ທ.ບຸນທັນ ທັມມະວົງ ບໍ່ໄດ້ຍື່ນ ອຸທອນ

ສິດນີ
2016.06.21
F-Bounthanh ທ້າວ ບຸນທັນ ທຳມະວົງ ເຊື້ອຊາດລາວ ສັນຊາດໂປແລັນ ຖືກ ສານປະຊາຊົນ ນະຄອນຫຼວງວຽງຈັນ ຕັດສິນໃສ່ໂທດ ຈຳຄຸກ 4 ປີ 9 ເດືອນ.
RFA

ເຈົ້າໜ້າທີ່ ສານ ນະຄອນຫຼວງ ວຽງຈັນ ຜູ້ທີ່ເຄີຍ ຮັບຜິດຊອບ ຄະດີ ທ່ານ ບຸນທັນ ທັມມະວົງ, ນັກໂທສ ໃນຄະດີ ຂໍ້ຫາ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ແລະ ຣັຖບານລາວ ຜ່ານ ສື່ສັງຄົມ ອອນລາຍ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອ ວັນທີ 16 ມິຖຸນາ 2016 ນີ້ວ່າ, ຄອບຄົວ ຂອງ ທ່ານ ບຸນທັນ ທັມມະວົງ ຢູ່ລາວ ບໍ່ໄດ້ຂໍຍື່ນ ອຸທອນ ຕໍ່ສູ້ຄະດີ, ເຖິງວ່າ ໃນເບື້ອງຕົ້ນ ຈະເຄີຍມາ ຂໍເອົາ ເອກກະສານ ເພື່ອໄປ ຄົ້ນຄວ້າ ແລະ ທາງສານ ກໍ່ໄດ້ແຈ້ງ ສິດ ໃນການ ຕໍ່ສູ້ຄະດີ ນັ້ນແລ້ວ ກໍ່ຕາມ.

ແຕ່ມາເຖິງ ປະຈຸບັນ ກໍ່ບໍ່ເຫັນ ທາງ ຄອບຄົວ ມາພົວພັນ ແຕ່ຢ່າງໃດ ແລະ ກໍ່ເກີນ ກຳນົດເວລາ ໃນການ ຍື່ນອຸທອນ ນັ້ນດົນແລ້ວ ຖືວ່າ ສຳນວນຄະດີ ນີ້ບໍ່ໄດ້ ຢູ່ໃນສານແລ້ວ:

"ໃນຕອນທີ່ ວ່າສານຕັດສິນ ທາງສານ ເຮົາກະໄດ້ ຮຽກໄປຫາ ພາກສ່ວນ ກ່ຽວຂ້ອງ ແລ້ວ ເພາະວ່າ ໃນມື້ຕັດສິນ ເພິ່ນກະໄດ້ ແຈ້ງກຳນົດ ເວລາ 20 ວັນ. ຖ້າຫາກວ່າ ບໍ່ເຫັນດີ ກະມີສິທຂໍ ອຸທອນ ໄດ້, ຜ່ານມານີ້ ມັນກະກາຍ ກຳນົດ 20 ວັນ ນັ້ນແລ້ວ. ຖ້າວ່າ ມີການຂໍ ອຸທອນ ກະຖືວ່າ ໄດ້ຍື່ນ ແລ້ວບໍ? ຫຼືວ່າແນວໃດ ພາກສ່ວນ ກ່ຽວຂ້ອງ ຈະເປັນຜູ້ ພິຈາຣະນາ ຕື່ມ. ຖ້າ ຕາມກຳນົດ ເວລານີ້ ຖືວ່າ ມັນກາຍແລ້ວ, ຄືກັບ ສຳນວນ ຄະດີ ນີ້ບໍ່ຢູ່ ໃນສານ ນີ້ແລ້ວ".

ນາງ ກ່າວຕື່ມວ່າ ປະຈຸບັນ ທ່ານ ບຸນທັນ ຕ້ອງໄດ້ສືບຕໍ່ ປະຕິບັດ ໂທສ ຕາມຄຳຕັດສິນ ຂອງ ສານ ນະຄອນຫຼວງ ວຽງຈັນ ຈົນກວ່າ ຈະມີການ ປ່ຽນແປງ, ໂດຍແມ່ນ ພາກສ່ວນ ຂອງກົມ ຄຸມຄອງ ຈະເປັນຜູ້ ພິຈາຣະນາ ເງື່ອນໄຂ ຕ່າງໆ ວ່າຈະມີ ການຜ່ອນຜັນ ໂທສ ຫຼື ອະພັຍໂທສ ແນວໃດຫຼືບໍ່ ນັ້ນ, ກໍ່ຖືວ່າ ຂຶ້ນກັບ ພາກສ່ວນ ກົມຄຸມຂັງ ເປັນຜູ້ ຮັບຜິດຊອບ:

"ໂຕນີ້ແມ່ນ ພາກສ່ວນ ກ່ຽວຂ້ອງ ຈະເປັນຜູ້ ປະສານ ຕື່ມວ່າ ຖ້າຫາກວ່າ ມີການ ຫຼຸດຜ່ອນບໍ່ ຫຼື ວ່າມີຫຍັງ ເພາະວ່າມັນ ຈະບໍ່ໄດ້ມາ ປະສານ ຫາເຮົາຕື່ມ ລະ. ປະຈຸບັນ ນີ້, ລາວໄດ້ຖືກ ຄຸມຂັງ ຢູ່ໃນຫັ້ນ ແມ່ນ ສານລົງໂທສ ຕັດສິນ ລາວກະຕ້ອງໄດ້ ປະຕິບັດ ໂທສ ຢູ່ໃນບ່ອນ ຄຸມຂັງ ຫັ້ນ. ກ່ຽວກັບ ການ ປະຕິບັດໂທສ ເນາະ ຢູ່ບ້ານເຮົານີ້ ແມ່ນເຮົາ ໄດ້ແຈ້ງໄປຫາ ທາງຄຸມຂັງ ເຂົາຈະເປັນຜູ້ ປະຕິບັດ ໂຕນີ້. ທາງກົມ ຄຸມຂັງ ເຂົາຈະເປັນຜູ້ ປະຕິບັດ ອາຈຊິມີ ການຫຼຸດຜ່ອນ ບໍ ຫຼື ຈັ່ງໃດ? ການອະພັຍ ໂທສ ຫຼືວ່າ ແມ່ນຫຍັງກັນ".

ສ່ວນ ນາງ ບາບາຣາ ທຳມະວົງ ພັລຍາ ຊາວໂປແລນ ຂອງ ທ່ານ ບຸນທັນ ກໍໄດ້ກ່າວ ຕໍ່ ເອເຊັຍ ເສຣີ ໃນວັນທີ 16 ມິຖຸນາ ວ່າ: ສິ່ງທີ່ຕົນເອງ ເຮັດໄດ້ ກໍຄືໄດ້ ຕິດຕໍ່ ກະຊວງ ການຕ່າງປະເທດ ໂປແລັນ ໃຫ້ພົວພັນ ກັບ ທາງການລາວ ກ່ຽວກັບ ເລື້ອງສາມີ ຂອງນາງ ແລະ ເຈົ້າໜ້າທີ່ ສະຖານທູດ ໂປແລັນ ປະຈຳ ບາງກອກ ກໍໄດ້ສົ່ງ ເຈົ້າໜ້າທີ່ ໄປ ປະເທດລາວ ເພື່ອ ຢ້ຽມຢາມ ທ່ານ ບຸນທັນ ເປັນ ປະຈຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.