ດ່ານ ວຽງຈັນ-ໜອງຄາຍ ປິດ
2020.03.23
ທາງການໄທ ສັ່ງປິດດ່ານຢູ່ ແຂວງໜອງຄາຍ ຮວມທັງດ່ານຂົວມິຕພາບ ລາວ-ໄທ ນະຄອນຫລວງ ວຽງຈັນ-ໜອງຄາຍ ຕັ້ງແຕ່ມື້ວັນທີ 19 ມິນາ ເປັນຕົ້ນໄປ ຍ້ອນການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ເຮັດໃຫ້ປະຊາຊົນສອງຟາກຝັ່ງ ບໍ່ສາມາດຜ່ານເຂົ້າ-ອອກ ໄດ້ຄືແຕ່ກ່ອນ, ການຄ້າຂາຍເຄຶ່ອງຂອງງຽບເຫງົາ ແລະຮ້ານອາຫານ ຈໍານວນນຶ່ງຖືກປິດຍ້ອນບໍ່ມີລູກຄ້າ, ບໍ່ມີນັກທ່ອງທ່ຽວຕ່າງປະເທດ, ເຮັດໃຫ້ຣາຍໄດ້ ຫລຸດລົງຫລາຍ, ອີງຕາມຄໍາເວົ້າຂອງແມ່ຄ້າ ນະຄອນຫລວງວຽງຈັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມິນານີ້:
“ຊ່ວງນີ້ກະສິໄດ້ ປິດຮ້ານ ເພາະວ່ານັກທ່ອງທ່ຽວ ກໍບໍ່ຄ່ອຍມີເລີຍ ອັນຄົນຕ່າງປະເທດ ທີ່ວ່າເຂົາເຈົ້າ ຈະມາເຮັດວີຊາ ຢູ່ແຖວກົງສູນໄທ ເພິ່ນກໍຈະເຂົ້າມານີ໋ ກະບໍ່ມີແລ້ວ ກະມີແຕ່ລູກຄ້າຄົນລາວ ຊື້ກັບບ້ານ.”
ນາງກ່າວຕື່ມວ່າ ໄດ້ຊື້ເຄຶ່ອງຂອງມາຈາກໄທ ກ່ອນທີ່ດ່ານຈະປິດ ຍ້ອນຢ້ານຫາຊື້ຍາກ ເພາະພຍາດ ໂຄວິດ-19 ຣະບາດ.
ໃນຂນະດຽວກັນ ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກໍເວົ້າວ່າ ສິນຄ້າຈໍານວນນຶ່ງຢູ່ລາວ ມີຣາຄາຂ້ອນຂ້າງສູງ ເປັນຕົ້ນເຄຶ່ອງໃຊ້ພາຍ ໃນເຮືອນ ແລະຂອງໃຊ້ຕ່າງໆ ຮວມທັງຂອງກິນ ເຄຶ່ອງແຫ້ງແພງຂຶ້ນ ເປັນພັນ-ສອງພັນ ດັ່ງທີ່ທ່ານກ່າວວ່າ:
“ຂ້າມບໍ່ໄດ້ ເຫັນແຕ່ເພິ່ນແຈ້ງວ່າສິນຄ້າຈະສົ່ງມາປົກກະຕິ ແຕ່ວ່າຄົນຂ້າມບໍ່ໄດ້ ປິດດ່ານແລ້ວເດ໋ ເຄື່ອງໃຊ້ເປັນຂອງກິນຂອງແຫ້ງອິຫຍັງ ຊິນະ ກະຂຶ້ນ ພັນກີບ 2 ພັນກີບສິນະ ແຕ່ວ່າເປັນຜັກ ກໍຣາຄາ ປົກກະຕິ.”
ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້ານະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວວ່າ ການຄ້າຂາຍຢູ່ລາວ ເປັນຕົ້ນຢູ່ຕາມ ຕລາດ ກໍຍັງເຫັນມີຮ້ານຂາຍເຄຶ່ອງ ປົກກະຕິຢູ່ ແຕ່ຜູ້ມາຊື້ສິນຄ້າ ໜ້ອຍລົງ ຫລາຍ ຍ້ອນພາກັນຢ້ານພຍາດ ໂຄວິດ-19 ຊຶ່ງທ່ານເວົ້າວ່າ ຄົນລາວບໍ່ຕ້ອງຢ້ານ ວ່າຈະບໍ່ມີສິນຄ້າ ເພາະຍັງມີຣົດຂົນສົ່ງສິນຄ້າ ຈາກໄທມາລາວປົກກະຕິຢູ່, ມີແຕ່ຫ້າມບໍ່ໃຫ້ຄົນຜ່ານດ່ານເຂົ້າ-ອອກ ເທົ່ານັ້ນ, ຫາກກວດພົບຜູ້ໃດຂາຍສິນຄ້າແພງເກີນຄວນ ກໍຈະຖືກປັບໃໝ ແລະຍຶດສິນຄ້ານັ້ນ, ມີການກວດກາປົກກະຕິຢູ່ ດັ່ງທີ່ທ່ານກ່າວວ່າ:
“ໂອ໋ ຍັງກວດກາປົກກະຕິຢູ່ ບໍ່ມີບັນຫາຫຍັງ ສິນຄ້າຍັງເຕັມທ້ອງຕລາດ ແຕ່ວ່າມັນກະສິປາສຈາກບໍ່ໄດ້ ມີຄົນຜູ້ໄປຊື້ຫັ້ນ ມັນໜ້ອຍລົງ ຍ້ອນວ່າເຈົ້າກະຢ້ານຂ້ອຍກະຢ້ານ ກາສິບໍ່ຫລວງຫລາຍປານໃດນໍ.”
ເວົ້າເຖິງເຣື້ອງທາງການໄທ ປິດດ່ານຊາຍແດນໜອງຄາຍ ທີ່ຕິດກັບລາວ ເຈົ້າໜ້າທີ່ຕໍາຣວດ ປະຈໍາດ່ານໜອງຄາຍ ທ່ານນຶ່ງ ກ່າວວ່າ ຢູ່ ໜອງຄາຍປິດໝົດທຸກດ່ານ ຮວມທັງດ່ານຂົວ ມິຕພາບໄທ-ລາວ ແຫ່ງທີ 1, ແຕ່ຍັງໃຫ້ຣົດຂົນສົ່ງສິນຄ້າຜ່ານ ເຂົ້າ-ອອກ ໄດ້ຕາມປົກກະຕິ ຕັ້ງແຕ່ມື້ວັນທີ 19 ມິນາ 2020 ເປັນຕົ້ນໄປ ແລະວ່າ ຄົນລາວຈະກັບບ້ານ ທາງດ່ານໜອງຄາຍ ກໍອະນຸຍາດໃຫ້ກັບໄດ້ ແຕ່ຍັງບໍ່ທັນໃຫ້ ກັບເຂົ້າ ມາໄທ ດັ່ງທີ່ທ່ານກ່າວວ່າ:
“ປິດຕາມຄໍາສັ່ງຂອງທ່ານຜູ້ວ່າ ແຕ່ການຂົນສົ່ງສິນຄ້າ ຍັງດໍາເນີນຢູ່. ຖ້າຄົນລາວຈະກັບບ້ານ ກໍໃຫ້ກັບ ທາງຝ່າຍລາວ ຈະສະແກນຂອງ ເຂົາເອງ.”
ການປິດດ່ານຂົວມິຕພາບລາວ-ໄທ ຣະຫວ່າງນະຄອນຫຼວງວຽງຈັນ ແລະໜອງຄາຍ ຖືເປັນການເຝົ້າຣະວັງພຍາດໂຄວິດ-19 ທີ່ຣະບາດ ຢູ່ປະເທດໄທ ຊຶ່ງຂນະນີ້ ມີຜູ້ຕິດເຊື້ອເພິ່ມຂຶ້ນຫຼາຍຢ່າງ ຕໍ່ເນຶ່ອງ.