ກອງປະຊຸມແມ່ນໍ້າຂອງ ຄວນເນັ້ນ ບັນຫາ ເຂື່ອນ
2018.04.05
ອົງການແມ່ນໍ້າຂອງສາກົນ ແລະບັນດາອົງການຈັດຕັ້ງ ທາງສັງຄົມ ດ້ານແມ່ນໍ້າຂອງ ໃນໄທ ຄາດຫວັງວ່າຜູ້ນໍາ ຂອງແຕ່ລະ ປະເທດ ຄນະກັມມາທິການ ແມ່ນໍ້າຂອງ ຈະຫາລືທົບທວນ ກໍຣະນີ ເຂື່ອນປາກແບງ ແລະເຂື່ອນອື່ນໆໃນແມ່ນໍ້າຂອງ ໃນກອງປະຊຸມ ສຸດຍອດ ຄນະກັມມາທິການ ແມ່ນໍ້າຂອງ ຊຶ່ງຈັດຂຶ້ນ ວັນທີ 2 ຫາ 5 ເດືອນເມສານີ້ ທີ່ແຂວງ ສຽມຣຽບ ປະເທດກັມພູຊາ. ອັນປະກອບມີ ລາວ ກັມພູຊາ ວຽດນາມ ແລະໄທ. ນາງ ພຽນພອນ ດີເທດ ນຶ່ງໃນຄະນກັມມາທິການ ອົງການແມ່ນໍ້າສາກົນ ຫລື INTERNATIONAL RIVER ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 05 ເມສາ ນີ້ວ່າ:
"ເທົ່າທີ່ເຫັນນີ້ຄວາມຈິງໃຈ ຫລືຄວາມຕັ້ງໃຈ ຂອງຣັຖບານໃນລຸ່ມແມ່ນໍ້າ ທີ່ຈະຮ່ວມກັນຮັກສາ ຊັພຍາກອນ ໃນລຸ່ມນໍ້າຂອງ ແລະຮ່ວມກັນ ພັທນາ ຢ່າງຍືນຍົງແທ້ໆ ຍັງເຫັນໜ້ອຍຫລາຍ ໂດຍສະເພາະການພັທນາເຂື່ອນແມ່ນໍ້າຂອງ ດັ່ງທີ່ເຮົາເຫັນເຂື່ອນ ແຫ່ງທີ 3 ຄືເຂື່ອນ ປາກແບງ ແລ້ວມັນເປັນໂອກາດ ທີ່ສຳຄັນຫລາຍ ທີ່ຜູ້ນຳລຸ່ມນໍ້າຂອງ ຈະດຳເນີນການ ການພັທນາເຂື່ອນ ໃນແມ່ນໍ້າຂອງ ທັງໝົດ."
ນາງເວົ້າຕື່ມວ່າ ຢາກໃຫ້ຕົວແທນຂອງຣັຖບານ ໄທ, ລາວ, ກັມພູຊາ ແລະວຽດນາມ ທົບທວນໂຄງການ ການກໍ່ສ້າງເຂື່ອນ ທັງໝົດຢູ່ ແມ່ນໍ້າຂອງ. ບັນດາເຄືອຂ່າຍ ອົງການຈັດຕັ້ງ ດ້ານແມ່ນໍ້າຂອງ ບໍ່ຢາກໃຫ້ການປະຊຸມເທື່ອທີ 3 ນີ້ ຄືກັນກັບສອງເທື່ອ ທີ່ແລ້ວມາ ຊຶ່ງ ບໍ່ມີຫຍັງເກີດຂຶ້ນເລີຍ ນອກຈາກການອະນຸມັດ ສ້າງເຂື່ອນດອນສະໂຮງ ແລະເຂື່ອນໄຊຍະບູລີ.
"ການພັທນາເຂື່ອນແມ່ນໍ້າຂອງ ຢ່າງທີ່ເຮົາເຫັນເຂື່ອນແຫ່ງທີ 3 ຄື ເຂື່ອນປາກແບງ ກຳລັງຈະໄດ້ເລີ້ມກໍ່ສ້າງ ກໍ່ເຫັນໄດ້ວ່າ ມັນບໍ່ໄດ້ມີການ ວາງແຜນ ໃນພາບລວມຂອງລຸ່ມນໍ້າຂອງ ແຕ່ມັນແມ່ນການອະນຸມັດ ເທື່ອລະໂຄງການ ເປັນຕົ້ນ ໂຄງການເຂື່ອນ ໄຊຍະບູລີ ເຂື່ອນ ດອນສະໂຮງ ແລະ ກຳລັງຈະອະນຸມັດ ໂຄງການເຂື່ອນປາກແບງ ມັນເຮັດໃຫ້ເຫັນວ່າ ຜູ້ນຳທີ່ມາປະຊຸມກັນ ບໍ່ໄດ້ເບິ່ງແມ່ນໍ້າຂອງ ວ່າເປັນແມ່ນໍ້າສາຍດຽວ ຂອງພູມີພາກ ແຕ່ເບິ່ງບ່ອນວ່າເຂດໃດ ຈະເອົາໄປໃຊ້ປະໂຫຍດອັນໃດ ຈະເອົາຊອກລາຍໄດ້."
ສຳລັບກອງປະຊຸມດັ່ງກ່າວນີ້ ມີຈຸດປະສົງປປຶກສາຫາລື ກຽ່ວກັບໂອກາດ ຄວາມທ້າທາຍ ຢູ່ແມ່ນໍ້າຂອງ ການຮ່ວມມືແກ້ໄຂບັນຫາ ສະພາບ ດິນຟ້າອາກາດ ທີ່ມີການປ່ຽນແປງ, ການພັທນາ ແລະ ບໍຣິຫານຈັດການນໍ້າ ໃຫ້ມີຄວາມຍືນຍົງ ຮວມທັງໂຄງການ ເຂື່ອນໄຟຟ້າ ໂຄງການ ຊົລປະທານ ການເດີນເຮືອ ນໍ້າຖ້ວມ ແລະ ໄພແຫ້ງແລ້ງ ແລະບັນຫາສະພາບແວດລ້ອມ.