ຫລຽນເງິນສລອງຄົບຮອບ 60 ປີ
2015.03.03
ກະຊວງ ການເງິນ ແລະ ຫ້ອງການ ເຮັດ ຫລຽນ ຂອງ ຍິ່ປຸ່ນ ເວົ້າວ່າ ທາງການ ຍິ່ປຸ່ນ ຈະຜລິດ ຫລຽນເງິນ ຈຳນວນ 10 ພັນ ຫລຽນ ທີ່ສລັກ ດ້ວຍຮູບ ພຣະທາດຫຼວງ ໃຫ້ແກ່ ທະນາຄານ ກາງ ຂອງລາວ ເພື່ອ ເປັນ ທີ່ຣະລຶກ ໃນວັນ ຄົບຮອບ 60 ປີ ແຫ່ງ ຄວາມ ສຳພັນ ທາງການ ທູດ ຣະຫວ່າງ ສອງ ປະເທດ.
ລາວ ເປັນ ປະເທດ ທີ 8 ທີ່ ທາງການ ຍິ່ປຸ່ນ ໄດ້ ຜລິດຫລຽນ ເພື່ອ ເປັນ ທີ່ຣະລຶກ ຄວາມ ສຳພັນ ຫລັງຈາກ ສົງຄາມ ໂລກ ຄັ້ງທີ 2. ຫລຽນເງິນ ທີ່ ຜລິດ ໃຫ້ ແກ່ ຣັຖບານລາວ ນັ້ນ ຈະມີຮູບ ພຣະທາດຫລວງ ຊື່ງ ເປັນ ສັນຍາລັກ ຂອງ ທາດຫລວງ ນະຄອນ ຫລວງ ວຽງຈັນ ທີ່ ມີມູນຄ່າ ຫລຽນລະ 50 ພັນ ກີບ ຫລື ປະມານ 6 ໂດລາ ສະຫະຣັດ.
ເບື້ອງຫລັງ ຂອງ ຫລຽນ ຈະມີ ຮູບ ດອກໄມ້ ຊາກຸຣະ ບານ ແລະ ດອກຈຳປາ ຊຶ່ງ ເປັນ ດອກໄມ້ ປະຈຳຊາດ ຂອງ ລາວ. ທ່ານ ຕາໂຣ ອາໂຊະ ຣັຖມົນຕຣີ ການເງິນ ຂອງ ຍິ່ປຸ່ນ ເວົ້າວ່າ ການ ເຮັດຫລຽນ ກໍເພື່ອ ສົ່ງເສີມ ຄວາມ ສຳພັນ ອັນ ແໜ້ນແຟ້ນ ຣະຫວ່າງ ລາວ ກັບ ຍິ່ປຸ່ນ.
ຫລຽນ ສ່ວນໃຫຍ່ ຈະ ວາງຂາຍ ທີ່ ຍິ່ປຸ່ນ ໃນ ຣາຄາ ຫລຽນລະ 6176 ເຢັນ ຊຶ່ງ ຜູ້ ສັ່ງຊື້ ໃນ ເຄືອຂ່າຍ ອິນເຕີແນັດ ສາມາດ ສັ່ງ ຊື້ໄດ້ ເລີ້ມແຕ່ ວັນພຸດ ອາທີດ ນີ້ ຈົນຮອດ ວັນທີ 3 ເດືອນ ເມສາ ປີນີ້. ລາວ ແລະ ຍິ່ປຸ່ນ ເລີ້ມ ຄວາມ ສຳພັນ ກັນມາ ແຕ່ ປີ 1955 ສມັຍ ຣັຖບານ ແຫ່ງ ຣະບອບ ພຣະ ຣາຊອານາຈັກ ລາວ.