ອັຍການວ່າລາວຄຣິສຈຽນ 5 ຄົນ ມີຄວາມຜິດ
2014.09.18
ເຈົ້າຫນ້າທີ່ ອັຍການ ທີ່ ແຂວງ ສວັນນະເຂດ ເວົ້າວ່າ ຈາກ ການ ກວດສອບ ຂໍ້ມູນ ຫລັກຖານ ແລະ ສອບສວນ ພິຍານ ພົບວ່າ ຊາວ ລາວຄຣິສຈຽນ 5 ຄົນ ທີ່ ຖືກຈັບ ໃນ ເດືອນ ມິຖຸນາ ປີ 2014 ຫລັງຈາກ ໄດ້ ພຍາຍາມ ປິ່ນປົວ ແມ່ຍິງ ຄົນໄຂ້ ຜູ່ນຶ່ງ ດ້ວຍວິທີ ທາງ ສາສນາ ແຕ່ບໍ່ຫາຍ ແລະ ເສັຽຊິວິດ ພາຍຫລັງ ຕໍ່ມານັ້ນ ມີ ຄວາມຜິດຈິງ ແຕ່ ບໍ່ແມ່ນ ຂໍ້ຫາ ເຮັດໃຫ້ ຄົນຕາຍ ເປັນຂໍ້ຫາ ບັງຄັບ ໃຫ້ຄົນ ປ່ຽນ ສາສນາ. ດັ່ງທ່ານ ກ່າວວ່າ:
"ອິງໃສ່ ໃນການ ສລຸບ ຂອງ ເຈົ້າຫນ້າທີ່ ພວກເຮົານີ້ ກໍຖືກວ່າ ກໍ ມີຄວາມຜິດ ຫັ້ນແຫລະ ໝາຍຄວາມວ່າ ຜິດແນ່ ຕໍ່ກັບ ເຫດການ ທີ່ ມັນພົວພັນ ກັນເຖິງການ ຮັບເອົາຄົນ ເຂົ້າໄປ ປິ່ນປົວ ຫັ້ນແຫລະ ຮັບເອົາໄປ ປີ່ນປົວ ແລ້ວ ກໍເປັນ ການ ເຂົາເອີ້ນວ່າ ໃຫ້ ລາອອກ ຈາກ ສາສນາ ພຸດ ແມ່ນຫຍັງ ຫັ້ນແຫລະ ຈຶ່ງ ສາມາດ ຊ່ອຍເຫລືອ ຫລື ປີ່ນປົວໄດ້ ຈັງຊັ້ນ ອັນນີ້ ກໍຊີ່ເວົ້າໄດ້ ຊ່ຳນີ້".
ທ່ານ ກ່າວຕື່ມວ່າ ການ ພິຈາຣະນາ ຍັງບໍ່ ສົມບູນ ເທື່ອ ຍ້ອນ ຍັງຕ້ອງໄດ້ ຜ່ານທາງ ຂັ້ນແຂວງ ແຕ່ ສຳລັບ ການ ລົງໂທດ ຜູ້ຕ້ອງຫາ 5 ຄົນນັ້ນ ຕ້ອງປຶກສາ ກັບ ເຈົ້າຫນ້າທີ່ ຫ້ອງການ ແຂວງ ກ່ອນຈຶ່ງຈະ ສາມາດ ສລຸບໄດ້ ວ່າ ຈະດຳເນີນ ການ ຕໍ່ໄປ ຢ່າງໃດ. ສຳລັບ ຍາດພີ່ນ້ອງ ຂອງ ຜູ້ຕ້ອງຫາ 5 ຄົນ ນັ້ນ ຖ້າມີ ຫລັກຖານ ຫລື ຢາກໃຫ້ ມີການ ພິຈາຣະນາ ຕື່ມ ກໍສາມາດ ອຸທອນ ໄດ້ ພາຍໃນ 15 ວັນ ຫລັງຈາກ ການຊີ້ນຳ ຂອງ ຂັ້ນແຂວງ.
ການຈັບກຸມ ຊາວຄຣິສຈຽນ ກຸ່ມ ດັ່ງກ່າວ ເກີດຂື້ນ ໃນ ມື້ວັນ 23 ມິຖຸນາ ປີ 2014 ຫລັງຈາກ ທີ່ ຊາວຄຣິສຈຽນ ໄດ້ ຮວມຕົວກັນ ເພື່ອ ໄປສວດມົນ ອ່ວຍພອນ ໃຫ້ ກັບຄົນປ່ວຍ ຜູ້ນຶ່ງ ທີ່ໂຮງຫມໍ ໂດຍ ຫວັງວ່າ ຈະຊ່ອຍ ໃຫ້ ຜູ້ປ່ວຍ ຫາຍປ່ວຍ ໄດ້. ແຕ່ ໃນເວລາ ຕໍ່ມາ ຜູ້ປ່ວຍ ໄດ້ເສັຽຊີວິດ ຫລັງຈາກ ກັບບ້ານ ເຮັດໃຫ້ ຄອບຄົວ ຂອງ ຜູ້ທີ່ ເສັຽຊິວິດ ເຊື່ອວ່າ ຊາວຄຣິສຈຽນ ກຸ່ມ ດັ່ງກ່າວ ເປັນຜູ້ເຮັດ ໃຫ້ ຜູ້ປ່ວຍ ຕາຍ ຈຶ່ງ ແຈ້ງຄວາມ ໃຫ້ ເຈົ້າຫນ້າທີ່ ດຳເນີນ ຄະດີ.