ການໄປມາແຂວງຕໍ່ແຂວງ ສ່ວນຕົວ ຍັງເຄັ່ງຄັດ
2020.05.06
ທາງການລາວ ຍັງບໍ່ອະນຸຍາດໃຫ້ມີການສັນຈອນຂອງບຸກຄົນ ຣະຫວ່າງແຂວງຕໍ່ແຂວງ ຫາກບໍ່ຈໍາເປັນແບບບໍ່ມີກໍານົດ ເຖິງແມ່ນວ່າຈະມີ ມາຕການຜ່ອນຜັນ ແລ້ວສ່ວນນຶ່ງກໍຕາມ ເນື່ອງຈາກຍັງກັງວົນວ່າ ການເດີນທາງຈາກແຂວງຕໍ່ແຂວງ ອາຈເຮັດໃຫ້ເຊື້ອໄວຣັສໂຄວິດ-19 ກັບມາແຜ່ຣະບາດອີກເທື່ອນຶ່ງ, ອີງຕາມມາຕການສືບຕໍ່ປ້ອງກັນ ຄວບຄຸມສະກັດກັ້ນ ແລະ ແກ້ໄຂການຣະບາດ ຂອງໄວຣັສໂຄວິດ-19 ໃນຣະຫວ່າງ ວັນທີ 4-17 ພຶສພາ 2020 ຂອງສໍານັກງານນາຍົກຣັຖມົນຕຣີ, ດັ່ງເຈົ້າໜ້າທີ່ ໂຍທາທິການແລະຂົນສົ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 6 ພຶສພາ ນີ້ວ່າ:
“ຊ່ວງນີ້ ຖືວ່າແຂວງຕໍ່ແຂວງນີ້ ຍັງບໍ່ໃຫ້ເປີດບໍຣິການເທື່ອ ຍ້ອນການຄວບຄຸມພຍາດດອກ ບໍ່ແມ່ນອັນອື່ນ ເບິ່ງສະພາບຮອດວັນທີ່ 17 ນີ້ ກ່ອນເນາະ ຖ້າພຍາດບໍ່ມີ ເຮົາຊິບໍ່ໄດ້ສືບຕໍ່ຄົ້ນຄວ້າ.”
ການທີ່ຍັງບໍ່ໄດ້ອະນຸຍາດໃຫ້ປະຊາຊົນ ສາມາດເດີນທາງໄປມາ ໄດ້ຣະຫວ່າງແຂວງຕໍ່ແຂວງ ກໍເຮັດໃຫ້ຜູ້ປະກອບການ ຫຼາຍພາກສ່ວນໄດ້ ຮັບຜົລກະທົບ ນຶ່ງໃນນັ້ນແມ່ນຜູ້ປະກອບການ ຣົດໂດຍສານ ຊື່ງມາ ຮອດປັດຈຸບັນ ຍັງບໍ່ສາມາດແລ່ນຣົດໄດ້ຕາມປົກກະຕິເຮັດໃຫ້ສຸູນເສັຽ ຣາຍໄດ້ ເປັນຈໍານວນຫຼາຍ ຈຶ່ງຢາກໃຫ້ທາງການ ຍົກເລີກຄໍາສັ່ງດັ່ງກ່າວໃຫ້ໄວທີ່ສຸດ ເທົ່າທີ່ຈະເຮັດໄດ້, ດັ່ງຜູ້ປະກອບການຣົດໂດຍສານ ທ່ານນຶ່ງ ກ່າວວ່າ:
“ໂອ້ຫຼາຍ ເຮົາບໍ່ໄດ້ໄປໃສມາໃສບໍ່ມີລູກຄ້າ ລູກຄ້າກະໂທຫາ ບໍ່ມີໃຜໄດ້ໄປໄດ້ມາ ບໍ່ມີຣົດດຽວນີ້ ໂຈະໄປບໍ່ມີກໍານົດເຮົາກະບໍ່ຢາກຊິໄປໃສ ກະຖ້າລໍຖ້າໃຫ້ເພິ່ນເປີດໄວໆຫັ້ນແຫຼະ.”
ໃນຂນະດຽວກັນ ຄົນຂັບຣົດໂດຍສານຂອງບໍຣິສັດ ເອກກະຊົນແຫ່ງນຶ່ງເວົ້າວ່າ ເປັນເວລາສອງເດືອນແລ້ວ ທີ່ຕົນບໍ່ໄດ້ເຮັດວຽກຍ້ອນຄໍາສັ່ງ ຂອງທາງການ ເຮັດໃຫ້ບໍ່ມີຣາຍໄດ້ ເນື່ອງຈາກຕາມປົກກະຕິ ຕົນໄດ້ ເງິນຈາກຄ່າແລ່ນຣົດໂດຍສານ ເປັນຖ້ຽວ ບໍ່ໄດ້ເປັນເງິນເດືອນ ຄື ພະນັກງານທົ່ວໄປ ດັ່ງນັ້ນ ຈຶ່ງຈາກຮຽກຮ້ອງໃຫ້ທາງການ ອະນຸຍາດໃຫ້ຣົດໂດຍສານ ຣະຫວ່າງແຂວງ ສາມາດກັບມາແລ່ນ ໃຫ້ໄດ້ໄວ ເທົ່າທີ່ຈະໄວໄດ້:
“ຢູ່ເຮືອນນີ້ໄດ້ 2 ເດືອນແລ້ວໄດ໋ ເພິ່ນແລ່ນເປັນເງິນຖ້ຽວໄດ໋ ບໍ່ແມ່ນເງິນເດືອນວ່າຊັ້ນນະ ເດືອນໜ້າຢາກໃຫ້ເພິ່ນເປີດແຫຼະ ຢູ່ເຮືອນເຮົາ ບໍ່ມີຣາຍໄດ້ ເຮົາກໍບໍ່ຮູ້ຊິຢູ່ແຫຼະ ແຕ່ວ່່່າຈັກມື້ໃດ ເພິ່ນບໍ່ມີກໍານົດນະ.”
ສ່ວນຊາວລາວອີກທ່ານນຶ່ງເວົ້າວ່າ ຄັນເປັນໄປໄດ້ ກໍຢາກໃຫ້ທາງການອະນຸຍາດ ໃຫ້ປະຊາຊົນ ສາມາດເດີນທາງໄປແຂວງຕໍ່ແຂວງໄດ້ ໃຫ້ໄວທີ່ສຸດ ເພື່ອອໍານວຍຄວາມສະດວກ ໃຫ້ປະຊາຊົນ ທີ່ຢາກເດີນທາງ ໄປຕ່າງແຂວງ ຕາມຄວາມຈໍາເປັນຂອງພວກຂະເຈົ້າໄດ້ ເນື່ອງຈາກເຫັນວ່າ ຜູ້ຕິດເຊື້ອໄວຣັສໂຄວິດ-19 ຢູ່ລາວ ບໍ່ມີກໍຣະນີໃໝ່ເກີດຂຶ້ນ, ດັ່ງທ່ານກ່າວວ່າ:
“ຄັນເປັນໄປໄດ້ ກະຢາກໃຫ້ເພິ່ນປົດລ໋ອກໄວຫັ້ນແຫຼະ ຖ້າວ່າມັນບໍ່ມີການຣະບາດຕໍ່ໄປຫັ້ນນາ ຢາກໄປຢາກມາບ່ອນໃດກະໄປ ກະເວົ້າໄວ້ ເພິ່ນເຮັດໃຫ້ມັນຖືກຕ້ອງແລ້ວ ເພືິ່ອສະກັດກັ້ນ ບໍ່ໃຫ້ພຍາດມັນ ຣະບາດ.”
ກ່ຽວກັບເຣື້ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາສະຖານນີ ຣົດໂດຍສານສາຍເໜືອ ແລະ ສະຖານີຣົດໂດຍສານສາຍໃຕ້ໃນນະ ຄອນຫຼວງວຽງຈັນ ແລະກົມຂົນສົ່ງ ເພື່ອຖາມຣາຍຣະອຽດ ເພີ່ມຕື່ມ ແຕ່ບໍ່ມີເຈົ້າໜ້າທີ່ ປະຈໍາການຢູ່ຫ້ອງການ ໃນໄລຍະນີ້.
ຢ່າງໃດກໍຕາມ ອີງຕາມຄໍາສັ່ງຂອງນາຍົກຣັຖມົນຕຣີ ໄດ້ມີການຜ່ອນຜັນ ໃຫ້ປະຊາຊົນ ສາມາດເດີນທາງຈາກແຂວງຕໍ່ແຂວງໄດ້ເປັນບາງ ກໍຣະນີເປັນຕົ້ນ ການເດີນທາງໄປວຽກທາງການທີ່ຈໍາເປັນ, ນັກຮຽນນັກສຶກສາ ທີ່ກັບໄປສືບຕໍ່ຮໍ່າຮຽນ ນັກທຸຣະກິຈ ທີ່ເດີນທາງໄປເຮັດວຽກ, ການເຈັບເປັນເພື່ອໄປປິ່ນປົວ, ໄປເບິ່ງຍາດພີ່ນ້ອງທີ່ເຈັບເປັນ ຫຼືເສັຽຊີວິດ ແລະການຂົນສົ່ງສິນຄ້າ ແຕ່ຈະຕ້ອງມີໃບຢັ້ງຢືນ ຈາກພາກສ່ວນ ຮັບຜິດຊອບຢ່າງຖືກຕ້ອງ.