ທາງການຈະກວດສອບພຶດຕິກັມ ຂອງ ພະນັກງານ
2014.10.21
ເຈົ້າໜ້າທີ່ ໃນ ສຳນັກງານ ນາຍົກ ຣັຖມົນຕຣີ ເປີດເຜີຍ ເມື່ອມໍ່ໆ ມານີ້ ວ່າ ນັບແຕ່ ທ່ານ ສອນໄຊ ສີພັນດອນ ໄດ້ເຂົ້າມາ ຮັບຕຳແໜ່ງ ຣັຖຸມົນຕຣີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຣີ ແລະ ຫົວໜ້າ ຫ້ອງ ວ່າການ ຣັຖບານ ນັ້ນແລ້ວ ກໍເລີ່ມ ມີການ ຈັດທຳ ບັນຊີ ຣາຍຊື່ ແລະ ປວັດ ຂອງ ພະນັກງານ ທຸກຄົນ ຂອງ ພັກແລະຣັຖ ຢ່າງ ຣະອຽດ ໂດຍ ມີເປົ້າໝາຍ ທີ່ຈະເຮັດ ໃຫ້ ມີຣະບົບ ບັນຊີ ທີ່ ທັນສມັຍ ແລະ ສາມາດ ກວດສອບ ໄດ້ ຕລອດ ເວລາ.
ນອກເໜືອໄປ ກວ່ານັ້ນ ການຈັດທຳ ຣະບົບ ບັນຊີ ໃນຄັ້ງນີ້ ກໍຍັງມີ ເປົ້າໝາຍ ທີ່ ຈະກວດສອບ ແລະ ຄົ້ນຄືນ ຍ້ອນຫລັງ ໄປ ຈົນເຖິງ ປີ 1975 ຍ້ອນ ສົງສັຍ ວ່າມີ ພະນັກງານ ຂອງ ພັກແລະຣັຖ ຈຳນວນ ຫລາຍ ທັງ ທີ່ຍັງ ປະຕິບັດ ໜ້າທີ່ ແລະ ໄດ້ ອອກກະສຽນ ໄປ ແລ້ວ ນັ້ນ ໄດ້ປອມແປງ ຫລັກຖານ ເພື່ອເຂົ້າ ຮັບຕໍາແໜ່ງ ແລະ ຂໍ ຜົລປໂຍດ ຈາກ ຣັຖບານ. ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ:
"ຮວມ ທັງໝົດ ໃນທົ່ວ ປະເທດ ປັຈຈຸບັນ ນີ້ ຂໍ້ມູລ ລ່າສຸດນີ້ ກະມີ 51 ພັນ ກວ່າຄົນ ທີ່ ບໍ່ມີຄວາມ ຊັດເຈນ ຂອງ ການສ້າງ ເອກສານ ເປັນຕົ້ນ ປວັດຕ່າງໆ ໃນຜ່ານມາ ນີ້ ກະມີ ກໍຣະນີ ປອມແປງ ເອກສານ ຈົນກ້າວ ໄປສູ່ ການໄດ້ ຮັບ ນະໂຍບາຍ ຕ່າງໆ ນີ້ແຫລະ".
ນອກຈາກນີ້ ການກວດສອບ ໃນ ທາງລັບ ໃນຣະຍະ ທີ່ ຜ່ານມາ ຍັງພົບວ່າ ໄດ້ມີ ການປອມແປງ ປວັດ ກ່ຽວກັບ ວັນ-ເດືອນ-ປີ ເກີດ ແລະ ການເຂົ້າຮ່ວມ ການ ປະຕິວັດ ຂອງ ພັກ ນຳດ້ວຍ ດັ່ງນັ້ນ ຈຶ່ງເຮັດໃຫ້ ຕ້ອງໄດ້ ຕັ້ງໜ່ວຍ ສະເພາະກິຈ ຂຶ້ນມາ ຮັບຜິດຊອບ ການ ກວດສອບ ຢ່າງ ຮອບດ້ານ.