ຮ້ານກິນດື່ມໃຫ້ໄກໂຮງຮຽນ 500 ແມັດ

ສິດນີ
2017.10.23
f-nul ມະຫາວິທຍາລັຍແຫ່ງຊາດ ຈະເປັນຕົວຢ່າງທຳອິດ ໃນກົດລະບຽບ ຫ້າມຮ້ານກິນດື່ມ ຕັ້ງໃກ້ສະຖາບັນ ໃຫ້ຢູ່ໄກອອກໄປຢ່າງນ້ອຍ 500 ແມັດ
RFA

ຮ້ານບັນເທີງກິນດື່ມຕ່າງໆ ຈະຖືກຫ້າມດຳເນີນກິຈການ ໃນຣັສມີ 500 ແມັດ ຫ່າງຈາກໂຮງຮຽນ ແລະສະຖາບັນການສຶກສາຕ່າງໆໃນທົ່ວ ສປປລາວ. ມະຫາວິທຍາລັຍ ແຫ່ງຊາດ ເປັນຕົວຢ່າງທຳອິດ ໃນກົດຣະບຽບດັ່ງກ່າວ. ຍານາງ ແສງເດືອນ ລາດຈັນທະບູນ ຣັຖມົນຕຣີ ກະຊວງສຶກສາແລະກິລາ ໄດ້ກ່າວຕໍ່ສະພາແຫ່ງຊາດ ວ່າມາດຕະການ ດັ່ງກ່າວ ຕ້ອງຖືກບັງຄັບໃຊ້ ແລະ ມະຫາວິທຍາລັຍ ແຫ່ງຊາດ ເປັນຕົວຢ່າງທຳອິດ ໃນການກະທຳດັ່ງກ່າວ.

ຍານາງ ແສງເດືອນ ໄດ້ຕອບຄຳຖາມ ສະມາຊິກສະພາດ້ານການສຶກສາ ໃນກອງປະຊຸມສະພາ ເມື່ອອາທິດຜ່ານມາ ຫລັງຈາກທີ່ຣັຖບານ ມີແຜນການ ຈະໃຊ້ມາດຕະການ ຫ້າມຮ້ານກິນດື່ມ ຕັ້ງໃກ້ ໂຮງຮຽນປະມານ 500 ແມັດ ວ່າມີຄວາມຄືບຫນ້າ ໄປຮອດໃສແລ້ວ. ຍານາງ ເວົ້າວ່າທາງການກຳລັງກວດກາ ສະຖານທີ່ບັນເທີງຕ່າງໆ ໃນລາວ ວ່າມີຜູ້ລະເມີດ ກົດຣະບຽບ ນັ້ນຫລືບໍ ໃນປັດຈຸບັນ ຖ້າພົບເຫັນກໍຕ້ອງ ໃຫ້ຍ້າຍຫ່າງຈາກ ໂຮງຮຽນ ຫລື ສະຖາບັນການສຶກສາ ຢ່າງນ້ອຍ 500 ແມັດ ອອກໄປ ບໍ່ໃຫ້ກາຍເດືອນທັນວາ ປີນີ້.

ຍານາງເວົ້າວ່າ ອຳນາດການປົກຄອງບ້ານ ໃນແຕ່ລະເຂດ ຈະເປັນຜູ້ກວດກາ ເຣື້ອງນີ້ ໃນນັ້ນຮ່ວມດ້ວຍ ຮ້ານ ກາຣາໂອເກະ ບາເຫລົ້າ ຮ້ານ ສນຸກເກີ ຮ້ານເກມ ຮ້ານອົບນວດ ແລະຮ້ານດິສໂກເທັກ ຮວມທັງ ບ່ອນຫລີ້ນການພະນັນ ຫລືຂາຍຫວຍ ຂອງຣັຖບານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.