ນາຍົກລາວ-ກຳພູຊາ ຮ່ວມ ເປີດດ່ານ ສາກົນ

ຈໍາປາທອງ
2017.01.11
f-thongloun ທັງສອງ ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຮຸນ ເຊນ ໃນພິທີເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ
RFA/Men Sothyr

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ ແລະ ທ່ານ ຮຸນ ເຊນ ນາຍົກ ຣັຖມົນຕຣີ ກຳພູຊາ ຮ່ວມກັນເປີດ ດ່ານສາກົນ ໜອງ -ນົກຂຽນ ຕຣາປຽງກຣຽນ ຣະຫວ່າງ ແຂວງຈຳປາສັກ ແລະ ແຂວງຊຽງແຕງ ໃນວັນທີ 10 ມົກກະຣາ 2017 ນີ້. ໃນພິທີເປີດດ່ານ ທ່ານ ທອງລຸນ ກ່າວວ່າ ດ່ານສາກົນ ໜອງນົກຂຽນ ຕຣາປຽງກຣຽນ ເປັນ ດ່ານສາກົນ ແຫ່ງທຳອິດ ຣະຫວ່າງ ສປປລາວ ແລະ ຣາຊອານາຈັກ ກຳພູຊາ. ຜ່ານມາ ເຄີຍເປັນດ່ານ ທ້ອງຖິ່ນ ແລະ ໄດ້ຍົກຂຶ້ນ ເປັນດ່ານສາກົນ ເພື່ອອຳນວຍ ຄວາມສະດວກ ທາງດ້ານການຄ້າ ການລົງ ທຶນ ການຄົມມະນາຄົມ ແລະ ການທ່ອງທ່ຽວ ການພັທນາ ເສຖກິດສັງຄົມ ການໄປມາ ຫາສູ່ກັນ ຣະຫວ່າງ ປະຊາຊົນ ແຂວງ ຈຳປາສັກ ຂອງລາວ ແລະ ແຂວງຊຽງແຕງ ຂອງ ກຳພູຊາ. ທ່ານ ກ່າວຕອນນຶ່ງ ໃນພິທີ ເປີດດ່ານ ໃນວັນທີ 10 ມົກກະຣາ ນັ້ນວ່າ:

"ເປັນນິມິດໝາຍ ສຳຄັນສຳລັບ ການສົ່ງເສີມ ການຄົມມະນາຄົມ ການຄ້າ ການທ່ອງທ່ຽວ ຕໍ່ໄປສາມາດ ຂຍາຍໄປສູ່ ປະເທສອື່ນໆໄດ້ ໃນພາກພື້ນນີ້".

ຝ່າຍກຳພູຊາ ທ່ານ ຮຸນເຊນ ກໍກ່າວວ່າ ດ່ານສາກົນ ໜອງນົກຂຽນ ຕຣາປຽງກຣຽນ ເປັນປະຕູສຳຄັນ ແລະຈະນຳໄປສູ່ ຄວາມສຳເຣັດ ໃໝ່ໆ ຕໍ່ການສົ່ງເສີມ ຄວາມເຂັ້ມແຂງ ແລະ ການຂຍາຍການພົວພັນ ແລະຄວາມຮ່ວມມື ຣະຫວ່າງ ສອງປະເທສ ເພື່ອນບ້ານ ການ ພັທນາ ພື້ນຖານໂຄງລ່າງ ການເຊື່ອມຕໍ່ ຊາຍແດນ ອັນຈະນຳໄປສູ່ ການເພີ້ມປະຣິມານ ທາງດ້ານການຄ້າ ການລົງທຶນ ຮວມໄປເຖິງ ການສນັບສນູນ ໃຫ້ ເຈົ້າໜ້າທີ່ ຮັກສາຊາຍແດນ ໄດ້ເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ເພື່ອຊ່ວຍເຫຼືອ ປະຊາຊົນ ກໍຣະນີ ມີອາຊຍາກັມ.

ທາງປະທານສະມາຄົມ ທ່ອງທ່ຽວ ແຂວງຈຳປາສັກ ກໍກ່າວວ່າ ການເປີດ ດ່ານສາກົນ ນີ້ ຖືເປັນເຣຶ່ອງ ທີ່ດີ ເພາະວ່າ ການທ່ອງທ່ຽວ ແຂວງ ຈຳປາສັກ ຈະນັບມື້ ນັບຂຍາຍຕົວຂຶ້ນ ຍ້ອນດ່ານ ສາກົນແຫ່ງນີ້ ຈະໄປມາ ສະດວກ; ປັດຈຸບັນ ຊາວກຳພູຊາ ເຂົ້າມາ ທ່ອງທ່ຽວ ແລະຄ້າຂາຍ ຢູ່ລາວຫຼາຍຂຶ້ນ ຊຶ່ງສ່ວນຫຼາຍ ເປັນນັກທຸຣະກິດ ຂນາດນ້ອຍ ດັ່ງ ທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 10 ມົກກະຣາ ນີ້ວ່າ:

"ອັນນຶ່ງກະແມ່ນສິນຄ້າ ເປັນນັກ ທຸຣະກິດນ້ອຍ ຂນາດນ້ອຍ ເຂົ້າມາຂາຍສິນຄ້າ ອັນສອງ ກະເຣຶ່ອງ ທ່ອງທ່ຽວ".

ດ່ານສາກົນ ໜອງນົກຂຽນ ຕຣາປຽງກຣຽນ ຣະຫວ່າງ ແຂວງ ຈຳປາສັກ ແລະ ແຂວງຊຽງແຕງ ຕອບສນອງ ຄວາມຕ້ອງການ ຂອງ ປະຊາຊົນ ທັງສອງ ປະເທສ ລາວ ແລະ ກຳພູຊາ ທີ່ ອຳນວຍ ຄວາມສະດວກ ທາງດ້ານ ຄົມມະນາຄົມ, ຂົນສົ່ງ ແລະ ການທ່ອງທ່ຽວ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.