ສາກົນທວງທາງການລາວ ບັນຫາ ສິທທິມະນຸດ
2020.01.21
ຫຼາຍປະເທດ ທີ່ເປັນສະມາຊິກ ອົງການສະຫະປະຊາຊາຕ ທວງຖາມທາງການລາວ ໃນຣະຫວ່າງກອງປະຊຸມ ທົບທວນຄືນ ການປະຕິບັດ ສິທທິມະນຸດ ຂອງລາວ ທີ່ຈັດຂຶ້ນ ຢູ່ນະຄອນເຈນິວາ, ປະເທດສະວິດເຊີແລນດ໌.
ໂຕຢ່າງ ສະຫະຣັຖອາເມຣິກາ ຍັງເປັນຫ່ວງ ຕໍ່ກໍຣະນີການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສ ຜູ້ດີເດັ່ນ ຂອງລາວ ທີ່ຖືກກຸ່ມຄົນບໍ່ດີລັກພາໂຕໄປ ເປັນເວລາ 7 ປີປາຍແລ້ວ, ເຊິ່ງທາງການສະຫະຣັຖ ໄດ້ຖາມທາງການລາວວ່າ ທາງການລາວ ໄດ້ປະຕິບັດໃນຂັ້ນຕອນໃດແດ່ແລ້ວ ຕໍ່ກໍຣະນີການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ? ອີງຕາມເອກະສານ ທີ່ເຜີຍແຜ່ທາງເວັບໄຊ້ ຂອງຄນະມົນຕຣີ ດ້ານສິທທິມະນຸດ ແຫ່ງອົງການສະຫະປະຊາຊາຕ ຫຼື UNHRC.
ນອກຈາກນີ້, ສະຫະຣັຖອາເມຣິກາ ຍັງໄດ້ຖາມວ່າ ທາງການລາວ ຈະປັບປຸງດຳຣັຖວ່າດ້ວຍການຄຸ້ມຄອງ ແລະ ການເຄື່ອນໄຫວ ທາງ ສາສນາ ຫຼື ດຳຣັຖເລຂທີ 315/ລບ ເພື່ອໃຫ້ສອດຄ່ອງກັບກົດໝາຍສາກົລແນວໃດ?
ເຊັ່ນດຽວກັນກັບສະຫະຣາຊອານາຈັກອັງກິດ ກໍໄດ້ຖາມວ່າ ທາງການລາວວ່າ ຈະເຮັດແນວໃດແດ່ ເພື່ອທຳການສືບສວນສອບສວນ ກໍຣະນີການບັງຄັບຄົນລາວໃຫ້ຫາຍສາບສູນ ໃຫ້ຮັບປະກັນວ່າ ຈະມີຄວາມໂປ່ງໃສ ແລະ ທ່ຽງທັມ?
ໃນຂນະທີ່ ປະເທດເບລຢ່ຽມ ກໍໄດ້ຖາມວ່າ ທາງການລາວ ຈະຮ່ວມໃຫ້ສັຕຍາບັນ ແກ່ສົນທິສັນຍາວ່າດ້ວຍ ການປົກປ້ອງບຸກຄົນ ຈາກ ການບັງຄັບໃຫ້ຫາຍສາບສູນ ຫຼືບໍ່? ເພາະທີ່ຜ່ານມາ ທາງການລາວຍັງບໍ່ໄດ້ໃຫ້ສັຕຍາບັນຕໍ່ສົນທິສັນຍາ ນີ້ເທື່ອ.
ສ່ວນ ເຢັຽຣະມັນ ກໍໄດ້ທວງຖາມທາງການລາວ ໃນທຳນອງດຽວກັນວ່າ ຜ່ານໄປ 7 ປີແລ້ວ,ຍັງມີຫຍັງອີກແດ່ ທີ່ທາງການລາວຕ້ອງການ ເພື່ອທຳການສືບສວນສອບສວນ ການລັກພາໂຕທ່ານ ສົມບັດ ສົມພອນ?
ນອກຈາກນີ້, ທາງການເຢັຽຣະມັນ ຍັງຖາມ ກ່ຽວກັບ ການສູນເສັຽທີ່ດິນຂອງຊາວບ້ານ ໃຫ້ກັບໂຄງການຕ່າງໆ, ທາງການລາວ ໄດ້ເຮັດ ຫຍັງແດ່ແລ້ວ ເພື່ອຊົດເຊີຍຜົລເສັຽຫາຍ.
ນອກຈາກບັນຫາ ການບັງຄັບໃຫ້ຫາຍສາບສູນແລ້ວ, ຫຼາຍປະເທດ ຍັງມີຄຳຖາມຮ່ວມກັນ ໃນລັກສະນະດຽວກັນວ່າ ໃນມໍ່ໆນີ້ ທາງການລາວ ຈະແກ້ໄຂດຳຣັຖວ່າດ້ວຍ ສມາຄົມ ເລຂທີ 238/ລບ ຫຼືບໍ່? ເພາະໃນໄລຍະຜ່ານມາ ດຳຣັຖສບັບດັ່ງກ່າວ ໄດ້ເປັນອຸປສັກ ໃຫ້ແກ່ພາກ ປະຊາສັງຄົມ ໃນການເຄື່ອນໄຫວ ແລະ ປະກອບສ່ວນ ເຂົ້າໃນວຽກງານ ການພັທນາທີ່ຍືນຍົງ ທີ່ທາງການລາວ ຍາມໃດກໍມັກຈະເວົ້າ ສເມີວ່າ ພາກປະຊາສັງຄົມ ເປັນພາກສ່ວນທີ່ສຳຄັນ ແລະ ມີບົດບາດສູງ ຕໍ່ການພັທນາປະເທດຊາຕ, ແຕ່ໃນໂຕຈິງ ອົງການຈັດຕັ້ງພາກ ປະຊາສັງຄົມ ແລະ ສມາຄົມຕ່າງໆ ພັດຖືກຈຳກັດຮັດແຄບໃນຫຼາຍດ້ານ ຈົນບໍ່ສາມາດເຄື່ອນໄຫວໄດ້ຢ່າງຄ່ອງແຄ້ວ ເນື່ອງຈາກການບັງຄັບ ໃຊ້ດຳຣັຖເລຂທີ 238/ລບ ນີ້.