ເກີດການປະທະກັນຢູ່ແຂວງ ໄຊສົມບູນ
2015.12.04

ເກີດເຫດການ ປະທະກັນ ຂອງ ກໍາລັງ ປະກອບ ອາວຸດ ຢູ່ ແຂວງ ໄຊສົມບູນ ມີ ຫະຫານ ຝ່າຍ ຣັຖບານ ເສັຽຊີວິດ 3 ຄົນ ຊາວບ້ານ 1 ຄົນ ແລະ ບາດເຈັບ ຈໍານວນ ນຶ່ງ, ແລະ ນອກນັ້ນ ຍັງມີ ເຫດການ ເຈົ້າໜ້າທີ່ ຕໍາຣວດ ນະຄອນຫຼວງ ວຽງຈັນ ຍຶດອາວຸດ ສົງຄາມ ໄດ້ ຢູ່ດ່ານ ສາກົນ ທ່ານາແລ້ງ ສົ້ນຂົວ ມິຕພາບ ລາວ-ໄທ.
ເຈົ້າໜ້າທີ່ ບໍານານ ທ່ານ ນຶ່ງ ທີ່ໃກ້ຊິດ ກັບ ເຈົ້າໜ້າທີ່ ຣະດັບສູງ ຂອງ ກະຊວງ ປ້ອງກັນ ປະເທດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ, ມີການ ປະທະກັນ ຂອງ ກໍາລັງ ປະກອບ ອາວຸດ ຣະຫວ່າງ ກຸ່ມທີ່ ເອີ້ນກັນວ່າ ຝ່າຍຕໍ່ຕ້ານ ຣັຖບານ ແລະ ທະຫານ ຣັຖບານ ຢູ່ເຂດ ນໍ້າຢອນ ແຂວງ ໄຊສົມບູນ ໃນ ວັນທີ 23 - 24 ພືສຈິກາ ທີ່ ຜ່ານມາ ເຮັດໃຫ້ ທະຫານ ຝ່າຍ ຣັຖບານ ເສັຽຊີວິດ 3 ຄົນ ແລະ ບາດເຈັບ ຈໍານວນ ນຶ່ງ, ແຕ່ບໍ່ມີ ຣາຍງານ ການເສັຽຊີວິດ ຂອງ ຝ່າຍ ຕໍ່ຕ້ານ ຣັຖບານ.
ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ກ່ອນທີ່ ຈະມີການ ປະທະກັນ ເກີດຂຶ້ນນັ້ນ, ມີການ ລັດ ຍິງລົດ ຢູ່ເຂດ ເມືອງ ລອງຊານ ຢູ່ ແຂວງ ໄຊສົມບູນ ເຮັດໃຫ້ ມີຜູ້ ເສັຽຊີວິດ 1 ຄົນ ແລະ ບາດ ເຈັບ 6 ຄົນ.
ນອກຈາກນີ້ ໃນຣະຍະ ກາງເດືອນ ພືສຈິກາ ທີ່ ຜ່ານມາ ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ນະຄອນຫຼວງ ວຽງຈັນ ກໍຍຶດ ອາວຸດ ສົງຄາມ ປະເພດ ປືນ AK ແລະ M16 ທີ່ ມີການແຍກ ຊິ້ນສ່ວນອອກ ເຊື່ອງ ຢູ່ໃນຣົດ ຢູ່ດ່ານ ສາກົນ ທ່ານາແລ້ງ ສົ້ນຂົວ ມິຕພາບ ລາວ-ໄທ ແລະ ສາມາດ ຈັບຕົວ ຜູ້ຕ້ອງສົງໄສ ໄດ້ ທັງໝົດ 8 ຄົນ.
ປະຊາຊົນ ຜູ້ທີ່ ເປັນຍາດ ຂອງຜູ້ຕ້ອງ ສົງໄສ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ໃນ ເບື້ອງຕົ້ນ ເຈົ້າໜ້າທີ່ ຈັບຜູ້ຕ້ອງ ສົງໄສ 2 ຄົນ ຊື່ ນາງ ກ້ອຍ ແລະ ຜົວ ຂອງລາວ ຢູ່ ດ່ານສາກົນ ທ່ານາແລ້ງ ສົ້ນຂົວ ມິຕພາບ ລາວ-ໄທ ນະຄອນຫຼວງ ວຽງຈັນ, ຊຶ່ງ ທັງສອງ ຜົວເມັຽ ນັ້ນເປັນ ປະຊາຊົນ ຢູ່ເມືອງ ສີສັດຕະນາກ ແລະ ຫລັງຈາກນັ້ນ ເຈົ້າໜ້າທີ່ ຕໍາຣວດ ກໍຈັບຜູ້ ຮ່ວມ ຂະບວນການ ໄດ້ອີກ 6 ຄົນ ຢູ່ ເມືອງງອຍ ແຂວງ ຫຼວງພຣະບາງ ພ້ອມກັບ ອາວຸດ ສົງຄາມ ອີກຈໍານວນ ເຊັ່ນ ປືນ ແລະ ລູກລະເບີດ.
ຣາຍຊື່ ຜູ້ຕ້ອງສົງໄສ ທີ່ ຖືກຈັບ ພ້ອມອາວຸດ ສົງຄາມ ຄັ້ງນີ້ມີ; ນາງ ກ້ອຍ ແລະ ຜົວຂອງນາງ (ບໍ່ຮູ້ຊື່) ທ້າວ ແຊມ, ທ້າວ ແຊມ ດໍາ ຊຶ່ງ ເປັນ ລູກຊາຍ ຂອງ ພະນັກງານ ຕໍາຣວດ ຊັ້ນຜູ້ໃຫຍ່ ທ່ານນຶ່ງ, ແລະ ອີກ 4 ຄົນ ຍັງ ບໍ່ຮູ້ຊື່, ຊຶ່ງ ທັງໝົດ ຖືກຄຸມຂັງ ຢູ່ ກອງ ບັນຊາການ ຕໍາຣວດ ນະຄອນບານ ນະຄອນຫຼວງ ວຽງຈັນ.