ແມ່ຍິງຈະເລືອກແມ່ຍິງເຂົ້າ ສະພາ
2016.03.09

ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ໃນວັນທີ 20 ມິນາ 2016 ນີ້ ສໍາລັບ ເຂດເລືອກຕັ້ງ ທີ 12 ແຂວງຄໍາມ່ວນ ມີຜູ້ຮັບສມັກ ຮັບເລືອກຕັ້ງ ທັງໝົດ 11 ຄົນ, ຈະເລືອກເອົາ 8 ຄົນ. ໃນນັ້ນມີ ແມ່ຍິງ 4 ຄົນ. ນາງ ສີວັນໄຊ ພົມມະລາດ ເວົ້າວ່າ ຈະປ່ອນເອົາ ແມ່ຍິງ ທັງໝົດ 4 ຄົນ, ເພື່ອໃຫ້ໄດ້ ແມ່ຍິງ ເປັນ ຜູ້ຕາງໜ້າ ມີປາກ ມີສຽງ ໃນສະພາ ຫຼາຍຂຶ້ນ. ນາງເວົ້າ ຕໍ່ RFA ຈາກເມືອງ ຍົມມະລາດ ໃນ ວັນທີ 6 ມິນາ 2016 ນີ້ວ່າ:
"ນ້ອງຄິດວ່າ ດີໃດ ນ້ອງຍັງວ່າ ສິເລືອກເອົາ ແຕ່ຜູ້ຍິງ ມັນ ມີຜູ້ຍິງ 4 ຄົນ ນ້ອງຍັງສິເອົາ ຈົນໝົດ ຄັນເວົ້າເຣື່ອງ ເປັນຫຍັງ ເຮົາກະບໍ່ຮູ້ ຮູ້ແຕ່ວ່າ ມັກໃຫ້ ຜູ້ຍິງ ມີສິດເວົ້າວ່າ ໝົດຄູ່ ອັນຄືດຽວ ກັບຜູ້ຊາຍ ຕັດສິນ ໃຈແນວໃດ ລະກະແລ້ວ ຫັ້ນນະ. 11 ຄົນ ເລືອກ 8 ຊິເລືອກ ເອົາ ແມ່ຍິງທັງ 4 ຄົນ ເວົ້າຈັ່ງນຶ່ງ ກະຕົວແທນ ຂອງນ້ອງນໍ ແມ່ຍິງ ຫັ້ນນະ ກະຢາກໃຫ້ ເພິ່ນ ມີຫຍັງ ກະເປັນຜູ້ ກ້າເວົ້າກ້າວ່າ ຫຼາຍຄົນຕື່ມດຽວ ຂຶ້ນໄປ".
ນາງ ສີວັນໄຊ ກໍຍັງເວົ້າເຖິງ ຜູ້ສມັກ ຮັບເລືອກຕັ້ງ ທີ່ເປັນ ແມ່ຍິງ ທັງ 4 ຄົນ ນັ້ນວ່າ ພວກເພິ່ນໄດ້ ລົງມາຫາສຽງ ພົບປະກັບ ປະຊາຊົນ ໃນເຂດ ເມືອງ ທີ່ນາງຢູ່ ເມື່ອ ອາທິດ ທີ່ແລ້ວ:
"ເພິ່ນມາລົງ ເພິ່ນກະມີ ຄວາມສາມາດ ຫຼາຍໃດ ເພິ່ນກະເວົ້າ ຫຼາຍໃດ ຜູ້ຍິງ ທຽບເທົ່າ ກັບ ຜູ້ຊາຍ ຈົນໝົດ ເພິ່ນກະດາຍ. ການຮຽນ ຄວາມຮູ້ ເພິ່ນ ກໍໄປຮຽນມາ ຄືກັນໝົດເລີຍ ເພິ່ນກໍ໊ ມັນກະສິຕ່າງ ກັນ ຕອນໃດ ສິເປັນ ຜູ້ແທນ ຜູ້ຍິງ ກະດາຍ ເພິ່ນລົງມາ ໂຄສະນາ ນ້ອງກະໄປ ຟັງຄືກັນ ກະ 2-3 ບ້່ານ ເມືອງນຶ່ງ ກະລົງມາ ເພິ່ນ ກະຟ້າວໄປ ເດ້ຊັ້ນ".
ການລົງມາ ໂຄສະນາ ຫາສຽງ ໃນເຂດເມືອງ ຂອງນາງ ມີຄົນໄປ ຟັງຫຼາຍ. ຈາກບ້ານ ນໍ້າພວງ ບ້ານຂອງນາງ ກໍໄປຫຫຼາຍ.