ອົງການສິດທິມະນຸດ ຂໍໃຫ້ ອອສເຕຣເລັຽ ກົດດັນ ສປປລາວ
2019.08.12

ທ່ານ ຟຽວ ໂຣເບີດຊັນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ສິີດທິມະນຸດ ປະຈຳຂົງເຂດເອເຊັຽ-ປາຊີຟິກ ຮຽກຮ້ອງ ໃຫ້ຣັຖບານ ອອສເຕຣເລັຽ ໃຊ້ກອງປະຊຸມດ້ານສິດທິມະນຸດ ຄັ້ງ ທີ 6 ຣະຫວ່າງ ລາວກັບ ອອສເຕຣເລັຽ ໃນມື້ວັນທີ 12 ສີງຫາ ປີນີ້ ກົດດັນ ຣັຖບານລາວໃຫ້ນັບຖື ສິດທິມະນຸດ ເປັນຕົ້ນ ໃຫ້ເປີດເຜີຍການບີບບັງຄັບ ການຫາຍສາບສູນ ຂອງຄົນລາວ ແລະໄທ,
ໃຫ້ຍຸຕິການ ຈຳກັດສິດທິ ໃນການປາກເວົ້າອອກຂ່າວ, ການອອກຄຳຄິດເຫັນ ແລະ ໂຮມຊຸມນຸມ, ປະຕິບັດຢ່າງທັມກັບນັກໂທດ ທັງໃນຄຸກ ແລະ ສູນບຳບັດຢາເສບຕິດ, ຍຸຕິການ ກົດຂີ່ຂົ່ມເຫັງຊາວຊົນ ສ່ວນນ້ອຍ ແລະ ຍຸຕິການບັງຄັບ ໂຍກຍ້າຍບ່ອນ ຢູ່ອາສັຍ. ດັ່ງ ທ່ານກ່າວ ໃນຕອນນື່ງວ່າ:
"ອອສເຕຣເລັຽ ເປັນປະເທດນື່ງ ທີ່ມີກອງປະຊຸມ ດ້ານສິດທິມະນຸດ ກັບ ຣັຖບານລາວ ແລະ ກໍເປັນໂອກາດ ທີ່ຈະໃຊ້ເວທີ ດັ່ງກ່າວກົດດັນ ຣັຖບານລາວ ໃນບັນຫາດ້ານສິດທິມະນຸດໃນລາວ ການຊອກຫາ ທ່ານ ສົມບັດ ສົມພອນ ການທໍຣະມານ ນັກໂທດໃນຄຸກ ໃນສະຖານີ ຕຳຣວດ ການພັກດັນເຣື້ອງທີ່ດິນ ແລະການຣະເມີດສິດທິມະນຸດ ຂອງຊາວບ້ານທັງຫລາຍໂດຍຣັຖບານລາວ."
ທ່ານ ກ່າວຕື່ມວ່າ ອອສເຕຣເລັຽ ເປັນນຶ່ງໃນຈຳນວນ ປະເທດ ທີ່ມີເວທີການໂອ້ລົມ ທາງດ້ານ ສິດທິມະນຸດ ກັບ ຣັຖບານລາວ ຄວນໃຊ້ ເວທີນີ້ ກົດດັນ ຣັຖບານລາວ ໃຫ້ມີການປ່ຽນແປງ ໃນການ ປະຕິບັດ ຕໍ່ ສິດທິມະນຸດໃນລາວ ຢ່າງຈີງຈັງ ຣັຖບານລາວ ມີພາບພົດທາງ ດ້ານສິດທິມະນຸດຂີ້ຮ້າຍຫລາຍ.
ທ່ານກ່າວເພີ້ມວ່າ. "ອອສເຕຣເລັຽ ຄວນຈະພັກດັນ ເຣື້ອງສິດທິມະນຸດຊັຍຊົນ ໃນກອງປະຊຸມ ອອສເຕຣເລັຽ ຕ້ອງມີບົດບາດໃນການຍົກ ເຣື້ອງນີ້ໄປໃຫ້ຣັຖບານລາວ ຕອບສນອງວ່າເປັນຫຍັງຈື່ງເຮັດແບບນີ້ກັບປະຊາຊົນລາວ."
ເຊັ່ນດຽວກັນ ສະຫະພັນສາກົນ ເພື່ອສິດທິມະນຸດ ທີ່ມີສຳນັກງານໃຫຍ່ ຢູ່ນະຄອນຫລວງປາຣີ ປະເທດຝຣັ່ງກໍໄດ້ ອອກຖແລງການ ເມື່ອ ວັນທີ່ 18 ກໍຣະກະດາ 2019 ນີ້ ຮຽກຮ້ອງໃຫ້ສະມາຊິກ ສະຫະປະຊາຊາດ ໃຊ້ກອງປະຊຸມ ເພື່ອທົບທວນເບິ່ງ ການນັບຖື ສິດທິມະນຸດ ສືບຕໍ່ກົດດັນ ຣັຖບານລາວ ໃຫ້ເປີດເຜີຍຊະຕາກັມ ແລະທີ່ ຢູ່ຂອງທ່ານສົມບັດ ສົມພອນ.
ທາງການລາວຍັງ ບໍ່ເປີດເຜີຍກ່ຽວກັບຊາຕາກຳ ຂອງ ທ່ານສົມບັດ ສົມພອນ ຜູ້ທີ່ຖືກລັກພາໂຕ ໃນເດືອນທັນວາ ປີ 2012 ຕອນກາງເວັນ ຢູ່ໃຈກາງນະຄອນ ຫລວງວຽງຈັນ ແລະການຫາຍສາບສູນ ຂອງ ນັກເຄື່ອນໄຫວ ໄທ ສາມຄົນ ໃນເດືອນທັນວາ ປີ 2018.