ກອງປະຊຸມການພັທນາ ແບບ ຍືນຍົງ ຄັ້ງທີ 5

ມະນີຈັນ
2018.04.03
F-UN ໃນກອງປະຊຸມ ເອເຊັຽ-ປາຊີຟິກ ຄັ້ງທີ 5 ກ່ຽວກັບ ການພັທນາແບບຍືນຍົງ ທີ່ສໍານັກງານສະຫະປະຊາຊາດ ບາງກອກ ປະເທດໄທ ເມື່ອວັນທີ 28 ຫາ 30 ມິນາ 2018
ADL

ກອງປະຊຸມເອເຊັຽ-ປາຊີຟິກ ຄັ້ງທີ 5 ກ່ຽວກັບການພັທນາແບບຍືນຍົງ ຖືກຈັດຂຶ້ນທີ່ສໍານັກງານ ສະຫະປະຊາຊາດ ຢູ່ບາງກອກປະເທດໄທ ແຕ່ວັນທີ 28 ຫາ 30 ມິນາ 2018 ເປັນກອງປະຊຸມ ຣະດັບພາກພື້ນ ສໍາລັບເວທີການເມືອງ ແລະມີຄວາມສໍາຄັນ ຍ້ອນເປັນເວທີກະຕຽມ ສໍາລັບກອງປະຊຸມສະຫະປະຊາຊາດ ຢູ່ນະຄອນນິວຢັອກ ສະຫະຣັຖອາເມຣິກາ ໃນເດືອນກໍຣະກະດາ ປີນີ້. ດຣ. ບຸນທອນ ຈັນທະລາວົງ -ວີເຊີ ປະທານ ພັລທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຊຶ່ງເປັນນຶ່ງໃນບັນດາອົງການຈັດຕັ້ງ ທາງສັງຄົມ ຫລື ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ຣັ​ຖ​ບານ ທີ່ໄດ້ເຂົ້າຮ່ວມ ໃຫ້ສັມພາດ RFA ຈາກປະເທດເຢັຽຣະມັນ ໃນ​ມື້​ວັນ​ທີ 2 ເມ​ສາ ​ນີ້ວ່າ: ຟັງສຽງສໍາພາດ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.