ສົກຮຽນຕິດຂັດຍ້ອນພັຍ ນໍ້າຖ້ວມ
2018.08.30
ໂຮງຮຽນປະຖົມ ແລະ ມັທຍົມຫລາຍແຫ່ງ ໃນທົ່ວປະເທດ ຍັງບໍ່ສາມາດເປີດສົກຮຽນໄດ້ ໃນຕົ້ນເດືອນກັນຍາ ນີ້ຍ້ອນວ່າ ໂຕະຕັ່ງ, ຫ້ອງນ້ຳ ແລະອຸປກອນການຮຽນ ການສອນຕ່າງໆ ຖືກນ້ຳຖ້ວມເສັຍຫາຍໜົດ. ຫລາຍໂຮງຮຽນ ຈະຕ້ອງໃຊ້ເວລາສ້ອມແປງ ໃຫ້ກັບຄືນສູ່ສະພາບ ເດີມ, ດັ່ງເຈົ້າໜ້າທີ່ຜແນກສຶກສາທິການ ແລະກິລາ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 30 ສິງຫາ ນີ້ວ່າ:
"ແຕ່ວ່າ ຜົນກະທົບຂອງພັຍນ້ຳຖ້ວມເຮົາກໍຖືວ່າ ໄດ້ລະດົມຊຸມຊົນເນາະ ບາງໂຮງຮຽນທີ່ຖືກອຸທຸກກະພັຍ ໄດ້ມາກະກຽມລ່ວງໜ້າແລ້ວ ກໍມີ ເລັກໆນ້ອຍໆ ຊື່ໆເນາະ ເປັນວັດຖຸອຸປະກອນ ດຽວນີ້ ສ່ວນຫລາຍຖືກນ້ຳຖ້ວມ ອຸທຸກກະພັຍທີ່ເຮົາເສັຍຫາຍດ້ານ ທາງດ້ານການສຶກສາ ນີ້ກໍເປັນວັດຖຸ ອຸປກອນ ເປັນປຶ້ມເນາະ ອັນສອງມາເປັນຫ້ອງນ້ຳ."
ທ່ານກ່າວຕື່ມອີກວ່າ ສຳລັບໂຮງຮຽນທີ່ບໍ່ເສັຍຫາຍບາງແຫ່ງ ກໍໄດ້ເປີດສົກຮຽນ ເປັນປົກຕິ ແລະມີການສ້ອມແປງ ສ່ວນທີ່ເປ່ເພໄປພ້ອມກັນ ເພື່ອບໍ່ໃຫ້ກະທົບຕໍ່ການຮຽນການສອນ. ໂຮງຮຽນທີ່ມີຜົນກະທົບ ຈາກນ້ຳຖ້ວມໜັກ ແລະ ມີຂໍ້ຫຍຸ້ງຍາກຫລາຍ ໃນຊ້ວງເປີດສົກຮຽນ ແມ່ນ ຢູ່ ແຂວງຄຳມ່ວນ, ສວັນນະເຂດ, ເຊກອງ, ຈຳປາສັກ, ອັດຕະປື ແລະແຂວງອຸດົມໄຊ.
ສະເພາະຢູ່ແຂວງຄຳມ່ວນ ມີທັງໝົດ 10 ເມືອງ ຖືກນ້ຳຖ້ວມໜັກ ແລະ ໂຮງຮຽນຫລາຍແຫ່ງ ພ້ອມດ້ວຍອຸປກອນການຮຽນ ກໍໄດ້ຮັບ ຄວາມເສັຽຫາຍ. ນອກຈາກນີ້ ຍັງມີລາຍງານຈາກທາງການ ໃນວັນທີ 29 ສິງຫາ ທີ່ຜ່ານມາ ອີກວ່າ ຢູ່ແຂວງຫຼວງພຣະບາງ, ແຂວງຜົ້ງສາລີ, ແຂວງວຽງຈັນ ກໍໄດ້ຮັບຜົນກະທົບ ຈາກນ້ຳປ່າໄຫລຊຸເຊັ້ນດຽວກັນ ແລະ ການປ່ອຍນ້ຳຈາກເຂື່ອນ.