ເວທີຂົງເຂດ ຣະເບີດ ບໍ່ທັນແຕກ ຢູ່ ລາວ
2018.11.21

ກອງປະຊຸມຂົງເຂດກ່ຽວກັບຣະເບີດຝັງດິນ ແລະຣະເບີດທີ່ບໍ່ທັນແຕກ ຫລື uxo ຣະບຸບັນດາປະເທດອາຊຽນເປັນຕົ້ນ ສປປລາວ ວຽດນາມ ແລະ ກຳພູຊາວ່າ ຍັງມີຣະເບີດຕົກຄ້າງແລະຣະເບີດຝັງດິນ ຫລາຍຢູ່ ໂດຍສະເພາະ ສປປລາວ. ດັ່ງ ເຈົ້າຫນ້າທີ່ລາວ ໃຫ້ສຳພາດຕໍ່ ເອເຊັຽເສຣີ ໃນທີ່ປະຊຸມວ່າ: ຟັງສຽງສຳພາດ...
ທ່ານກ່າວຕື່ມວ່າ ສຳລັບການເກັບກູ້ນັ້ນ ຍັງຈະໃຊ້ເວລາຫລາຍປີ ອາດຈະຮອດ ຮ້ອຍປີ ຍ້ອນວ່າ ເປັົນພື້ນທີ່ກວ້າງໃນບັນດາ 13 ແຂວງ ຂອງລາວ ທີ່ຍັງປົກຫຸ້ມໄປດ້ວຍຣະເບີດ ທີ່ບໍ່ທັນແຕກຫລື uxo ຕົກຄ້່າງຢູ່ ແຂວງທີ່ມີຣະເບີດຕົກຄ້າງຫລາຍກວ່າຫມູ່ ແມ່ນແຂວງຊຽງຂວາງ ແລະສວັນນະເຂດ.
ກ່ຽວກັບການບຳບັດຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກລູກຣະເບີດດັ່ງກ່າວແຕກໃສ່ ນັ້ນ ທ່ານເວົ້າວ່າ ເອົາຕາມມີຕາມເປັນ ຍ້ອນວ່າ ຣັຖບານຂາດ ງົບປະມານ ແລະບຸກຄຣາກອນ ໃນການເກັບກູ້ແລະຫລາຍພື້ນທີ່ ທີ່ຣະເບີດຕົກຄ້າງຢູ່ ກໍໃນເຂດຫ່າງໄກສອກຫລີ.
ກອງປະຊຸມດັ່ງກ່າວມີຕົວແທນຈາກ ສປປລາວ ວຽດນາມ ກຳພູຊາ ຟີລີປີນແລະເຈົ້າຫນ້າທີ່ເກັບກູ້ຣະເບີດ ປະຈຳຂົງເຂດເຂົ້າຮ່ວມ ເພື່ອ ທົບທວນແຜນການທີ່ຜ່ານມາແລະວາງແຜນໃນອະນາຄົດ.