ພາກປະຊາສັງຄົມລາວ ຍັງດ້ອຍ ໂອກາດ

ຈໍາປາທອງ
2016.12.20
F-VT ນະຄອນຫຼວງວຽງຈັນ
Citizen Journalist

ອົງການຈັດຕັ້ງ ພາກ ປະຊາສັງຄົມ ແລະ ອົງການຈັດຕັ້ງ ທີ່ບໍ່ຫວັງຜົລກຳໄລ ຂອງລາວຫຼື CSOs ແລະ NPAs ມີໂອກາດນ້ອຍ ທີ່ຈະ ໄດ້ ອະທິບາຍ ເຖິງບົດບາດ ແລະ ບັນຫາ ຄວາມຫຍຸ້ງຍາກ ຂອງເຂົາເຈົ້າ ຢູ່ໃນ ກອງປະຊຸມ ໂຕະມົນ ເມື່ອເດືອນ ພຶສຈິກາ ທີ່ຜ່ານມາ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະຖືກເຊີນ ໃຫ້ເຂົ້າຮ່ວມ ກອງປະຊຸມ ນັ້ນກໍຕາມ.

ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ເຄືອຂ່າຍ ອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບ ຣັຖບາລ ຜູ້ຂໍສງວນຊື່ ໃນກອງປະຊຸມ ໂຕະມົນ ປະຈຳປີ 2016 ໃນເດືອນພຶສຈິກາ ທີ່ຜ່ານມາ, ຕົວແທນ ອົງການຈັດຕັ້ງ ພາກ ປະຊາສັງຄົມລາວ ຈຳນວນນຶ່ງ ກໍ່ຖືກເຊີນ ເຂົ້າຮ່ວມ ກອງປະຊຸມ, ແຕ່ການເຂົ້າຮ່ວມ ຂອງ ພວກເຂົາເຈົ້າ ກໍ່ເປັນພຽງ ໄປນັ່ງຟັງ ບໍ່ໄດ້ມີ ບົດບາດໃດໆ ໃນຂນະທີ່ ຄູ່ຮ່ວມພັທນາ ສາກົນ ຫຼາຍອົງການ ໄດ້ເວົ້າເຖິງ ຄວາມສຳຄັນ ຂອງອົງການ ຈັດຕັ້ງ ພາກປະຊາສັງຄົມ ໃນລາວ ວ່າເປັນພາກສ່ວນ ທີ່ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພື່ອ ປະກອບສ່ວນນໍາ ຣັຖບາລລາວ ໃນການພັທນາ ເພື່ອບັນລຸ ເປົ້າໝາຍ ການພັທນາ ທີ່ຍືນຍົງ.

"ສຳຄັນແລ້ວ ຢາກໃຫ້ເພິ່ນ ເສີມຂຍາຍ ເຜີຍແຜ່ບົດບາດ ອົງການ ຈັດຕັ້ງ ພາກປະຊາສັງຄົມ ນີ້ໃຫ້ຫຼາຍຂຶ້ນ ເພື່ອໃຫ້ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຫັ້ນ ໄດ້ຮັບຮູ້ ແລະ ເພີ້ມທະວີ ການຮ່ວມມື ໃຫ້ມັນໜັກແໜ້ນ ຂຶ້ນກວ່າເກົ່າ ວ່າຊັ້ນເຖາະ. ຄັນວ່າເປັນໄປໄດ້ ກະຢາກໃຫ້ ເພິ່ນຍົກມາວ່າ ສະມາຄົມ ຫຼື ອົງການ ຈັດຕັ້ງ ພາກປະຊາສັງຄົມ ພວກເຮົານີ້ ຄວນເຮັດແນວໃດ ໃນການຊ່ວຍຈັດຕັ້ງ ປະຕິບັດ ແຜນ ໂຕນີ້. ຖ້າເພິ່ນ ຍົກຂຶ້ນມາ ໃຫ້ເຫັນ ພວກເຮົາ ກະຊິຮູ້ວ່າ ບົດບາດ ຂອງພວກເຮົາ ແມ່ນເຮັດຫຍັງແດ່ ໃນແຜນຂອງເພິ່ນ ຫັ້ນນ່າເນາະ".

ໃນເວລາດຽວກັນ ທ່ານ ມໍຣະກົດ ວົງໄຊ ເຈົ້າໜ້າທີ່ ກົມຮ່ວມມື ສາກົນ ກະຊວງແຜນການ ແລະ ການລົງທຶນ ກໍເວົ້າວ່າ ຣັຖບາລກໍ່ ໃຫ້ຄວາມ ສຳຄັນ ແລະ ເຫັນ ບົດບາດ ຂອງ ອົງການຈັດຕັ້ງ ດັ່ງກ່າວ ໄດ້ປັບປຸງ ນິຕິກັມຕ່າງໆ:

"ມາຮອດປະຈຸບັນນີ້, ເພິ່ນກະປັບປຸງ ລະເດ ຣະບຽບຫຼັກການ ເພິ່ນ ກະມີການ ປັບປຸງລະເດ ຄືດຳຣັຖ ຄຸ້ມຄອງຂອງ NGO ກະມີການ ປັບປຸງ, ດຳຣັຖ ການຄຸ້ມຄອງ NPA ກະມີການ ປັບປຸງ ລະເດ, ກະມີການ ປັບປຸງ ຣະບຽບ ຫຼັກການຕ່າງໆ ເຂົ້າໃຈກັນ ລະເດ. ນອກຈາກ ຄູ່ຮ່ວມພັທນາ ໃຫ່ຽໆລະກະ ບັນດາ ພວກນີ້ ກະເຫັນ ຄວາມສຳຄັນ ລະເຂົາກະ ຢາກເຂົ້າຮ່ວມ ໃນຂະບວນ ການພັທນາ ຮ່ວມມືກັນ ລະກະຕົກລົງ ເຫັນດີ ແບບຊັ້ນ".

ກອງປະຊຸມໂຕະມົນ ປະຈຳປີ 2016 ທີ່ໄດ້ຈັດຂຶ້ນ ຢູ່ ແຂວງວຽງຈັນ ເມື່ອວັນທີ 24-25 ພຶສຈິກາ 2016 ທີ່ຜ່ານມານັ້ນ, ຄູ່ຮ່ວມພັທນາ ຕ່າງໆ ແລະ ຣັຖບານລາວ ໄດ້ປຶກສາ ຫາລື ແລະຕົກລົງ ເຫັນດີນໍາກັນ ເພື່ອສືບຕໍ່ ຊ່ວຍເຫຼືອລາວ ໃນການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ 5 ປິ ຄັ້ງທີ 8 2016-20 ພາຍໃຕ້ 4 ຫົວຂໍ້ ການເຕີບໂຕ ສີຂຽວ, ການພັທນາ ແບບຍືນຍົງ, ການຄ້ຳປະກັນ ສະບຽງອາຫານ ແລະ ໂພຊນາການ, ແລະ ການຮ່ວມ ມືເພື່ອ ການພັທນາ ທີ່ມີ ປະສິທທິຜົລ. ແຕ່ຍັງບໍ່ຮູ້ວ່າ ການຊ່ວຍເຫລືອ ນັ້ນເປັນ ມູນຄ່າ ເທົ່າໃດ ແລະ ໃນຂແນງການ ໃດແດ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.