ຣັຖບານຂາດງົບປະມານ ສ້ອມແປງ ໂຮງຮຽນ
2019.03.05
ໃນປີນີ້, ຣັຖບານຍັງຈະບໍ່ອະນຸມັດງົບປະມານ, ສ້ອມແປງໂຮງຮຽນປະຖົມ ບ້ານພ້າແລະບ້ານກຸມ, ເມືອງຜາໄຊ, ແຂວງຊຽງຂວາງ ເພາະ ຕ້ອງໄດ້ໃຫ້ງົບປະມານບ່ອນອື່ນ ທີ່ຈໍາເປັນກ່ອນ, ຮອດປີໜ້າກໍຍັງຈະບໍ່ ອະນຸມັັດໃຫ້ຄືເກົ່າ, ຕ້ອງໃຫ້ລໍຖ້າຈົນເຖິງ ປີ 2021 ຈຶ່ງຈະຮັບ ພິຈາຣະນາ ໃຫ້ງົບປະມານ, ປັດຈຸບັນ ສະພາບຂອງໂຮງຮຽນຫຼັງດັ່ງກ່າວນັ້ນ ກໍຊຸດໂຊມຫຼາຍ, ຫລັງຄາສັງກະສີກໍຮົ່ວ, ຝາແອ້ມຫ້ອງຮຽນ ກໍເປ່ເພ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຊຽງຂວາງ ໃນວັນທີ 5 ມິນາ ນີ້:
“ສເນີຣັຖບານໄປ 4 ປີ ແລ້ວບໍ; ພື້ນຖານໂຄງລ່າງເພິ່ນບໍ່ອະນຸມັດສ້າງ, ດ້ານງົບປະມານບໍ່ພຽງພໍ, ລົງທຶນແຕ່ບ່ອນຈໍາເປັນກ່ອນ, ປີ 2020 ກໍ່ຈະບໍ່ໄດ້, ເພາະປີນີ້ ເພິ່ນກໍ່ບໍ່ໃຫ້ສເນີ ໂຄງການລົງທຶນຈໍານວນນີ້ອີກ, ອາຈຍັງປີນີ້, ປີໃໝ່ຖືວ່າຣັຖບານໃຫ້ ຄໍາຕອບວ່າບໍ່ມີທຶນສນອງ ໃຫ້ແລ້ວ.”
ຮອດປັດຈຸບັນ ກໍບໍ່ມີໂຄງການໃດ ທັງໃນແລະຕ່າງປະເທດເຂົ້າມາຊ່ອຍທຶນສ້ອມແປງໂຮງຮຽນ, ໃຫ້ເດັກນ້ອຍນັກຮຽນປະຖົມບ້ານພ້າ ແລະບ້ານກຸມເທື່ອ, ຊຶ່ງກ່ອນໜ້ານີ້ຂັ້ນເມືອງ ໄດ້ຂຽນແຜນສເນີຂໍທຶນ ມາສ້ອມແປງໂຮງຮຽນ ຍ້ອນຫຼິງເຫັນເຖິງຄວາມ ສໍາຄັນ ຂອງ ເດັກນ້ອຍນັກຮຽນ ຢູ່ຊົນບົດຫ່າງໄກຢາກໃຫ້ໄດ້ຮຽນ ຄືກັບນັກຮຽນເຂດອື່ນ.
ເຖິງແມ່ນວ່າຣັຖບານ ບໍ່ໄດ້ອະນຸມັດງົບປະມານ ສ້ອມແປງໂຮງຮຽນປະຖົມ ບ້ານພ້າແລະບ້ານກຸມ ກໍຕາມ, ແຕ່ຣັຖບານ ກໍມີງົບປະມານ ສ່ວນບໍຣິຫານ ຕາມຫົວໜ່ວຍເດັກນ້ອຍນັກຮຽນ 50 ພັນກີບ ຕໍ່ຄົນຕໍ່ປີ, ແຕ່ກໍຍັງບໍ່ພໍ, ດັ່ງເຈົ້າໜ້າທີ່ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“50 ພັນກີບ ຕໍ່ຄົນຕໍໍ່ປີ ບໍ່ພໍແຫຼະເນາະ, ມັນຈະບໍຣິຫານດ້ານວິຊາການ ຫັ້ນເປັນສ່ວນໃຫຍ່ ເປັນການປະຊຸມບໍ ຫຼືວ່າບໍຣິການວຽກອື່ນ, ກ່ຽວກັບການຮຽນການສອນເປັນຄຣູ, ກໍ່ມີສ່ວນໃດສ່ວນນຶ່ງ ເຂົາເຈົ້າແບ່ງກັນໃຊ້ເນາະ ສົມທົບກັບທຶນຂອງຊາວບ້ານ ມີການສ້ອມແປງ ເລັກໆນ້ອຍໆ ກໍ່ໄດ້ໃຊ້ສ່ວນນັ້ນແດ່.”
ໂຮງຮຽນປະຖົມບ້ານພ້າ ແລະບ້ານກຸມ, ສ້າງມາດົນກວ່າ 20 ປີແລ້ວ, ປັດຈຸບັນ ມີເດັກນ້ອຍນັກຮຽນທັງໝົດ 100 ຄົນ, ສ່ວນໃຫຍ່ເປັນ ເດັກນ້ອຍນັກຮຽນຢູ່ຊົນບົດ ຫ່າງໄກສອກຫຼີກ, ຜ່ານມາເວລາໂຮງຮຽນເປ່ເພ ຊາວບ້ານຈະຊ່ອຍກັນສ້ອມແປງ ປີລະເລັກລະໜ້ອຍພໍໃຫ້ ເດັກນ້ອຍໄດ້ຮຽນໜັງສື.