຖຸນາ ປີ 2015 ນັ້ນ, ມີມູນ ຄວາມຈິງ ແລະວ່າ ເປັນການ ກະທຳ ຂອງ ກຸ່ມຄົນ ບໍ່ດີ ຈຳພວກ ນຶ່ງ ເພື່ອ ໃສ່ຮ້າຍ ປ້າຍສີ ແລະ ທຳຣາຍ ຄວາມ ເຊື່ອຖື ຂອງ ກະຊວງ ສຶກສາ ທິການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.