ເຈົ້າໜ້າທີ່ອັຍການ ຍັກຍອກ ຄ່າທໍານຽມ

ຈໍາປາທອງ
2019.07.08
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ເຈົ້າໜ້າຣະດັບສູງຜູ້ນຶ່ງ ຢູ່ຫ້ອງການອັຍການ ເມືອງໄຊທານີ ນະຄອນຫລວງວຽງຈັນ ສໍ້ຣາດບັງຫລວງ, ບໍ່ເອົາເງິນຄ່າທຳນຽມ ຟ້ອງຂຶ້ນສານ ຂອງປະຊາຊົນເຂົ້າງົບປະມານ ຂອງຣັຖ, ເອົາໄປໃຊ້ສ່ວນໂຕ. ໃນຈຳນວນຄ່າຟ້ອງຂຶ້ນສານທີ່ວ່ານັ້ນ ມີທັງຄະດີ ກ່ຽວກັບ ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານນາແຄຄຳ ເມືອງໄຊທານີ ຊຶ່ງຊາວບ້ານ 13 ຄອບຄົວ ໄປຍື່ນຟ້ອງ ເມື່ອເດືອນມິນາ ຜ່ານມາທີ່ຕ້ອງໄດ້ເສັຽຄ່າຟ້ອງຄົນລະ ນຶ່ງແສນ ກີບ ໃນຂນະທີ່ມີບັນຫາ ກັບຜູ້ຂາຍດິນ ທີ່ບໍ່ເອົາໃບຕາດິນໃຫ້, ດັ່ງປະຊາຊົນຜູ້ເສັຍຫາຍ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 4 ກໍຣະກະດາ ນີ້ວ່າ:

"ຫ້ອງການອັຍການເຂດເນາະ ໄທເຮົາກໍໄປຍື່ນໄວ້ແລ້ວ ຕ້ອງເອົາເງິນເສັຽຄ່າຮ້ອງຟ້ອງ ຜູ້ລະແສນ ເສັຽໄປແລ້ວ ສຸດທ້າຍກໍວ່າພໍໄປຖາມ ຫ້ອງການວ່າ ເງິນນັ້ນລາວກໍບໍ່ເອົາເຂົ້າຫ້ອງການ ດຽວນີ້ເຮົາຖືກຍ້າຍໄປຢູ່ບ່ອນອື່ນ ຄະດີພວກເຮົາ ກໍເປັນອັນຈາວ ໄປເລີຍ ໄທເຮົາ ປະຊາຊົນທັມມະດານີ້ ໄທເຮົາບໍ່ຮູ້ຈັກສິໄປຫາໃຜ ຄັນແມ່ນຣະດັບນີ້ ຂະເຈົ້າຍັງຕົ້ມເຮົາແລ້ວນີ້ນະ ລາວຊື່ອຸ່ນເຮືອນ ອອກຊື່ລາວນະ ເປັນຫົວໜ້າຢູ່ຫັ້ນ."

ທ່ານເວົ້າວ່າ ເວລາໄປຍື່ນຄຳຮ້ອງຟ້ອງຂຶ້ນສານ ນັ້ນກໍໄດ້ເສັຽເງິນໃຫ້ຫົວໜ້າຫ້ອງການ ອັຍການຄົນດັ່ງກ່າວ 1 ລ້ານປາຍກີບ. ເວລາ ຜ່ານໄປ 3 ເດືອນ ຄືມາເຖິງຕົ້ນເດືອນມິຖຸນາ ຜ່ານມານີ້ ແຕ່ຄະດີ ບໍ່ມີຄວາມຄືບໜ້າ ພວກຊາວບ້ານຈຶ່ງ ເຂົ້າໄປຫາ ຫົວໜ້າຫ້ອງການ ອັຍການ ຕື່ມອີກ ແຕ່ເຂົາຜູ້ນັ້ນຖືກຍ້າຍໄປຢູ່ ຂແນງການອື່ນແລ້ວ.

ເມື່ອຊາວບ້ານຖາມຫາເງິນ ທີ່ໄດ້ເສັຽໄປກ່ອນນັ້ນ ເຈົ້າໜ້າທີ່ຫ້ອງການ ເວົ້າວ່າ ເງິນຈຳນວນນັ້ນບໍ່ໄດ້ເຂົ້າຫ້ອງການ. ເຈົ້າໜ້າທີ່ຫ້ອງການ ອັຍການເວົ້າວ່າ ເພິ່ນໄດ້ຖືກຍ້າຍແທ້ ເມື່ອທ້າຍເດືອນພຶສພາ ຜ່ານມາ ແຕ່ບໍ່ຮູ້ວ່າຖືກຍ້າຍ ຍ້ອນຫຍັງ:

"ເຮົາກໍບໍ່ຮູ້ວ່າ ເພິ່ນຖືກຍ້າຍດ້ວຍກໍຣະນີໃດ ທາງຫ້ອງການເຮົາກໍບໍ່ຮູ້ ມີແຕ່ວ່າເຫັນໝູ່ນໍາກັນວ່າ ແມ່ນຫົວໜ້າ ອຸ່ນເຮືອນ ເພິ່ນຖືກຍ້າຍ ແລ້ວເດີ ເຫັນໝູ່ເວົ້າຫັ້ນນະ ຍ້າຍເດືອນແລ້ວ ປະມານເດືອນ 5 ປາຍໆ ເດືອນ 5 ນີ້ກໍບໍ່ໄດ້ຮູ້ວ່າ ຂະເຈົ້າຍ້າຍກັນໄປ ຍ້າຍແບບໃດຍ້າຍ ອິຫຍັງກັນ."

ເຖິງຢ່າງໃດກໍຕາມ ໃນກອງປະຊຸມສະພາແຫ່ງຊາດ ທີ່ໄດ້ປິດລົງເມື່ອບໍ່ດົນມານີ້ ທ່ານ ຄຳສານ ສຸວົງ ຫົວໜ້າອົງການອັຍການ ປະຊາຊົນ ສູງສຸດ ກໍໄດ້ກ່າວວ່າ ອົງການອັຍການ ຖືສຳຄັນການນຳໃຊ້ ວິທີການ ສືບສວນສອບສວນ, ເອົາໃຈໃສ່ຕິດຕາມ ກວດກາການປະຕິບັດ ກົດໝາຍ:

"ໃນຣະຍະຜ່ານມາອົງການອັຍການ ປະຊາຊົນໄດ້ຖືສໍາຄັນ ການນໍາໃຊ້ວິທີການສືບສວນສອບສວນ ແລະ ວິທີການສະກັດກັ້ນ ໃນການ ດໍາເນີນຄະດີອາຍາ ຂອງອົງການ ສືບສວນສອບສວນ ຮັບປະກັນບໍ່ໃຫ້ ຜູ້ກະທໍາຜິດຜ່ອນຈາກ ການລົງໂທດ ຕາມກົດໝາຍ ແລະ ເອົາໃຈໃສ່ຕິດຕາມ ກວດກາການປະຕິບັດກົດໝາຍ ຂອງອົງການສືບສວນສອບສວນ ໂດຍຕິດຕາມກວດກາ ທຸກຂັ້ນຕອນ."

ປະຊາຊົນຜູ້ເສັຽເງິນຄ່າຟ້ອງຂຶ້ນສານ ທີ່ວ່ານັ້ນເວົ້າວ່າ ຕາມທີ່ພວກເຂົາເຈົ້າໄດ້ລົມກັບ ຜູ້ທີ່ເຄີຍໄດ້ຈ່າຍເງິນ ໃຫ້ອາດີດຫົວໜ້າຫ້ອງການ ອັຍການຄົນ ດັ່ງກ່າວ ຫຼາຍຄົນເວົ້າແບບດຽວກັນວ່າ ບໍ່ໄດ້ຮັບການຊ່ອຍເຫລືອ ຫຍັງເລີຍ, ເສັຽເງິນໄປລ້າໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.