ກໍາພູຊາໃຫ້ສິດພົລເມືອງ ຫຼາຍກວ່າ ສປປລ
2015.12.17
ຄນະ ກັມມາທິການ ສິດທິມະນຸດ Tom Lantos ຈາກ ສະພາຕໍ່າ ສະຫະຣັຖ ແລະ ກຸ່ມ ອົງການ ສິດທິ ມະນຸດ ໄດ້ຈັດ ກອງປະຊຸມ ສລຸບເຫດການ ໃນຫົວຂໍ້ ທີ່ວ່າ ໂອກາດ ແລະ ສິ່ງທ້າທາຍ ໃນສິດທິ ມະນຸດ ຢູ່ ປະເທດລາວ ແລະ ກໍາພູຊາ.
ການປະຊຸມ ສລຸບເຫດການ ຄັ້ງນີ້ຈັດຂຶ້ນ ໃນວັນທີ 16 ທັນວາ ທີ່ ຫ້ອງການ ຣັຖສະພາ ສະຫະຣັຖ ຢູ່ ວໍຊິງຕັນ ດີ ຊີ ໂດຍມີນັກ ວິທຍາກອນ ຈາກ ກຸ່ມອົງການ ສິດທິມະນຸດ ຢູ່ ສະຫະຣັຖ ອະເມຣິກາ ມາປຶກສາ ຫາລືກັນ ກ່ຽວກັບ ບັນຫາ ການຣະເມີດ ສິດທິ ມະນຸດ ທີ່ ເກີດຂຶ້ນ ຢູ່ ປະເທດລາວ ແລະ ກໍາພູຊາ.
ສະເພາະ ຢູ່ ປະເທດລາວ ເລື້ອງ ສິດທິ ການປາກເວົ້າ ຂອງ ປະຊາຊົນ ລາວ ຍັງຖືກ ຈໍາກັດ ບໍ່ເປີດກວ້າງ ເທົ່າກັບ ປະເທດ ກໍາພູຊາ. ດັ່ງ ຍານາງ ບຸນຈັນ ເສນທະວົງ ປະທານ ອົງການ ຮ່ວມຊາດລາວ ໄດ້ກ່າວ ຕໍ່ ເອເຊັຽເສຣີ ວ່າ:
"ແຕ່ວ່າເວົ້າ ເລື້ອງສິດທິ ໃນການ ປາກເວົ້າ ໃນການ ອັນນັ້ນ ຂະເຈົ້າ [ຄົນກໍາພູຊາ] ມີຫຼາຍ ກ່ອນເຮົາ ຂະເຈົ້າ ບໍ່ຖືກກົດດັນ ອັນນີ້ ຂະເຈົ້າ ມີສິດປາກ ມີສິດເວົ້າ ມີິສິດ ສະແດງ ຄໍາຄິດ ຄໍາເຫັນ ໃນການຂຽນ ໃນການເວົ້າ ອັນນີ້ ຂະເຈົ້າ ດີກ່ອນເຮົາ".
ສະນັ້ນ ຈຶ່ງຈໍາເປັນ ຢ່າງຍິ່ງ ທີ່ ຣັຖບານລາວ ຈະຕ້ອງໃຫ້ ສິດ ປະຊາຊົນ ໃນການ ປາກເວົ້າ, ດັ່ງ ຍານາງ ກ່າວອີກວ່າ:
"ຂ້າພະເຈົ້າ ວ່າ ຖ້າບໍ່ມີ ການປັບປຸງ ທາງດ້ານ ສິດທິມະນຸດ ໂດຍໃຫ້ ປະຊາຊົນ ໃຫ້ສິດ ປະຊາຊົນ ອອກຄວາມຄິດ ຄວາມເຫັນ ຂ້າພະເຈົ້າ ຄິດວ່າ ຈະບໍ່ນໍາ ອາ.. ຈະບໍ່ກ້າວໜ້າ ໄປເທົ່າທຽມ ປະເທດ ຂ້າງບ້ານ ຂ້າງຄຽງເຮົາ".
ນອກຈາກນີ້ ວິທຍາກອນ ອີກ ທ່ານນຶ່ງ ຄື ທ່ານ Morton Sklar ຜູ້ ອໍານວຍການ ອົງການ ສິດທິ ມະນຸດ ສາກົນ ຂອງ ສະຫະຣັຖ ກໍໃຫ້ ທັສນະ ວ່າ ຣັຖບານ ສະຫະຣັຖ ແລະ ຣັຖສະພາ ສະຫະຣັຖ ຈະຕ້ອງ ເອົາໃຈໃສ່ ເລື້ອງ ສິດທິ ມະນຸດ ຢູ່ໃນລາວ ເປັນພິເສດ ບໍ່ວ່າ ຈະເປັນ ກໍຣະນີ ທ່ານ ສົມບັດ ສົມພອນ ແລະ ກໍຣະນີ ອື່ນໆ, ດັ່ງທ່ານ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່່າ:
"(ມີຄໍາແປວ່າ) ຣັຖບານ ສະຫະຣັຖ ແລະ ຣັຖສະພາ ສະຫະຣັຖ ຈະຕ້ອງ ເອົາໃຈໃສ່ ເລື້ອງ ສິດທິມະນຸດ ຢູ່ ປະເທດລາວ ໃຫ້ຫຼາຍ ກວ່າ ທີ່ເປັນມາ ແລະ ຈະຕ້ອງ ປະຕິບັດ ມາດຕະການ ຈັກຢ່າງ ເພື່ອ ຮັບປະກັນ ວ່າ ເລື້ອງ ກໍຣະນີ ທ່ານ ສົມບັດ ສົມພອນ ແລະ ບັນຫາ ອື່ນໆ ທີ່ ພວກເຮົາ ເວົ້າກັນ ໃນມື້ນີ້ ໃຫ້ໄດ້ ຮັບການ ແກ້ໄຂ ຢ່າງ ເໝາະສົມ".
ສະເພາະ ຢູ່ໃນ ສປປລາວ ເພື່ອແກ້ໄຊ ບັນຫາ ຫາງສຽງ ວິພາກວິຈານ ຈາກສາກົນ ກ່ຽວກັບ ການຣະເມີດ ສິດທິມະນຸດ ຣັຖບານລາວ ໄດ້ຣະບຸ ເຣື້ອງ ສິດທິມະນຸດ ເຂົ້າໃນ ຣັຖທັມນູນ ສະບັບປັງປຸງ ໃນກອງ ປະຊຸມ ສະພາ ແຫ່ງຊາດ ທີ່ກໍາລັງ ດໍາເນີນການ ຢູ່ໃນຕອນນີ້, ແຕ່ໃນ ສາຍຕາ ຂອງນັກ ປົກປ້ອງ ສິດທິ ມະນຸດ ແລ້ວ ການແກ້ໄຂ ບັນຫາ ການຣະເມີດ ສິດທິມະນຸດ ບໍ່ແມ່ນ ການດັດແກ້ ນິຕິກັມ ຢ່າງດຽວ ແຕ່ ມັນຕ້ອງ ມີການ ປະຕິບັດ ເພື່ອສະແດງ ໃຫ້ເຫັນວ່າ ຣັຖບານ ລາວ ໃຫ້ ຄວາມເຄົາຣົບ ສິດທິ ຂອງພົລເມືອງ ຕົນເອງ ຢ່າງເໝາະສົມ.