ຄົນລາວຢາກໃຫ້ລາວ-ສະຫະຣັດ ຮ່ວມມື
2016.09.14

ຊາວນະຄອນຫຼວງວຽງຈັນ ທີ່ຕິດຕາມ ຢ່າງໃກ້ຊິດ ຂອງການຢ້ຽມຢາມ ຄັ້ງ ປະຫວັດສາຕ ຂອງ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ທ່ານ ບາຣັກ ໂອບາມາ ຣະຫວ່າງ ວັນທີ 6 ຫາທີ 8 ກັນຍາ ກ່າວວ່າ ຕາມຄວາມເຂົ້າໃຈ ຂອງ ທ່ານນັ້ນ ທ່ານ ສາມາດ ເວົ້າໄດ້ວ່າ ຊາວລາວ ທຸກທົ່ວໜ້າ ໃນ ນະຄອນຫຼວງ ພາກັນດີໃຈ ຫາສິ່ງ ຈະປຽບບໍ່ໄດ້ ທີ່ຜູ້ນໍາ ສະຫະຣັຖ ໄດ້ມາ ຢ້ຽມຢາມລາວ ດັ່ງບໍ່ເຄີຍ ມີມາ ຈັກເທື່ອ, ແລະ ສິ່ງທີ່ເຮັດໃຫ້ ຊາວລາວ ດີໃຈ ຫຼາຍກວ່າ ສິ່ງອື່ນໃດ ນັ້ນແມ່ນ ຫລັງຈາກ ຜູ້ນໍາລາວ ທ່ານ ບຸນຍັງ ວໍຣະຈິດ ປະທານ ປະເທດ ກັບ ທ່ານ ໂອບາມາ ໄດ້ອອກ ຖແລງການ ຮ່ວມ ການເປັນ ຄູ່ຮ່ວມມື ຮອບດ້ານ ລາວ-ສະຫະຣັຖ ເພື່ອ ເສີມຂຍາຍ ຄວາມ ສັມພັນ ແລະ ການພົວພັນ ຣະຫ່ວາງ ສອງປະເທດ ໃຫ້ ຫຼາຍຂຶ້ນ.
ທ່ານວ່າ ຍັງບໍ່ເທົ່ານັ້ນ ຫລັງຈາກ ທາງການລາວ ໄດ້ນໍາຖແລງການ ຮ່ວມອອກ ເຜີຍແຜ່ ຍິ່ງເຮັດໃຫ້ ຊາວລາວ ເຂົ້າໃຈເນື້ອໃນ ຂອງ ແຖລງການ ການຮ່ວມມື ຈົນມີ ຫາງສຽງ ອອກມາວ່າ ຢາກໃຫ້ ຣັຖບານ ຂອງ ສອງປະເທດ ນີ້ ຈັດຕັ້ງ ປະຕິບັດ ຖແລງການ ໃຫ້ໄວຂຶ້ນ. ພ້ອມກັນນັ້ນ ກໍຢາກໃຫ້ມີ ອົງກອນໃດ ອົງກອນນຶ່ງ ພາກຣັຖ ຫລື ເອກກະຊົນ ກໍດີ ຮ່ວມມື ກັບ ຣັຖບານ ເພື່ອດຶງດູດ ເອົາການຄ້າ ການ ລົງທຶນ ເຂົ້າມາລາວ ໃຫ້ຫຼາຍຂຶ້ນ.
ໃນຕອນບ່າຍ ຂອງວັນທີ່ 6 ກັນຍາ ນັ້ນ ທ່ານ ບາຣັກ ໂອບາມາ ໄດ້ມີໂອກາດ ຖແລງ ຕໍ່ ປະຊາຊົນລາວ ປະມານ 1 ພັນ ກວ່າຄົນ ຢູ່ ຫໍວັທະນະທັມ ແຫ່ງຊາຕ, ທ່ານກ່າວ ໃນຕອນນຶ່ງວ່າ:
"ການເປັນຄູ່ຮ່ວມ ຂອງ ສະຫະຣັຖ ກັບລາວ ໄດ້ຮັບຮູ້ ວ່າ ສປປ ລາວ ເປັນປະເທດ ເອກກະຣາດ ແລະ ມີ ອະທິປະຕັຍ. ສະຫະຣັຖ ບໍ່ໄດ້ສະແຫວງຫາ ກໍານົດ ຈຸດປະສົງ ຂອງຕົນ ຕໍ່ ສປປລາວ. ຄວາມຈິງແລ້ວ ພວກເຮົາ ສະແຫວງຫາ ຄວາມສັມພັນ ບົນພື້ນຖານ ຄວາມເຄົາຣົບ ຕໍ່ກັນ ຮ່ວມທັງ ເຄົາຣົບ ຄວາມເປັນ ເອກກະຣາດ ແລະ ອະທິປະຕັຍ ຂອງລາວ".
ຖ້ອຍຖແລງ ດັ່ງກ່າວ ຫຼາຍຄົນ ເຫັນວ່າ ແມ່ນດ້ວຍ ຄວາມຈິງໃຈ ຂອງ ສະຫະຣັຖ. ທ່ານ ອະທິບາຍ ຕື່ມວ່າ ການມາ ຢ້ຽມຢາມ ສປປ ລາວ ຂອງ ປະທານາທິບໍດີ ສະຫະຣັຖ ເທື່ອນີ້ ໄດ້ເຮັດໃຫ້ ຄວາມຄິດ ແລະ ທັສນະຄະຕິ ຂອງ ຊາວລາວ ໃນປະເທດ ຫັນປ່ຽນໄປ ໃນທາງບວກ ແມ້ແຕ່ ເຈົ້າໜ້າທີ່ ຣະດັບສູງ ຂອງ ພັກ-ຣັຖ ຫຼາຍຄົນ ທີ່ບໍ່ໄດ້ ຢູ່ໃນວົງໃນ ຂອງ ການນໍາ ພາກັນ ຕົກສະເງີ້ ບໍ່ເຄີຽຄິດວ່າ ສະຫະຣັຖ ແລະ ສປປ ລາວ ຈະຮ່ວມມື ກັນໄດ້ ເນື່ອງຈາກວ່າ ຜ່ານມາ ເຈົ້າໜ້າທີ່ ໃນວົງການ ພັກ-ຣັຖ ມີ ອະຄະຕິ ຕໍ່ ສະຫະຣັຖ ໃນ ທາງລົບ ຫຼາຍກ່ວາ.
ທ່ານວ່າ ໃນລະຍະ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ່ 28 ແລະ 29 ທີ່ຫາກໍຈົບລົງ ໃນອາທິດ ຜ່ານມາ ນັ້ນ ຄວາມຈິງແລ້ວ ມີຜູ້ນໍາ ຈາກ 18 ປະເທດ ແລະ ຜູ້ນໍາ ອົງການ ສາກົນ ຮ່ວມທັງ ທ່ານ ບານກີມູນ ເລຂາທິການໃຫ່ຽ ສະຫະ ປະຊາຊາຕ ກໍມາ ຮ່ວມ ປະຊຸມ ຢູ່ລາວ, ແຕ່ວ່າ ຊາວລາວ ສ່ວນຫຼາຍ ໃຫ້ ຄວາມສົນໃຈ ນໍາການ ຢ້ຽມຢາມ ຂອງຜູ້ນໍາ ຂອງ ສະຫະຣັຖ ທ່ານ ບາຣັກ ໂອບາມາ ຫຼາຍກວ່າ.