ຈີນ ແຜ່ຂຍາຍການຮັບຮູ້ ຂ່າວສານ ໃນລາວ

ພູວົງສ໌
2020.12.22
ຈີນ ແຜ່ຂຍາຍການຮັບຮູ້ ຂ່າວສານ ໃນລາວ ການວາງສະແດງຜົລງານ ຂອງສຳນັກຂ່າວ ວິທຍຸສາກົລແຫ່ງປະເທດຈີນ ປະຈຳປະເທດລາວ ໃນວັນຄົບຮອບ 65 ປີ ວັນສື່ມວນຊົນ ແຫ່ງຊາຕລາວ ທີ່ນະຄອນຫຼວງວຽງຈັນ. ຖ່າຍໂດຍ: PV ເດືອນສິງຫາ 2015
RFA

ເມື່ອເດືອນກັນຍາ ທີ່ຜ່ານມານີ້, ອົງການ CNA ຂອງສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານວ່າ ຫວ່າງບໍ່ເທົ່າໃດປີມານີ້ ຣັຖບານ ຈີນ ມີຄວາມພະຍາຍາມ ໃນການກຳນົດ ການຮັບຮູ້ຂໍ້ມູນຂ່າວສານໃນລາວຫຼາຍຂຶ້ນ ຜ່ານກົລໄກການຮ່ວມມື ແລະ ເຄື່ອງມືດ້ານ ສື່ມວນຊົນຕ່າງໆ.

ຍານາງ ໄຮດີ້ ໂຮຊ, ນັກວິຈັຍ ທີ່ໄດ້ຈັດພິມບົດຣາຍງານນີ້ ໄດ້ກ່າວໃນຣະຫວ່າງກອງປະຊຸມ ຜ່ານຣະບົບວີດິໂອ ວ່າໃນໄລຍະຫຼາຍປີ ມານີ້, ຣັຖບານຈີນ ໄດ້ມີຄວາມພະຍາຍາມ ຢ່າງຕັ້ງໜ້າ ແລະ ສເມີຕົ້ນສເມີປາຍ ໃນການກຳນົດສະພາບແວດລ້ອມ ດ້ານການຮັບຮູ້ ຂໍ້ມູນຂ່າວສານ ໃນຂົງເຂດພາກພື້ນແມ່ນ້ຳຂອງ, ໂດຍສະເພາະແມ່ນປະເທດລາວ.

ຍານາງວ່າ: “ໃນຄວາມເປັນຈິງແລ້ວ, ຣັຖບານຈີນພະຍາຍາມມາຕລອດເວລາ ທີ່ຈະກຳນົດສະພາບແວດລ້ອມ ດ້ານການຮັບຮູ້ຂໍ້ມູນ ຂ່າວສານ ທົ່ວພາກພື້ນແມ່ນ້ຳຂອງ. ພວກເຮົາພົບຫຼັກຖານວ່າ ຣັຖບານຈີນ ໄດ້ໃຊ້ຫຼາກຫຼາຍວິທີການ, ເຄື່ອງມື ແລະ ເຕັກນິກ ເພື່ອກຳນົດທັສນະຄຕິ ຂອງຜູ້ຮັບຂໍ້ມູນຂ່າວສານ ໃນປະເທດກຳພູຊາ, ລາວ, ພະມ້າ, ໄທຍ ແລະ ຫວຽດນາມ.”

ບົດຣາຍງານ ຍັງໄດ້ຍົກໃຫ້ເຫັນເຖິງເຕັກນິກບາງຢ່າງ ທີ່ຣັຖບານຈີນພະຍາຍາມສ້າງ ແລະ ກຳນົດຄວາມເຂົ້າໃຈ ຂອງຜູ້ຮັບຮູ້ຂໍ້ມູນ ຂ່າວສານ ໃນພາກພື້ນແມ່ນ້ຳຂອງ ໃຫ້ໄປໃນທາງ ທີ່ຣັຖບານຈີນປະສົງ. ຫຼັກໆແລ້ວ ກໍແມ່ນການສ້າງໃຫ້ເຫັນເຖິງ ການສົ່ງເສີມດ້ານ ການພົວພັນ ແລະ ຮ່ວມມືທາງເສຖກິຈ, ເນັ້ນໃຫ້ເຫັນເຖິງຄວາມສຳພັນດ້ານວັທນະທັມ, ສັງຄົມ, ການເມືອງ ແລະ ປວັດສາດ. ທີ່ສຳຄັນ, ໃນໄລຍະການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ນີ້, ສື່ມວນຊົນຈີນ ຍິ່ງພະຍາຍາມສະແດງໃຫ້ເຫັນວ່າ ຣັຖບານຈີນ ຄືຜູ້ທີ່ຊ່ອຍເຫຼືອຫຼັກ ດ້ານມະນຸສທັມ ໃນການຕໍ່ສູ້ກັບເຊື້ອໄວຣັສໂຄວິດ-19 ທີ່ມີຕໍ່ບັນດາປະເທດພາກພື້ນແມ່ນ້ຳຂອງ.

ນອກຈາກນີ້, ຣັຖບານປັກກິ່ງ ຍັງໄດ້ໃຊ້ສື່ມວນຊົນຈີນ ໃນການກຳນົດການຮັບຮູ້ຂໍ້ມູນຂ່າວສານ ແລະ ທັສນະຄຕິກ່ຽວກັບຈີນ ຜ່ານ 4 ຊ່ອງທາງຫຼັກ ອັນປະກອບດ້ວຍ ການເຜີຍແຜ່ບົດຄວາມ ຈາກສື່ມວນຊົນ ອັນເປັນກະບອກສຽງຂອງຣັຖບານຈີນ, ການເພີ່ມຊ່ອງທາງ ໃນການກະຈາຍຂໍ້ມູນຂ່າວສານ ຈາກສື່ມວນຊົນ ອັນເປັນກະບອກສຽງ ຂອງຣັຖບານຈີນ, ພະຍາຍາມທີ່ຈະສ້າງການຮ່ວມມື ກັບ ສື່ມວນຊົນທ້ອງຖິ່ນ ແລະ ນັກຂ່າວທ້ອງຖິ່ນ ເພື່ອນຳສເນີຂ່າວ ທີ່ເປັນມິຕຕໍ່ຣັຖບານຈີນ ແລະ ການໃຊ້ເນື້ອໃນ ດ້ານຄວາມບັນເທີງ ຕ່າງໆ ເພື່ອເປັນໂຕກາງ ໃນການສົ່ງເສີມການຮັບຮູ້ ແລະ ທັສນະຄຕິທີ່ດີ ກ່ຽວກັບຈີນ.

ອັນສຳຄັນທີ່ສຸດ, ຣັຖບານປັກກິ່ງໄດ້ໃຊ້ເຕັກໂນ່ໂລ່ຢີ້ ແລະ ເຄື່ອງມືດ້ານການກະຈາຍ ຂໍ້ມູນຂ່າວສານສມັຍໃໝ່ ໃນການເຜີຍແຜ່ຂໍ້ມູນ ຂ່າວສານ ເພື່ອສ້າງຄວາມຮັບຮູ້ທີ່ດີ ຕໍ່ຣັຖບານຈີນ ແລະ ກຳນົດສະພາບແວດລ້ອມ ໃນການຮັບຮູ້ຂໍ້ມູນຂ່າວສານກ່ຽວກັບຈີນ ບໍ່ວ່າຈະ ເປັນເວັບໄຊ້ ຫຼືເຟສບຸກຄ໌ ທັງທີ່ໃນປະເທດຈີນ ບໍ່ອະນຸຍາດໃຫ້ພົລເມືອງໂຕເອງ ໃຊ້ເຟສບຸກຄ໌ ໃນປະເທດ.

ທ່ານ ໄຣອັ້ນ ລູມມິສ, ນັກວິຈັຍຮ່ວມ ອີກທ່ານນຶ່ງກໍໄດ້ຍົກໃຫ້ເຫັນວ່າ ຣັຖບານຈີນນຳໃຊ້ສື່ມວນຊົນຈີນຫຼາຍສຳນັກ ໃນການເຜີຍແຜ່ ແລະ ກຳນົດການຮັບຮູ້ຂໍ້ມູນຂ່າວສານໃນລາວ ດ້ວຍເຄື່ອງມືຫຼາຍຮູບແບບ.

ເປັນຕົ້ນວ່າ ການແປເນື້ອໃນຂ່າວຈີນ ເປັນພາສາທ້ອງຖິ່ນ ທີ່ເຂົ້າໃຈງ່າຍ, ການຣາຍງານເຫດການ ທີ່ເກີດຂຶ້ນໃນທ້ອງຖິ່ນຕ່າງໆ ໃນລາວ ແລະ ການຈ້າງນັກຂ່າວ ແລະ ບັນນາທິການທ້ອງຖິ່ນ ໃນການນຳສເນີຂ່າວສານ.

ທ່ານວ່າ: “ຂັ້ນຕອນທຳອິດ ທີ່ຈະເຮັດໃຫ້ເນື້ອໃນຂອງສື່ມວນຊົນຈີນ ເຂົ້າເຖິງກຸ່ມຄົນລາວໄດ້ ແມ່ນຕ້ອງອາສັຍພາສາທ້ອງຖິ່ນ ທີ່ເຂົ້າໃຈງ່າຍ. ເຄື່ອງມືອັນທີສອງ, ທີ່ສື່ມວນຊົນຈີນໃຊ້ໃນລາວ ກໍແມ່ນການຣາຍງານເຫດການທີ່ເກີດຂຶ້ນໃນທ້ອງຖິ່ນນັ້ນ. ອັນທີສາມ, ສື່ມວນຊົນຈີນ ມັກຈະໃຊ້ສຽງຂອງຄົນທ້ອງຖິ່ນ, ເປັນຕົ້ນວ່າ ອ້າງແຫຼ່ງຂ່າວຈາກເຈົ້າໜ້າທີ່ທ້ອງຖິ່ນ, ນັກວິຊາການທ້ອງຖິ່ນ ແລະ ປະຊາຊົນໃນທ້ອງຖິ່ນນັ້ນໆ. ອີກຊ່ອງທາງນຶ່ງໃນການສ້າງຄວາມເຂົ້າໃຈເນື້ອໃນກ່ຽວກັບຈີນ ກໍແມ່ນວ່າ ສື່ມວນຊົນຈີນ ມັກຈະຈ້າງຄົນ ທ້ອງຖິ່ນໂດຍຕຣົງເລີຍ ເປັນຕົ້ນວ່າ ຈ້າງນັກຂ່າວທ້ອງຖິ່ນ ແລະ ບັນນາທິການທ້ອງຖິ່ນ.”

ທ່ານ ໄຣອັ້ນ ກ່າວຕື່ມວ່າ ຣັຖບານຈີນ ຍັງໄດ້ສ້າງກົລໄກການຮ່ວມມື ດ້ານສື່ມວນຊົນໃນພາກພື້ນແມ່ນ້ຳຂອງນຳດ້ວຍ ດັ່ງຈະເຫັນ ໄດ້ວ່າ ເມື່ອປີ 2018, ໄດ້ມີການຈັດກອງປະຊຸມ ສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ນະຄອນ ຫຼວງວຽງຈັນ, ເຊິ່ງຈຸດປະສົງຫຼັກ ກໍແມ່ນເພື່ອໃຫ້ສື່ມວນຊົນ ໃນເຂດພາກພື້ນແມ່ນ້ຳຂອງ ຣາຍງານຂ່າວທີ່ເປັນໄປໃນທິດທາງ ທີ່ສ້າງສັນ ກ່ຽວກັບການຮ່ວມມືດ້ານເສຖກິຈ ແລະ ໂຄງການລົງທຶນຕ່າງໆ ຂອງຈີນໃນປະເທດລາວ.

ຂະນະດຽວກັນ, ອົງການ CNA ຍັງໄດ້ພົບຂໍ້ມູນວ່າ ສະຖານເອກອັຄຣັຖທູຕຈີນ ໃນປະເທດພາກພື້ນແມ່ນ້ຳຂອງ ຍັງໄດ້ໃຫ້ການ ສນັບສນູນສະມາຄົມນັກຂ່າວ ຂອງແຕ່ລະປະເທດ ໃນຂົງເຂດນີ້, ໂດຍສະເພາະແມ່ນປະເທດລາວ ດ້ວຍການໃຫ້ທຶນ ເພື່ອການ ຈັດຝຶກອົບຮົບ, ສ້າງຄວາມເຂົ້າໃຈທີ່ດີຕໍ່ຈີນ ແລະ ກອງປະຊຸມສາກົລ ດ້ານສື່ມວນຊົນຕ່າງໆນຳດ້ວຍ.

ຄຽງຄູ່ກັນນີ້, ສຳນັກຂ່າວຂອງຈີນ ຈຳນວນນຶ່ງ ກໍເຣີ່ມມາຕັ້ງສຳນັກງານຢູ່ໃນລາວ ໄດ້ຫຼາຍປີແລ້ວ ເພື່ອສົ່ງເສີມ ແລະ ກຳນົດທັສນະຄຕິກ່ຽວກັບຈີນ ໃຫ້ແກ່ຜູ້ຮັບຂໍ້ມູນຂ່າວສານ. ດັ່ງຈະເຫັນໄດ້ຢ່າງຈະແຈ້ງ ກໍແມ່ນການເຂົ້າມາຂອງສຳນັກຂ່າວ ວິທຍຸສາກົລແຫ່ງປະເທດຈີນ ຫຼື CRI ແລະ ສຳນັກຂ່າວ ຊິນຮວາ ທີ່ມີສຳນັກງານຜູ້ຕາງໜ້າ ໃນນະຄອນຫຼວງ ວຽງຈັນ.

ອົງການ CNA ແມ່ນອົງການທີ່ເຮັດບົດວິຈັຍ ໃນບາງບັນຫາ ທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ຂອງປະເທດສະຫະຣັຖອາເມຣິກາ ທີ່ໄດ້ຮັບທຶນສນັບສູນຈາກ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ. ບົດຄວາມດັ່ງກ່າວ ບໍ່ໄດ້ກ່ຽວຂ້ອງ ກັບສຳນັກຂ່າວ ວິທຍຸເອເຊັຽເສຣີ ແຕ່ຢ່າງໃດ, ພຽງແຕ່ວິທຍຸເອເຊັຽເສຣີ ໄດ້ນຳເອົາມານຳສເນີ ຕໍ່ສາທາຣະນະ ໃຫ້ຮັບຮູ້ ນຳກັນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.