ພິທີຊັກທຸງຊາດ ຊ້າງສາມຫົວ
2016.01.04

ໃນ ວັນທີ 1 ມົກກະຣາ 2016 ຊຸມຊົນ ຊາວລາວ ໃນເຂດ ພາກຕາເວັນ ຕົກ ນະຄອນ ສິດນີ ຣັຖ New South Wales ປະເທດ ອອສເຕຣເລັຽ ໄດ້ພາກັນ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ແລະ ທຸງຊາດ ອອສເຕຣລຽນ ຂຶ້ນ ປິວສະບັດ ຢູ່ ສູນ ວັທນະທັມລາວ.
ໃນພິທີ ດັ່ງກ່າວ ໄດ້ມີຜູ້ ອາວຸໂສ ໜຸ່ມນ້ອຍ ເຍົາວະຊົນ ເຂົ້າຮ່ວມ ຢ່າງຫຼວງຫຼາຍ. ຜູ້ ປະສານງານ ແລະ ນຳພາ ການຈັດງານ ທ່ານ ບຸນທັມ ວົງໄຊຍາ ກ່າວເຖິງ ຈຸດປະສົງ ຂອງການ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ຕໍ່ ວິທຍຸ ເອເຊັຽເສຣີ ວ່າ:
"ຄື ຈຸດປະສົງ ໃນການຈັດ ມື້ນີ້ ເພື່ອຢາກໃຫ້ ມີມູນເຊື້ອ ສືບຕໍ່ໄປ ວ່າ ຄົນລາວເຮົາ ຢູ່ ຕ່າງປະເທດ ນີ້ ເຖິງວ່າ ຈະຢູ່ ແຫ່ງຫົນໃດ ເຮົາກໍຍັງ ຫ່ວງໃຍນຳ ປະເທດຊາດ ຫ່ວງໃຍນຳ ຄວາມເປັນ ເອກກະຣາດ ຫ່ວງໃຍນຳ ຄວາມທຸກ ຄວາມສຸຂ ຂອງ ເພື່ອນພີ່ນ້ອງ ຊາວລາວເຮົາ ຢູ່ ໃນປະເທດ ເພາະວ່າ ທຸງ ຊ້າງສາມຫົວ ນີ້ເປັນ ສັນຍາລັກ ຂອງ ປະຊາທິປະໄຕ ສັນຍາລັກ ຂອງ ຄວາມເປັນ ເອກກະຣາດ ຂອງ ປະເທດລາວ ພວກ ຂ້າພະເຈົ້າ ຢູ່ ຕ່າງປະເທດ ນີ້ ກະຢາກ ເຮັດໃຫ້ ພໍ່ແມ່ ພີ່ນ້ອງ ທົ່ວໂລກນີ້ ໄດ້ຮູ້ວ່າ ເຮົາຍັງ ບໍ່ລືມ ແລະ ກໍສືບຄວາມ ເປັນລາວ ນີ້ຕໍ່ໄປ".
ສ່ວນ ຜູ້ອາວຸໂສ ທ່ານໜຶ່ງ ຍາພໍ່ ສິມ ວິຈິດວົງສາ ອາຍຸ 92 ປິ ກໍກ່າວ ກ່ຽວກັບ ຄວາມສຳຄັນ ຂອງການ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ວ່າ:
"ແມ່ນຄວາມໝາຍ ຂອງຊາດ ທີ່ວ່າເຮົາ ເກີດມາ ຢູ່ ໃນໂລກນີ້ ມີຊາດໜຶ່ງ ເອີ້ນຊື່ວ່າ ຊາດລາວ ມື້ນີ້ເຮົາໄດ້ ສລອງກັນ ຍົກສູງ ຍົກ ຄວາມສຳຄັນ ຍົກຄວາມເປັນ ເອກກະຣາດ ຂອງ ເຮົາໄວ້ ເພື່ອເປັນ ສັນຍາລັກ ໃຫ້ລູກ ໃຫ້ຫຼານ ເຫລັນລ້ອນ ເຮົາຮູ້ຈັກ ຄວາມເປັນ ຊາດ ຂໍໄຫວ້ວອນ ນ້ຳຈິດນ້ຳໃຈ ຂອງ ລູກຫຼານ ບ້ານເມືອງ ໃຫ້ຖື ໜັກ ຄວາມເປັນຊາດ ວ່າ ຊ້າງສາມຫົວ ຢູ່ບ່ອນໃດ ວ່າແມ່ນ ຄົນລາວ ຢູ່ບ່ອນນັ້ນ".
ທຸກໆປິ ໃນວັນທີ 1 ມົກກະຣາ ຊຸມຊົນ ລາວ-ອອສເຕຣເລັຽ ອົພຍົບ ຈະມີພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ເພື່ອລະລຶກ ເຖິງ ຄວາມຮູ້ ບຸນຄຸນ ບໍ່ລືມ ເຊື້ອຊາດ ວົງຕຣະກູນ ບໍ່ລືມ ຜືນແຜ່ນດິນ ຣາຊອານາຈັກລາວ ທີ່ໄດ້ໃຫ້ ກຳເນີດ ໃຫ້ຄວາມ ເປັນ ຄົນລາວ ແຕ່ ດັ້ງເດີມມາ.