ນ.ຄຳພູດມີຕັນຍັງຢູ່ຄຸກ
2015.06.18
ເປັນ ເວລາ ເກືອບ 1 ເດືອນ ແລ້ວ ທີ່ ນາງ ຄໍາພຸດ ມີຕັນ ອາຍຸ 26 ປີ ຊາວບ້ານ ນາບວມ ເມືອງ ພຽງ ແຂວງ ໄຊຍະບູຣີ, ຍັງ ຖືກ ຂັງຄຸກ ຢູ່ ທີ່ ສະຖານີ ຕຳຣວດ ປ້ອງກັນ ຄວາມສງົບ ຂອງ ແຂວງ ຕັ້ງແຕ່ ນາງ ຖືກຈັບ ເມື່ອ ເດືອນ ພຶສພາ ຜ່ານມາ, ໃນ ຂໍ້ຫາ ໃສ່ຮ້າຍ ປ້າຍສີ ເຈົ້າໜ້າທີ່ ແລະ ທາງ ຄອບຄົວ ຂອງ ນາງ ກໍໄປ ຢ້ຽມຢູ່ ຄຸກ ນັ້ນ, ແຕ່ຍັງ ບໍ່ມີ ການ ປະກັນ ຕົວ. ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ແຂວງ ໄຊຍະບູຣີ ໃນ ວັນທີ 17 ມິຖຸນາ 2015 ນີ້:
"ຍັງບໍ່ເຫັນ ປ່ອຍມາ ເທື່ອໃດ ຖືກຂັງ ຢູ່ນີ້່ລະ ຄອບຄົວ ເຂົາ ກໍໄປຢູ່ ເນາະ, ໄປ ຫັ້ນ ປະກອບ ປະກັນ ຄື ບໍ່ເຫັນວ່າ ເຮັດ, ຄອບຄົວ ເພິ່ນ ກະຮູ້ ຢູ່ ບໍ່ຊ່າງ ຊິວ່າ ບໍ່ມີໃຜ ວ່າຈັ່ງໃດ ເຂົາ ກະຢູ່ໃຜ ຢູ່ມັນ".
ທ່ານ ກ່າວວ່າ ການທີ່ ຄອບຄົວ ບໍ່ ຂໍປະກັນ ຕົວ ນັ້ນ ເປັນຍ້ອນ ເຊື່ອ ໝັ້ນວ່າ ລູກສາວ ຂອງຕົນ ຈະໄດ້ຮັບ ການ ປ່ອຍຕົວ ໃນ ອີກ ບໍ່ດົນນີ້, ເພາະ ເຫັນວ່າ ສິ່ງ ທີ່ ນາງ ຄຳພຸດ ໄດ້ ກະທຳ ໄປນັ້ນ ບໍ່ແມ່ນ ການ ໂຈມຕີ ເຈົ້າໜ້າທີ່, ແຕ່ ເປັນພຽງ ການ ຮູ້ເທົ່າ ບໍ່ເຖິງການ ຊື່ໆ. ດັ່ງນັ້ນ ຄົງຈະ ບໍ່ມີ ຄວາມຜິດ ຮ້າຍແຮງ.
ຢ່າງໃດ ກໍຕາມ ຈາກ ການ ສອບຖາມ ໄປຍັງ ປະຊາຊົນ ພາຍໃນ ແຂວງ ໄຊຍະບູຣີ ປາກົດ ວ່າ, ຄົນ ໃນ ສັງຄົມ ບໍ່ເວົ້າເຖິງ ກໍຣະນີ ຂອງ ນາງ ຄຳພຸດ ເລີຍ ຊຶ່ງ ເປັນ ເຣື່ອງ ແປກ ພໍສົມຄວນ, ເພາະ ຕາມ ປົກຕິ ແລ້ວ ເມື່ອ ເກີດ ເຫດການ ແບບນີ້ ຈະຕ້ອງ ມີຫາງສຽງ ຈາກ ສັງຄົມ.
ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ເອເຊັຽ ເສຣີ ກໍ ພຍາຍາມ ຕິດຕໍ່ ໄປຍັງ ຜແນກ ປ້ອງກັນ ຄວາມສງົບ ແຂວງ ໄຊຍະບູຣີ, ເພື່ອ ຖາມເຖິງ ຄວາມ ຄືບໜ້າ ກ່ຽວກັບ ຄະດີ ຂອງ ນາງ ຄຳພຸດ ນີ້, ແຕ່ບໍ່ ສາມາດ ຕິດຕໍ່ ເຈົ້າໜ້າທີ່ ຜູ້ໃດໄດ້ ເລີຍ, ແລະ ເມື່ອ ຕິດຕໍ່ ໄປຍັງ ຫ້ອງ ວ່າການ ປົກຄອງ ແຂວງ ກໍບໍ່ມີ ເຈົ້າໜ້າທີ່ ຄົນໃດ ກ້າເວົ້າ ເຖິງ ເຣື່ອງນີ້.