ກຸ່ມປະທ້ວງຖືກປ່ອຍໝົດແລ້ວ
2019.11.18
ຊາວລາວທີ່ກະກຽມການປະທ້ວງ ຮຽກຮ້ອງປະຊາທິປະໄຕ ແລະໃຫ້ມີການນັບຖືສິດທິມະນຸດຢູ່ລາວ ຊຶ່ງຖືກທາງການລາວຈັບ ໃນມື້ວັນທີ 11 ແລະ 12 ພຶຈຈິກາ ນັ້ນຖືກປ່ອຍໂຕໝົດທຸກຄົນແລ້ວ, ອີງຕາມຄຳເວົ້າ ຂອງຜູ້ນຳກຸ່ມ ກະກຽມການເຄື່ອນໄຫວ ດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 18 ພຶສຈິກາ 2019 ນີ້:
“ປ່ອຍໝົດແລ້ວ ປ່ອຍໝົດແລ້ວອ້າຍ; ປ່ອຍມື້ວັນທີ່ 16 ເພາະວ່າມັນບໍ່ມີຄວາມຜິດອີຫຍັງ. ເຂົາກໍເວົ້າຢູ່ ເຂົາກໍເວົ້າວ່າຊິເຮັດໄປ ກໍອ່ານຕາມ ນັ້ນແລ້ວ ກໍບໍ່ມີຂໍ້ຫຍັງ ທີ່ສອບຖາມກັບພວກທີ່ເຂົາຈັບ ຊິເອົາເຣື່ອງຫຍັງ ມັນບໍ່ມີແນວເອົາເຣື່ອງ ແລ້ວກໍປ່ອຍຕົວ ໃຫ້ເມື່ອບ້ານ.”
ເມື່ອຕົ້ນອາທິດທີ່ຜ່ານມາ ເຈົ້າໜ້າທີ່ຕຳຣວດ ນະຄອນຫລວງວຽງຈັນ ຈັບແກນນໍາ ຄນະກະກຽມການປະທ້ວງທັງໝົດ 8 ຄົນ, ຕໍ່ມາໃນມື້ ວັນສຸກ ວັນທີ 15 ພຶສຈິກາ ໄດ້ປ່ອຍໂຕ 6 ຄົນ ແລະຖືກໂຕອີກ 2 ຄົນໃນມື້ຕໍ່ມາ.
ເຖິງແມ່ນວ່າ ພວກກະກຽມການປະທ້ວງ ຈະຖືກປ່ອຍໂຕໝົດແລ້ວ ແຕ່ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ຫລື HUMAN RIGHTS WATCH ປະຈຳຂົງເຂດ ເອເຊັຽ-ປາຊີຟິກ ກໍເວົ້າວ່າຣັຖບານລາວ ຄວນປ່ອຍໂຕພວກທີ່ ຈະຮຽກຮ້ອງ ປະຊາທິປະຕັຍ ໃຫ້ເປັນອິສຣະ ເພາະພວກເຂົາ ບໍ່ໄດ້ເຮັດຫຍັງຜິດ:
"ຄິດວ່າ ຣັຖບານລາວກໍຕ້ອງປ່ອຍໂຕ ບຸກຄົນກຸ່ມນີ້ ກໍຕ້ອງເປີດເຜີຍຂໍ້ມູນທັງຫມົດ ມີໃຜອິີກທີ່ຖືກຈັບກຸມ ເພາະເຮົາຄິດວ່າອາດມີຫລາຍກວ່າ 7 ຄົນ ທີ່ຣັຖບານລາວຈັບກຸມ, ຈິງໆແລ້ວ ການວາງແຜນທີ່ຈະຊຸມນຸມ ບໍ່ຄວນຈະຜິດກົດຫມາຍ ແລະຣັຖບານ ລາວ ຄວນຈະເຂົ້າໃຈວ່າ ເຂົາມີສິດຈະເຮັດແບບນີ້ໄດ້."
ທ່ານ PHIL ROBERTSON ກ່າວຕື່ມວ່າ ອົງການສະຫະປະຊາຊາດ ແລະປະເທດທີ່ໃຫ້ເງິນຊ່ອຍເຫຼືອລາວ ຄວນກົດດັນໃຫ້ຣັຖບານລາວ ນັບຖືສິດທິມະນຸດຫລາຍຂຶ້ນ:
"ອົງການສະຫະປະຊາຊາດ ແລະຣັຖບານຕ່າງໆ ທີ່ມີທູດຢູ່ລາວ ຄວນຍົກເຣື້ອງນີ້ ໄປໂອ້ລົມກັບຣັຖບານລາວ ຄິດວ່າເຂົາຄວນຈະຟັງ ເພາະວ່າບຸກຄົນພວກນີ້ ເປັນຜູ້່ລົງທຶນ ເປັນຜູ້ສນັບສນູນຊ່ອຍເຫລືອ ເຣື້ອງການພັທນາ ຖ້າວ່າ UN ແລະຣັຖບານອື່ນໆ ພັກດັນຄິດວ່າຈະ ເກີດຫມາກຜົລໄດ້."
ໃນເວລາພວກກະກຽມການປະທ້ວງຖືກຈັບໃໝ່ໆ ປະຊາຊົນລາວຫລາຍຄົນ ກໍມີຄວາມກັງວົນ ແລະເປັນຫ່ວງນຳ ດັ່ງຊາວບ້ານທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ພຶສຈິກາ ນີ້ວ່າ:
"ຄັນເວົ້າເຣຶ່ອງກົດໝາຍສາກົນ ບໍ່ຜິດແທ້ແລ້ວ ນີ້ແມ່ນກົດໝາຍລາວ ແມ່ນຜິດ ເຣຶ່ອງປະທ້ວງຕຳນິຕິ ພັກ-ຣັຖ ນີ້ລະແມ່ນຜິດໃຫຍ່ແຫລະ ຄັນວ່າເຣຶ່ອງການເມືອງ ແລ້ວແມ່ນໜັກແຫລະ ນ້ອຍກະເປັນໃຫຍ່."
ໃນຂນະທີ່ເຈົ້າໜ້າທີ່ລາວທ່ານນຶ່ງກ່າວວ່າ ຖ້າພວກກະກຽມການປະທ້ວງ ດັ່ງກ່າວ ຍັງຖືກຈັບ ແລະດໍາເນີນຄະດີ ພວກເຂົາອາດຈະໄດ້ ຮັບໂທດໜັກ ດັ່ງທີ່ທ່ານກ່າວວ່າ:
"ຄັນເຂົາຈັບນີ້ ກະມີບັນຫາໜັກຫັ້ນແລ້ວ ແຮງແທ້ ເຂົາກະຈັບເຂົ້າຄຸກຫັ້ນແລ້ວ ເຂົາຮຽກຮ້ອງເຂົາກະຜ່ານສະພາ ສິເປັນຫຍັງ ເພາະວ່າ ສະພາ ເຂົາເປີດໂອກາດໃຫ້ຢູ່ນີ້ ສະພາເຂົາຄົ້ນຄວ້າ ໄດ້ເຂົາແກ້."
ປະຊາຊົນລາວ 8 ຄົນ ຊຶ່ງເປັນແກ່ນນໍາ ມີແຜນທີ່ຈະປະທ້ວງເຣຶ່ອງສິດທິມະນຸດ ຮວມທັງ ເຣຶ່ອງປະຊາຊົນ ທີ່ຖືກໃຫ້ໂຍກຍ້າຍ ບ່ອນຢູ່ ອາສັຍ ຍ້ອນໂຄງການສ້າງ ເຂື່ອນໄຟຟ້າ, ແລະໂຄງການສ້າງ ທາງຣົດໄຟ ລາວ-ຈີນ ແລະເຣຶ່ອງການຕັດໄມ້ ທໍາລາຍປ່າ. ມີການກຽມ ປະທ້ວງຢູ່ 4 ຈຸດ ຄືຢູ່ ເດິ່ນທາດຫລວງວຽງຈັນ, ຢູ່ມະຫາວິທຍາໄລແຫ່ງຊາດ, ຢູ່ບ້ານຫລັກ 26 ແລະບ້ານຫລັກ 18, ແຕ່ຖືກເຈົ້າໜ້າທີ່ ທາງການລາວ ຈັບໄດ້ກ່ອນ.