ທາງການເຕືອນນັກສຶກສາ ເຣື້ອງທຶນ ໄປຕ່າງປະເທດ
2018.04.17
ກະຊວງສຶກສາທິການແລະກິລາ ແຈ້ງເຕືອນໃຫ້ບັນດາຜູ້ປົກຄອງ ນັກຮຽນນັກສຶກສາ ບໍ່ໃຫ້ຫລົງເຊື່ອ ກຸ່ມຄົນຫຼືບໍຣິສັດ ຫຼືອົງການຈັດຕັ້ງ ທີ່ແອບອ້າງ ໂຄສະນາ ໃນແນວທາງນະໂຍບາຍ ຂອງກະຊວງສຶກສາທິການ ແລະກິລາ ວ່າມີທຶນໃຫ້ ນັກຮຽນນັກສຶກສາ ໄປຮຽນຕ່າງ ປະເທດ ເປັນຕົ້ນປະເທດຈີນ. ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ 17 ເມສາ ນີ້ວ່າ:
“ແທ້ໆຕ້ອງມີຂໍ້ຕົກລົງ ຂອງ ທ່ານຣັຖມົນຕຣີ ຢູ່ລາວເຮົານີ້ເອງ ສິໄປແຂວງໃດກໍຢ່າ ໃຫ້ມາເຮັດຂໍ້ຕົກລົງ ເຮົາຄັກແນ່ ຕ້ອງໄດຮັບອະນຸຍາດ ຢູ່ແຂວງໃດກໍແລ້ວແຕ່ ຕ້ອງໄດ້ຮັບອະນຸຍາດ ຈາກກະຊວງສຶກສາເຮົາເນາະ ໄປຮຽນໜັງສ້ຽນໜັງສື ວ່າຊັ້ນເດີ ບາດກັບມາກໍຕ້ອງ ມີໜັງສື ຈາກທູດສົ່ງມາ ຄັກແນ່ໃດ່.”
ທ່ານກ່າວຕື່ມວ່າ ໃນກໍຣະນີ ທີ່ກ່າວມານີ້ ຫາກຜູ້ປົກຄອງທ່ານໃດ ພົບເຫັນຄົນກຸ່ມນີ້ ຫຼື ບໍຣິສັດ ທີ່ບໍ່ຫວັງດີ ໂຄສະນາຕົວະຍົວະ ກໍ່ໃຫ້ເກິດ ບັນຫາ ແລະຄວາມເຂົ້າໃຈຜິດ ໃນການໄປຮຽນຕໍ່ ຢູ່ຕ່າງປະເທດ ຂໍໃຫ້ຢ່າພາກັນ ຫລົງເຊື່ອ ແລະໃຫ້ຕິດຕໍ່ໄປຫາ ກົມ ກິຈການ ນັກສຶກສາ ແລະກະຊວງສຶກສາທິການ ແລະກິລາ ໂດຍດ່ວນ ເພື່ອຈະໄດ້ ສົ່ງເຈົ້າໜ້າທີ່ ໄປກວດກາ.
ເຈົ້າໜ້າທີ່ທ່ານນີ້ ອະທິບາຍເພີ້ມຕື່ມວ່າ ທາງການລາວບໍ່ໄດ້ຫ້າມ ນັກຮຽນນັກສຶກສາ ທີ່ຕ້ອງການໄປຮຽນຕໍ່ ຢູ່ຕ່າງປະເທດ ແຕ່ຕ້ອງໄດ້ຮັບ ອະນຸຍາດ ແລະມີເອກກະສານຢັ້ງຢືນ ຈາກກະຊວງຕ່າງປະເທດ ແລະກະຊວງສຶກສາທິການ ແລະກິລາ ຈຶ່ງຈະເດີນທາງ ໄປຮຽນຕໍ່ໄດ້.
ສ່ວນນັກຮຽນນັກສືກສາ ທີ່ຢາກໄປສຶກສາຕໍ່ ໃນຕ່າງປະເທດ ຕາມນະໂຍບາຍຂອງຣັຖບານລາວ ກໍຈະຕ້ອງເຂົ້າມາກວດສອບທຶນ ວ່າມີທຶນ ຈາກປະເທດໃດ ຊື່ງສ່ວນຫລາຍແລ້ວ ຈະເປັນທຶນຈາກ ຣັຖບານຈີນ ປະມານ 60-100 ທຶນ ຕໍ່ປີ. ຣັຖບານວຽດນາມ ມີປະມານ 100 ທຶນ.
ຢ່າງໃດກໍຕາມ ປັຈຈຸບັນ ທາງກະຊວງສຶກສາທິການ ແລະກິລາ ຍັງບໍ່ມີຂໍ້ມູນຣະອຽດເທື່ອ ກ່ຽວກັບວ່າມີຈັກ ບໍຣິສັດ ທີ່ແອບອ້າງນະໂຍບາຍ ຂອງທາງການ ໃນເຣື້ອງການໃຫ້ທຶນ ໄປສຶກສາຕໍ່ຕ່າງປະເທດ ຊຶ່ງກະຊວງສຶກສາທິການ ແລະກິລາ ຄາດວ່າຫຼັງຈາກປີໃໝ່ ນີ້ ຈະມີການ ກວດກາ ຢ່າງຣະອຽດ ເພື່ອປ້ອງກັນບັນຫາ ນັກຮຽນນັກສືກສາ ຖືກຕົວະຍົວະໄປ ຕ່າງປະເທດ.