ວັນລະນຶກເຖິງນັກລົບ ເກົ່າ
2017.05.31

ນັກຣົບເກົ່າລາວ ແລະ ມົ້ງ-ອະເມຣິກັນ ພ້ອມດ້ວຍຄອບຄົວ ແລະບັນດາທີ່ປຶກສາ ພາກັນທໍາພິທີ ວັນລະນຶກເຖິງ ນັກລົບເກົ່າ ຄົບຮອບ 20 ປີ ທີ່ສຸສານແຫ່ງຊາດ ສະຫະຣັຖ ອະເມຣິກາ ຢູ່ Arlington ຣັຖ ເວີຈິເນັຍ, ຢູ່ອະນຸສາວະລີ ສົງຄາມ ວຽດນາມ, ຢູ່ຣັຖສະພາ ສະຫະຣັຖ ອະເມຣິກາ ແລະ ມີພິທີລະລຶກຢູ່ຣັຖ ກາລິຟເນັຍ, ມິນນິໂຊຕາ, ວິສຄອນຊິນ, ຣັຖອະລັສກາ ແລະ ຢູ່ໃນທົ່ວປະເທສ ສະຫະຣັຖ. ຕາມຣາຍ ງານຂອງໜັງສືພິມ Washington & Fresno.ພິທີລະນຶກ ແຫ່ງຊາດ ທີ່ວ່ານັ້ນ ມີຂຶ້ນເປັນເວລາ ສອງອາທິດ ເພື່ອເປັນກຽດ ແກ່ນັກຣົບ ເກົ່າ ແລະຜູ້ທີ່ໄດ້ ທົນທຸກ ທໍລະມານ ແລະເສັຍຊີວິດ ໃນສົງຄາມ ປົກປ້ອງ ຣາຊອານາຈັກລາວ ໃນຣະຫວ່າງ ສົງຄາມວຽດນາມ.
ພິທີຣະດັບຊາດ ແລະການລະນຶກທີ່ວ່ານັ້ນ ແມ່ນເປັນເຄື່ອງໝາຍ ສລອງວັນຄົບຮອບ 20 ປີ ຂອງການຕັ້ງ ອະນຸສາວະລີ ນັກຣົບເກົ່າລາວ ຢູ່ສຸສານແຫ່ງຊາດ Arlington ຊຶ່ງແມ່ນ ອົງການນັກລົບເກົ່າລາວ ແຫ່ງ ອະເມຣິກາ, ສູນວິເຄາະ ນະໂຍບາຍ ສາທາຣະນະ ແລະອົງການ ຈັດຕັ້ງອື່ນໆໆ ໄດ້ຈັດຕັ້ງຂຶ້ນ ເມື່ອເດືອນ ພຶສພາ ປີ 1997.
ໃນພິທີດັ່ງກ່າວໄດ້ມີສະມາຊິກ ຣັຖສະພາສະຫະຣັຖ ຫຼາຍທ່ານ ທັງສະພາຕໍ່າ ແລະສະພາສູງ ກ່າວຄໍາປາສັຍ ຮວມທັງທ່ານ Jim Costa, ທ່ານ Paul Cook ແລະ ທ່ານ Devin Nunes.
ບັນດາທ່ານທີ່ຮ່ວມພິທີລະນຶກເຖິງ ນັກຣົບເກົ່າ ຮ່ວມກັນວາງ ພວງມາລາ ທີ່ສຸສານນັກຣົບເກົ່າລາວ ຢູ່ທີ່ Arligton ຊຶ່ງທ່ານ Peter Vang ປະທານອົງການ ນັກລົບເກົ່າລາວ ກ່າວວ່າ:
“ພວກເຮົາມານຸມນຸມກັນຢູ່ທີ່ນີ້ ແມ່ນເພື່ອເປັນກຽດໃຫ້ນັກຣົບເກົ່າລາວ ແລະມົ້ງ-ອະເມຣິກັນ ແລະຄອບຄົວ ຂອງພວກເພີ່ນ ທີ່ໄດ້ຮັບຄວາມ ທຸກທໍຣະມານ ແລະເສັຍຊີວິດ ຍ້ອນໄດ້ປົກປ້ອງ ປະເທສລາວ ໃນຣະຫວ່າງສົງຄາມວຽດນາມ".