ຕໍາຣວດຕາມລ້ານັກໂທດ ໂຕນຄຸກ
2020.08.26

ເຈົ້າໜ້າທີ່ຕໍາຣວດ ກໍາລັງຊອກຈັບ ນັກໂທດທີ່ໂຕນອອກຈາກຄຸກໂພນຕ້ອງ ໂດຍໄດ້ໂພສປວັດ ແລະ ຮູບພາບ ຂອງນັກໂທດ ທີ່ກໍາລັງຫຼົບ ໜີ 7 ຄົນ ນັ້ນລົງທາງເຟສບຸຄ ແລະຂໍຮ້ອງໃຫ້ ປະຊາຊົນ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຊ່ວຍຕິດຕາມ. ປັດຈຸບັນ ເຈົ້າໜ້າທີ່ແຕ່ລະເມືອງ ພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆ ກໍໄດ້ໃຫ້ການຮ່ວມມື ເປັນຢ່າງດີ, ດັ່ງ ຜູ້ປະກອບການໂຮງແຮມ ແຫ່ງນຶ່ງ ຢູ່ ເມືອງປາກງື່ມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ສິງຫາ ນີ້ວ່າ:
“ກະແຈ້ງຕາມເຟສບຸກ ຕາມນັ້ນດຸ ເອີ່ ແຂກມາເຮົາກະເບິ່ງ ກະເພາະວ່າ ມັນມີຮູບທີ່ລົງຕາມເຟສບຸກຫັ້ນນະ ກະບໍ່ເຫັນມີຄົນແປກໜ້າ ພໍຊິ ອັນນັ້ນ ໃດ໋ລະ.”
ຊາວບ້ານຢູ່ເມືອງຫາດຊາຍຟອງ ຄົນນຶ່ງເວົ້າວ່າ ໃນເວລານີ້ ຕາມເຂດບ້ານຂອງຕົນ ເຈົ້າໜ້າທີ່ ປກສ ບ້ານ ກໍໄດ້ຕັ້ງດ່ານກວດກາ ທັງ ກາງເວັນ ແລະ ກາງຄືນ ເພື່ອກວດຫາ ນັກໂທດທີ່ ກໍາລັງຫຼົບໜີນັ້ນຢູ່, ດັ່ງນາງກ່າວວ່າ:
“ປກສ ເຂົາກະມາຍາມອິຫຍັງ ຢູ່ຕລອດຢູ່ໃດ໋ລະ ບໍ່ເຫັນມີສະພາບຫຍັງ ວ່າຊິມີຫຍັງຫັ້ນນະ.”
ໃນຂນະທີ່ ເຈົ້າໜ້າທີ່ໜ່ວຍເຮືອ ຮັກສາຄວາມສງົບຕາມລໍາແມ່ນໍ້າຂອງ ປະຈໍາປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ກ່ຽວກັບເຣື່ອງນີ້ ທາງຝ່າຍໄທຍ ຍັງບໍ່ທັນໄດ້ຮັບແຈ້ງ ຂໍຄວາມ ຊ່ອຍເຫຼືອ ຈາກທາງການລາວ ເທື່ອ ວ່່າໃຫ້ຊ່ອຍຕິດຕາມ ນັກໂທດກຸ່ມ ດັ່ງກ່າວ ຊຶ່ງອາຈ ລອຍນໍ້າ ຫຼື ຂີ່ເຮືອໜີມາທາງເບື້ອງໄທຍ, ແຕ່ທາງເຈົ້າໜ້າທີ່ໄທຍ ກໍມີການກວດກາ ຄວາມສງົບ ລຽບຕາມລໍາແມ່ນໍ້າຂອງ ເປັນປົກກະຕິ ຍັງບໍ່ເຫັນບຸກຄົນ ໜ້າສົງໃສເທື່ອ, ດັ່ງເຈົ້າໜ້າທີ່ ທ່ານນຶ່ງ ກ່າວວ່າ:
“ນັກໂທດທາງຝັ່ງລາວ ແຫກຄຸກຫຼົບໜີ ຕອນນີ້ ຍັງບໍ່ທັນເຫັນ ຍັງບໍ່ເຫັນທາງຝັ່ງລາວ ປະສານທາງຝັ່ງໄທຍ ແຕ່ທາງໜ່ວຍເຮືອ ຮັກສາ ຄວາມສງົບ ຕາມລໍາແມ່ນໍ້າຂອງ ຍັງຮັກສາ ຄວາມສງົບ ຕາມລໍາແມ່ນນໍ້າຂອງ ຕາມປົກກະຕິ.”
ເຈົ້າໜ້າທີ່ ຜແນກປ້ອງກັນຄວາມສງົບ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງວ່າ ປັດຈຸບັນ ທາງເຈົ້າໜ້າທີ່ ຈັບໂຕນັກໂທດທີ່ໂຕນໜີ ອອກຈາກ ຄຸກໂພນຕ້ອງ ໄດ້ພຽງແຕ່ 5 ຄົນ, ຍັງບໍ່ທັນມີ ຣາຍງານວ່າ ຈັບໄດ້ເພີ້ມຕື່ມເທື່ອ ຫາກມີຄວາມຄືບໜ້າ ຈະມີການຈັດຖແລງຂ່າວ ແກ່ ສື່ມວນຊົນ ຢ່າງເປັນທາງການ, ດັ່ງທ່ານກ່າວວ່າ:
“ອັນນີ້ ຍັງບໍ່ມີຂໍ້ມູນເທື່ອເດີ້ເຈົ້າ ດຽວເພິ່ນຖແລງຂ່າວ ລະຈັ່ງໃດ ຕາມທາງເຟສບຸກເດີ້ເຈົ້າ ອັນນີ້ ຂໍ້ມູນຍັງບໍ່ຣະອຽດເທື່ອ ມີປະຊຸມກັນຢູ່.”
ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ ຫາຄຸກໂພນຕ້ອງ ແລະ ກົມຄຸມຂັງດັດສ້າງ ທີ່ຂຶ້ນກັບກະຊວງ ປ້ອງກັນຄວາມສງົບ ແຕ່ບໍ່ມີຜູ້ຮັບ ໂທຣະສັບ. ເຫດການນັກໂທດ ໂຕນໜີ ອອກຈາກຄຸກ ໂພນຕ້ອງເທື່ອນີ້ ເກີດຂຶ້ນໃນວັນທີ 24 ສິງຫາ ປີ 2020, ໂດຍນັກໂທດ 12 ຄົນ ເຊິ່ງເປັນນັກໂທດຊາວໄທຍ ຮວມຢູ່ນໍາ ໄດ້ພາກັນແລ່ນ ອອກທາງປະຕູຄຸກ ທີ່ເປີດຢູ່ ໂດຍມີຣົດກະບະ ຍີ່ຫໍ້ TOYOTA VIGO ສີປອນເງິນ ມາຈອດລໍຖ້າ ຢູ່ໜ້າປະຕູຄຸກ.
ໃນເບື້ອງຕົ້ນ ເຈົ້າໜ້າທີ່ສາມາດ ຈັບນັກໂທດສັນຊາດໄທຍ ໄດ້ 5 ຄົນ ປະກອບດ້ວຍ ທ້າວ ຈ່ຽງເນັ່ງ ແຊ້ມາ ອາຍຸ 41 ປີ, ທ້າວ ເຕັງເຮີ ອາຍຸ 22 ປີ, ທ້າວ ກ້ອງກຽດ ທະນະວຸດທິໄຊ ອາຍຸ 33 ປີ, ທ້າວສຸວິດ ແສງຈັນ ອາຍຸ 24 ປີ ແລະທ້າວ ສຸເອັງ ເສລີ ອາຍຸ 22 ປີ. ເຊິ່ງທັງ 5 ຄົນນີ້ ແມ່ນນັກໂທດ ຄະດີ ຄ້າຢາເສບຕິດ ທີ່ໄດ້ຮັບໂທດ ປະຫານຊີວິດ ແລະ ຈໍາຄຸກຕລອດຊີວິດ, ສ່ວນນັກໂທດ ທີ່ເຫຼືອອີກ 7 ຄົນ ຍັງບໍ່ຮູ້ວ່າເປັນຄົນ ສັນຊາດໃດ ແລະ ກ່ຽວຂ້ອງກັບຄະດີ ຫຍັງ ເພາະຍັງຢູ່ໃນຣະຫວ່າງ ການຫຼົບໜີ.
ຢ່າງໃດກໍຕາມ ຊາວລາວຫຼາຍຄົນ ທີ່ເຫັນຄລິບນັກໂທດ ໂຕນໜີອອກຈາກຄຸກດັ່ງກ່າວ ໄດ້ສະແດງຄວາມຄິດເຫັນຫຼາຍແນວ ເປັນຕົ້ນວ່າ ກຸ່ມນັກໂທດ ຕ້ອງມີການວາງແຜນ ໄວ້ລ່ວງໜ້າ, ບາງຄົນກໍຄິດວ່າ ເຈົ້າໜ້າທີ່ ປະຕິບັດໜ້າທີ່ ແບບຖືເບົາ ແລະ ບໍ່ຮັດກຸມ ແລະບາງຄົນກໍ ສັນນິຖານວ່າ ອາຈມີເຈົ້າໜ້າທີ່ບາງຄົນ ມີສ່ວນຮ່ວມ ກັບການໂຕນໜີ ອອກຈາກຄຸກໃນເທື່ອນີ້ ນໍາດ້ວຍ.