ເດັກນ້ອຍລາວເກີດຢູ່ໄທບໍ່ມີ ສັນຊາດ

ສິດນີ
2016.05.22
F-refugee ເດັກນ້ອຍລາວ ຢູ່ໄທ ພໍ່ແມ່ເປັນລາວອົພຍົບ ແຕ່ປີ 1979 (ຮູປຖ່າຍຢູ່ສູນ ບ້ານນໍ້າຍາວ ແຂວງ ນານ ປະເທດໄທ)
Courtesy of UNHCR

ທ່ານ ສີລິສັກ ຄົດສວັດ ຜູ້ປະສານງານ ເຄືອຂ່າຍ ຄົນຮັກ ແມ່ນ້ຳຂອງ ກ່າວວ່າ ໃນ ປັດຈຸບັບ ລູກຫຼານ ຊາວລາວ ອົພຍົບ ທີ່ ເກີດຢູ່ໄທ, ທີ່ວ່າ ພໍ່ແມ່ ຂອງ ພວກຂະເຈົ້າ ເປັນອົພຍົບ ໃນໄທ ມາເກືອບ 40 ປີ ຍັງບໍ່ໄດ້ ຮັບສິດ ເປັນສັນຊາດໄທ ເທື່ອ, ຈຶ່ງ ເຮັດໃຫ້ ເດັກນ້ອຍ ເຫຼົ່ານັ້ນ ຂາດສິດທິ ໃນ ການປະກອບ ອາຊີບຕ່າງໆ ໃນ ປະເທດໄທ ເປັນຕົ້ນ, ຂາດສິດ ກູ້ຢືມເງິນ ເພື່ອ ສຶກສາ ຕໍ່ຂັ້ນສູງ, ຂາດສິດ ໃນການ ຮັກສາ ປິ່ນປົວ ພຍາບານ ແລະ ສິດທິອື່ນໆ. ດັ່ງທ່ານ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 20 ພຶສພາ ຜ່ານມາວ່າ:

"ໃຊ້ສີດທິ ສັນຊາດໄທ ບໍ່ໄດ້  ລູກເພິ່ນ ກຳລັງຊິຈົບ ມ 6 ເພິ່ນ ກໍຢາກຮຽນຕໍ່ ແຕ່ວ່າ ເພິ່ນ ບໍ່ມີທຶນ ກໍຕ້ອງ ເຮັດການ ໃຊ້ ແຮງງານ ຕໍ່ໄປ ການສຶກສາ ນີ້ ເປັນການ ປ່ຽນແປງ ສຳຄັນ ເປັນໃບເບີກທາງ ໄປເຮັດວຽກ ທີ່ດີກວ່າ ເພາະສະນັ້ນ ບາງຄົນ ກໍບໍ່ມີ ໂອກາດ ຮຽນຕໍ່".

ທ່ານກ່າວຕື່ມວ່າ ເດັກນ້ອຍ ທີ່ເກີດຈາກ ຄອບຄົວ ອົພຍົບລາວ ທີ່ ແຂວງ ອຸບົນ ຣາຊທານີ ໃນ ປັດຈຸບັນ ຄາດວ່າ ມີຢູ່ປະມານ 378 ຄົນ ມີພຽງແຕ່ 67 ຄົນ ເທົ່ານັ້ນ ທີ່ໄດ້ ສັນຊາດໄທ, ສ່ວນທີ່ເຫລືອ ບໍ່ໄດ້ຮັບ ຍ້ອນວ່າ ເກີດໃນຊ້ວງ ທີ່ເງື່ອນໄຂ ຂອງ ຣັຖບານໄທ ບໍ່ ອະນຸມັດ ໃຫ້. ທ່ານວ່າ ເດັກນ້ອຍ ທີ່ ພໍ່ແມ່ ເປັນຊາວລາວ ອົພຍົບ ຕ້ອງຂາດ ໂອກາດ ແລະ ອະນາຄົດ ໃນ ປະເທດໄທ:

"ມັນເປັນເຣື້ອງ ຂອງໂອກາດ ທີ່ ຄວນຈະໄດ້ຮັບ ໃນຖານະ ເກີດໃນ ປະເທດໄທ ຄື ສັນຊາດໄທ ແລະ ພໍ່ແມ່ ຂອງ ພວກຂະເຈົ້າ ກໍຢູ່ ເມືອງໄທ ດົນນານ ບໍ່ມີແຜ່ນດິນ ຢູ່ ເດັກນ້ອຍ ບໍ່ເຄີຍ ຮູ້ຈັກລາວ ຖ້າເປັນຄົນ ລາວ ຂະເຈົ້າ ບໍ່ເຄີຍໄປ ລາວ ບໍ່ເຄີຍເຫັນ ເລີຍວ່າ ປະເທດລາວ ເປັນຢ່າງໃດ ສ່ວນໃຫຍ່ ກໍເປັນ ແບບນັ້ນ".

ທ່ານວ່າ ເດັກນ້ອຍລາວ ຫຼາຍຄົນ ເປັນຄົນ ຮຽນເກັ່ງ ແຕ່ບໍ່ສາມາດ ຮຽນຕໍ່ ຂັ້ນສູງໄດ້ ຮອດແຕ່ ມ 6 ກໍໄດ້ອອກ ຍ້ອນຂາດ ສິດທິ ການເປັນ ສັນຊາດໄທ ໃນການ ຂໍທຶນຮຽນຕໍ່ ໃນ ມະຫາວິທຍາລັຍ ແລະ ພໍ່ແມ່ ກໍທຸກຍາກ ທີ່ຈະສົ່ງ ໃຫ້ລູກ ຮຽນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.