ລາວ-ອອສເຕຣລຽນ ຈະຫາລື ສິທທິ ມະນຸສ


2017.05.22
f-kat ທ່ານກາດ ດິດທະວົງ ຮອງປະທານ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ປະຈຳນະຄອນ Sydney
RFA/PX

ຮອງປະທານ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ປະຈຳນະຄອນ Sydney ທ່ານກາດ ດິດທະວົງ ໄດ້ຮັບ ໂທຣະສັບ ແລະ Email ຈາກທ່ານ Isaac Matia ເຈົ້າໜ້າທີ່ ຮັບຜິດຊອບກິຈກັມ ລາວ-ໄທ ກະຊວງຕ່າງປະເທດ ແລະການຄ້າ ອອສເຕຣເລັຽ Department of Foreign Affairs and Trade ຫລື DEFAT ຊຶ່ງ ມີຂໍ້ຄວາມວ່າ:

“ທາງ DEFAT ຕ້ອງການຢາກ  ປຶກສາຫາລື ຂໍຄວາມຄິດເຫັນ ຈາກ ຊຸມຊົນລາວ ແລະ ປະຊາຄົມ ອົງການ ຈັດຕັ້ງຕ່າງໆ ທົ່ວໄປ ໃນ ອອສເຕຣເລັຽ ທີ່ຢາກມີ ສ່ວນຮ່ວມ ມີຄວາມຄຶດ ຄວາມເຫັນ ກ່ຽວກັບ ການກວດສອບ ທົບທວນ ຄັ້ງທີ 5 ຂອງ ອອສເຕຣເລັຽ ກ່ຽວກັບ ສະພາບ ສິທທິມະນຸສ ໃນລາວ. ແລະ ທາງ DEFAT ກໍຈະຈັດສົ່ງ ໜັງສືເຊື້ອເຊີນ ເພື່ອໃຫ້ເຂົ້າຮ່ວມ ປະຊຸມ ປຶກສາຫາລື ໃນໄວໆນີ້, ແລະ ຫາກມີຜູ້ນຳ ໃນຊຸມຊົນລາວ ຢູ່ ອອສເຕຣເລັຽ ທີ່ທາງ ພັນທະມິຕ ເພື່ອ ປະຊາທິປະໄຕ ໃນລາວ ຄຶດວ່າຢາກມີ ສ່ວນຮ່ວມ ຂໍຈົ່ງໃຫ້ ສເນີຊື່ ບ່ອນຢູ່ ແລະ ລາຍລະອຽດ ຕ່າງໆ ມາໂດຍໄວ".

ທ່ານ ກາດ ດິດທະວົງສ໌ ໄດ້ອະທິບາຍ ກ່ຽວກັບ ການຕິດພົວພັນ ກັບ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ແລະ ການຄ້າ ອອສເຕຣເລັຽ ວ່າ:

“ຂໍໃຫ້ຊຸມຊົນລາວ ໄປປະຊຸມນຳ ຂະເຈົ້າ ເພື່ອເອົາຂໍ້ມູນ ເຣື່ອງການລະເມີດ ສິທທິມະນຸສ ຢູ່ໃນລາວ ໃຫ້ ຂະເຈົ້າເນ໋າະ”

ແລະທ່ານ ກໍບອກກັບ ອົງການຂ່າວ RFA ຢູ່ ນະຄອນ Sydney ວ່າຈະເວົ້າຫຍັງແດ່ ເມື່ອມີ ໂອກາດ ພົບພໍ້ກັບ ເຈົ້າໜ້າທີ່ ທາງການ ອອສເຕຣລຽນ:

“ຊິແມ່ນເຣື່ອງ 3 ຄົນ ຢູ່ເມືອງໄທ ກັບເມືອຖືກເຂົາຈັບ 20 ປີ ອັນນີ້ເປັນການ ລະເມີດ ສິທທິມະນຸສ ຮ້າຍແຮງ, ເຣື່ອງ ດຣ ສົມບັດ ສົມພອນ 3 ປີ ແລ້ວກໍຍັງ ບໍ່ຮູ້ຈັກເຣື່ອງ, ແລ້ວເຣື່ອງ ຍຶດເອົາດິນ ແລ້ວບໍ່ຈ່າຍເງິນ ໃຫ້ກໍເປັນ ການລະເມີດ ສິທທິມະນຸສ ແລະ ເຣື່ອງ ພວກສາສນາ ຄຣິສຕຽນ ກໍຍັງຖືກ ບັງຄັບຍັງຖືກ ລັງກຽດ”.

ການປະຊຸມ ປຶກສາຫາລື ອອກຄວາມຄຶດຄວາມເຫັນ ມີກຳນົດຈັດຂຶ້ນ ຢູ່ນະຄອນຫລວງ ຂອງ ອອສເຕຣເລັຽ ແຄນເບຣາ ໃນມື້ວັນທີ 7 ມີຖຸນາ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.