ຜູ້ນໍາລາວຢ້ຽມຢາມສປຈີນ


2013.09.20
F-Choummaly ປະທານ ປະເທດ ສປປລາວ ທ່ານ ຈູມມາລີ ໄຊຍະສອນ
hu.wikipedia.org

 

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ຈະໄປຢ້ຽມຢາມ ຈີນ ຢ່າງເປັນທາງການ ນັບແຕ່ວັນທີ່ 26 ຈົນເຖິງວັນທີ່ 30 ເດືອນ ກັນຍານີ້, ອີງຕາມ ຂ່າວໜັງສືພິມຊິນຫົວ ຂອງຈີນ. ແຕ່ໜັງສືພິມ ທາງການຂອງຈີນ ບໍ່ໄດ້ຈ້າງຣາຍລະອຽດ ວ່າປະທານ ປະເທດລາວ ຈະຫາລືກັບຜູ້ນຳຈີນ ກ່ຽວກັບເຣື່ອງໃດແດ່; ແຕ່ຫລາຍຄົນ ກໍພໍຮູ້ວ່າ ໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຖືວ່າເປັນບັນຫາ ທີ່ສຳຄັນທີ່ສຸດ ທີ່ທາງຝ່າຍລາວ ຢາກປຶກສາຫາລື ກັບຈີນ.

ເມື່ອອາທິດທີ່ແລ້ວ ທ່ານ ກວນຮົ່ວບິ່ງ ເອກອັຄຣາຊທູດຈີນ ປະຈຳ ລາວກ່າວວ່າ ຣັຖບານຈີນໃຫ້ຄວາມສຳຄັນ ເປັນພິເສດແກ່ໂຄງການ ສ້າງທາງຣົດໄຟ ຄວາມໄວສູງ ຈາກເຂດຊາຍແດນຈີນ ລົງມາເຖິງ ນະຄອນຫລວງ ວຽງຈັນ ຊຶ່ງມີມູນຄ່າ ໃນການກໍ່ສ້າງ ເຖິງ 7 ຕື້ ດອນລ່າສະຫະຣັຖ ແລະວ່າຣັຖບານ ທັງສອງປະເທດ ຈະປຶກສາ ຫາລືກັນຕື່ມໃນອະນາຄົດອັນໃກ້ນີ້ ກ່ຽວກັບບັນຫາ ເງິນທຶນຕ່າງໆ. ກ່ອນນີ້ ລາວຢາກຢຶມເງິນລົງທຶນ ຈາກຈີນ ດ້ວຍດອກຕ່ຳ ແຕ່ຈີນ ຢາກໄດ້ ເກີນກວ່ານັ້ນ ຊຶ່ງຖືວ່າ ສູງສົມຄວນ. ເມື່ອ ເດືອນທີ່ແລ້ວ ນາຍົກຣັຖມົນຕຣີຈີນ ກໍຕົກລົງໃຫ້ ການຊ່ວຍເຫລືອແກ່ລາວ ເປັນ ເງິນຈຳນວນ 81 ດອນລ່າສະຫະຣັຖ ແຕ່ຂ່າວຊິນຫົວບໍ່ໄດ້ແຈ້ງຣະ ອຽດວ່າ ເພື່ອຫຍັງ ແຈ້ງພຽງ ແຕ່ວ່າ ສອງປະເທດລາວ ແລະຈີນ ຈະເຊັນຂໍ້ຕົກລົງ ກ່ຽວກັບການສ້າງ ທາງຣົດໄຟ ຄວາມໄວສູງໃນໄວໆນີ້.

ນອກຈາກນັ້ນແນ່ນອນທີ່ສຸດ ຜູ້ນຳລາວແລະຈີນ ຍັງຈະຕ້ອງຫາລືກັນກ່ຽວກັບການຮ່ວມມືຣະຫວ່າງສອງປະເທດ ໃນດ້ານອື່ນໆນຳ. ໃນຣະຍະ ສີ່ຫ້າປີຜ່ານມາ ຄນະຜູ້ນຳລາວແລະຈີນ ໄດ້ປະກາດວ່າ ສອງປະເທດຈະຂຍາຍ ການຮ່ວມມືກັນ ໃນຮອບດ້ານ ໂດຍສະເພາະ ດ້ານເສຖກິດ ການຄ້າ ການຄົມມະນາຄົມ ຂົນສົ່ງ ຕລອດເຖິງດ້ານ ການທະຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.